ນາຍົກ

ເນື້ອໃນຖະແຫຼງຂ່າວ ຂອງທ່ານ ທອງລຸນ ສີສຸລິດ ຕໍ່ບັນຫາຂໍ້ຂັດແຍ່ງຊາຍແດນລາວ-ປູເຈຍ(ວັນທີ 1 ກັນຍາ 2017, ທີ່ນະຄອນຫຼວງພະນົມເປັນ)


ຂໍຮຽນ ທ່ານ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ.

ຂ້າພະເຈົ້າ ເຫັນດີເຫັນພ້ອມກັບທັງໝົດການຖະແຫຼງ ຂອງນາ ຍົກລັດຖະມົນຕີ ຮຸນແຊນ ໃນການພົບປະຫາລືຂອງຂ້າພະ ເຈົ້າ ກັບນາຍົກລັດຖະມົນຕີ ຮຸນແຊນ ມື້ນີ້. ຂ້າພະເຈົ້າ ຂໍ ຂອບອົກຂອບໃຈ ແລະ ສະແດງຄວາມຮູ້ ບຸນຄຸນຕໍ່ສົມເດັດ ຮຸນແຊນ ອີກເທື່ອໜຶ່ງ ທີ່ໄດ້ຕ້ອນຮັບຂ້າພະ ເຈົ້າຢ່າງອົບອຸ່ນທີ່ໄດ້ໃຫ້ກຽດ ທັງໃຫ້ໂອກາດຂ້າພະເຈົ້າໄດ້ພົບ ປະຫາລືວຽກງານສຳຄັນໃນມື້ນີ້ ແລະ ພວກເຮົາກໍຕົກລົງເປັນ ເອກະພາບກັນໃນ 4 ຂໍ້ ທີ່ມີຄວາມສຳຄັນດັ່ງກ່າວນັ້ນ ທີ່ນາຍົກ ລັດຖະມົນຕີ ຮຸນແຊນ ໄດ້ຖະແຫຼງໄປແລ້ວນັ້ນ. ອັນນີ້ຖືວ່າ ແມ່ນການແກ້ໄຂບັນຫາ ທີ່ມີຄວາມສຳຄັນໃຫ້ແກ່ສາຍພົວພັນ ມິດຕະພາບການຮ່ວມມືອັນມີມູນເຊື້ອ ລະຫວ່າງສອງຊາດ ຂອງພວກເຮົາ ລາວ-ກຳປູເຈຍ ແລະ ການຮ່ວມມືຢ່າງໃກ້ຊິດ ລະຫວ່າງສອງລັດຖະບານຂອງພວກເຮົາ.

ຂ້າພະເຈົ້າກໍເຫັນດີ ກັບນາຍົກລັດຖະມົນຕີ ຮຸນແຊນ ວ່າກົນໄກຕ່າງໆທີ່ພວກເຮົາ ມີຢູ່ນີ້ ກໍສືບຕໍ່ເຄື່ອນໄຫວເຮັດວຽກຮ່ວມກັນ ແຕ່ວ່າກົນໄກທີ່ ຄວາມສຳພັນສ່ວນຕົວ ລະຫວ່າງຂ້າພະເຈົ້າກັບນາຍົກ ຮຸນ ແຊນ ແມ່ນເປັນກົນໄກທີ່ດີທີ່ສຸດ ແລະ ພວກເຮົາມີຫຍັງກໍປຶກ ສາຫາລືກັນໄດ້ທຸກເວລາ.


