ປກສ

ປກສ ເມືອງອຸທຸມພອນ ສຶກສາອົບຮົມຜູ້ຖືກດັດສ້າງໃນຄ້າຍຄຸມຂັງ




ກອງປະຊຸມສຶກສາອົບຮົມຜູ້ຖືກຫາ-ຜູ້ຖືກດັດສ້າງໃນຄ້າຍຄຸມຂັງຊົ່ວຄາວຂອງກອງບັນຊາການ ປກສ ເມືອງອຸທຸມພອນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ກັນຍານີ້, ພາຍໃຕ້ການເປັນປະທານຂອງທ່ານ ພັນໂທ ສຸກສຳລານ ໝື່ນແກ້ວມົງຄຸນ ຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງ. ຈາກນີ້ກໍ່ມີບັນດາທ່ານຈາກພະແນກການ, ຂະແໜງການທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ ຕະຫຼອດຮອດຜູ້ປົກຄອງຜູ້ຕ້ອງຫາເຂົ້າຮ່ວມ.

ທ່ານ ຮ້ອຍຕີ ແກ້ວຕາ ໄຊຍະວົງສອນ ຫົວໜ້າໜ່ວຍງານຄຸມຂັງຊົ່ວຄາວກອງບັນຊາການ ປກສ ເມືອງອຸທຸມພອນ ກໍ່ໄດ້ລາຍງານສະພາບຈຳນວນຜູ້ຖືກຫາໃນຄຸມຂັງ ພ້ອມທັງຜ່ານເອກະສານກ່ຽວກັບກົດລະບຽບຂອງຜູ້ຖືກຫາ-ຜູ້ຖືກດັດສ້າງ, ບັນດາຂໍ້ຫ້າມ ແລະລະບຽບຫຼັກການໃນການພົບປະຢ້ຽມຍາດຂອງຜູ້ຖືກຫາ-ຜູ້ຖືກດັດສ້າງ. ປະຈຸບັນຜູ້ຖືກຫາ-ຜູ້ຖືກດັດສ້າງໃນຄ້າຍຄຸມຂັງຊົ່ວຄາວ ຂອງກອງບັນຊາການ ປກສ ເມືອງອຸທຸມພອນ ມີ 54 ລາຍ, ຍິງ 4 ລາຍ, ໃນນັ້ນ ຄະດີອາຍາ 9 ລາຍ, ຄະດີເສບຢາເສບຕິດ 43 ລາຍ, ຍິງ 4 ລາຍ, ຄະດີອຸປະຕິເຫດ 1 ລາຍ ແລະຝາກດັດສ້າງ 1 ລາຍ.


ໂອກາດດ່ຽວກັນນີ້ ໃນພິທີກໍ່ຍັງໄດ້ມີການເຜີຍແຜ່ບັນດາເອກະສານທີ່ສຳຄັນອື່ນໆເປັນຕົ້ນ: ເອກະສານຜົນຮ້າຍຂອງຢາເສບຕິດ ແລະເອກະສານວ່າດ້ວຍຄະດີອາຍາ ທັງໝົດນີ້ກໍ່ເພື່ອເຮັດໃຫ້ຜູ້ຖືກຫາ-ຜູ້ຖືກດັດສ້າງຮັບຮູ້ ແລະເຊື່ອມຊຶມຕໍ່ແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະລະບຽບກົດໝາຍຂອງລັດ, ເຂົ້າໃຈເລິກເຊິ່ງຕໍ່ກັບໂທດກຳທີ່ຕົ້ນໄດ້ສ້າງຂຶ້ນ, ເຮັດໃຫ້ພວກເຂົາມີຄວາມຕື່ນຕົວໃນການຝຶກຝົນຫຼໍ່ຫຼອມ, ດັດສ້າງຕົນເອງດ້ວຍການອອກແຮງງານທຳການຜະລິດ, ຮ່ຳຮຽນ, ຝຶກວິຊາຊີບ, ປ່ຽນແປງແນວຄິດ ແລະການກະທຳໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ.





ແຫລ່ງຂ່າວຈາກສະຫວັນນະເຂດ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.