ຂ້າພະເຈົ້າ ມີຄວາມຮູ້ສຶກອົບອຸ່ນ ແລະ ມີຄວາມເພິ່ງພໍໃຈຕໍ່ ກັບຜົນສຳເລັດຂອງການພົບປະ, ເຫັນດີພວກເຮົາ ກໍຕ້ອງໄດ້ໃຫ້ ສອງລັດຖະມົນຕີຕ່າງປະເທດ ພົບປະກັນຢ່າງໄວເທົ່າທີ່ຈະໄວ ໄດ້ຕາມທີ່ຂ້າພະເຈົ້າຮູ້ວ່າ ລັດຖະມົນຕີຕ່າງປະເທດກຳປູເຈຍ Prak Sokhonh ໄດ້ເປັນເອກະພາບກັບລັດຖະມົນຕີຕ່າງປະ ເທດລາວ ທ່ານ ສະເຫຼີມໄຊ ກົມມະສິດ ແລ້ວ.

 ອັນທີສອງນີ້ ສອງ ນາຍົກ ໄດ້ຕົກລົງຈະແກ້ໄຂ 4 ຈຸດທີ່ທາງນາຍົກສະເໜີມານັ້ນ ໄປ ສາກ່ອນ ຈະເລີ່ມຕົ້ນໄດ້ພາຍຫຼັງສອງລັດຖະມົນຕີຕ່າງປະເທດ ພົບປະຫາລືກັນຄື: 033, ເສັ້ນຊາຍແດນ 017, ເວີນຄຳ, ອູສະ ວາຍ ຫຼື ເຂດ 032 ທີ່ໄດ້ສະເໜີໄປແລ້ວນັ້ນ ຈະເລີ່ມປຶກສາຫາ ລືແກ້ໄຂນຳກັນໂດຍໄວເທົ່າທີ່ຈະໄວໄດ້.

ຈາກນັ້ນ ພວກເຮົາ ຈະລົງໄປພື້ນທີ່ຕົວຈິງເຂດທີ່ຄົງຄ້າງ ທີ່ພວກເຮົາຈະໄດ້ແກ້ ໄຂນັ້ນຄື: ເຂດຫ້ວຍຕະເງົ້າ ຊຶ່ງກໍເຫັນດີນຳກັນວ່າຈະລົງໄປ ກວດພື້ນທີ່ຕົວຈິງ ບ່ອນໃດເປັນເອກະພາບກັນກໍ່ປັກຫຼັກໂລດ ເພື່ອສືບຕໍ່ປັກຫຼັກໝາຍຕໍ່ໄປ ຂ້າພະເຈົ້າຄິດວ່າໄວ ຫຼື ຊ້າ ເຂດ ນີ້ກໍຕ້ອງມີຫຼັກໝາຍຊາຍແດນ.


 ຂໍ້ທີ 4 ທີ່ຕົກລົງກັນຄື ທ່ານ ສົມເດັດ ຮຸນແຊນ ນາຍົກລັດຖະມົນຕີ ໄດ້ປະກາດໄປນັ້ນ ພວກ ເຮົາ ຈະໄດ້ຂຽນຈົດໝາຍເຖິງປະທານາທິບໍດີຝຣັ່ງ ໃຫ້ຊ່ວຍນຳ ເອົາແຜນທີ່ ມາດຕາ 1/100.000 ແລະ ມາດຕາ 1/50.000, ຫຼື ວ່າ ເອກະສານຕ່າງໆທີ່ພົວພັນເຖິງການກຳນົດເສັ້ນຊາຍແດນ ລະຫວ່າງລາວ ແລະ ກຳປູເຈຍ ນີ້ສົ່ງໃຫ້ລາວ ແລະ ກຳປູເຈຍ ເພື່ອໃຫ້ເປັນຫຼັກຖານ ພ້ອມກັນປຶກສາຫາລື ເພື່ອແກ້ໄຂຊາຍ ແດນຂອງພວກເຮົາຕໍ່ໄປ.

ຂ້າພະເຈົ້າເຊື່ອວ່າ ການແກ້ໄຂບັນ ຫາຊາຍແດນຂອງພວກເຮົາທັງສອງປະເທດນັ້ນ ຈະເຕັມໄປ ດ້ວຍບົນພື້ນຖານຫຼັກການ, ແຫ່ງມິດຕະພາບ, ສະເໝີພາບ ແລະ ບໍ່ໃຫ້ໃຜໄດ້ໃຜເສຍ. ນອກຈາກນັ້ນ ສອງນາຍົກກໍໄດ້ປຶກ ສາຫາລືເປັນເອກະພາບກັນ ວ່າຈະປົກປັກຮັກສາຄວາມສະ ຫງົບ ບໍ່ໃຫ້ມີຄວາມເຄັ່ງຕຶງໃນເຂດຊາຍແດນທີ່ບໍ່ທັນໄດ້ຕົກລົງ ກັນ ອັນນີ້ແມ່ນການຕົກລົງທີ່ທັງສອງຝ່າຍ ເຫັນວ່າມີຄວາມສຳ ຄັນຫຼາຍ ເມື່ອເປັນແນວນັ້ນ ພວກເຮົາກໍຈະຕ້ອງໄດ້ປົກປັກຮັກ ສາ ໃຫ້ສະພາບການເປັນຢູ່ໃນຂົງເຂດນັ້ນ ໃຫ້ເປັນປົກກະຕິ ແລະ ບໍ່ໃຫ້ມີການສ້າງຄວາມເຄັ່ງຕຶງໃດໆຕໍ່ກັນ ອັນນີ້ເປັນ ການຕົກລົງ ທີ່ມີຄວາມສຳຄັນຫຼາຍທີ່ສອງນາຍົກພວກເຮົາ ໄດ້ ປຶກສາຫາລືກັນ ແລະ ຕົກລົງເປັນເອກະພາບກັນ.


ໂດຍຫຼັກການທີ່ພວກເຮົາຕົກລົງກັນມື້ນີ້ 4 ຫຼັກການນັ້ນ ຂ້າພະເຈົ້າເຊື່ອໝັ້ນທີ່ສຸດວ່າ ເສັ້ນຊາຍແດນຂອງພວກເຮົາຈະ ໄດ້ຮັບການສືບຕໍ່ແກ້ໄຂຕໍ່ໄປ ສ່ວນຍັງເຫຼືອ 13-14% ນັ້ນຈະ ສາມາດມີມື້ໜຶ່ງ ພວກເຮົາຈະມີເສັ້ນຊາຍແດນທີ່ສົມບູນແບບ ແລະ ເຮັດໃຫ້ເປັນມໍລະດົກຕົກທອດໃຫ້ລູກຫຼານພວກເຮົາ ສືບ ທອດຕໍ່ໆໄປ. ບົນພື້ນຖານດັ່ງກ່າວນີ້ ນ້ຳໃຈມິດຕະພາບທີ່ມີມູນ ເຊື້ອ, ການຮ່ວມມືທີ່ມີໝາກມີຜົນດ້ວຍຄວາມຈິງໃຈ ລະຫວ່າງ ປະຊາຊົນສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຜັນຂະ ຫຍາຍເຂົ້າສູ່ລວງເລິກ ມີປະສິດທິຜົນກ້າວໄປສູ່ ເຮັດໃຫ້ປະຊາ ຊົນສອງປະເທດພວກເຮົາ ສືບຕໍ່ເປັນບ້ານໃກ້ເຮືອນຄຽງທີ່ດີ, ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ຕໍ່ໄປ.

ອີກເທື່ອໜຶ່ງຂ້າພະເຈົ້າຂໍຂອບໃຈ ທ່ານ ສົມເດັດ ອັກຄະ ມະຫາ ເສນາບໍດີ ເຕໂຈ ຮຸນແຊນ ທີ່ໄດ້ຕ້ອນຮັບຂ້າພະເຈົ້າ ຢ່າງອົບອຸ່ນ ແລະ ຕອບສະໜອງການສະເໜີ ມາພົບສົມເດັດ ຮຸນແຊນ ໃນມື້ນີ້.



ແຫລ່ງທີ່ມາຈາກຫນັງສືພິມປະຊາຊົນ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.