ກິລາ

3 ສາວ ຢູ 16 ຂໍແຮງໃຈເສີມສ້າງຜົນງານໃຫ້ດີທີ່ສຸດ ໃນການແຂ່ງຂັນບານເຕະຊີງແຊັມອາຊີ ຮອບສຸດທ້າຍ


   3 ສາວທີມຊາດຍິງລາວ ລຸ້ນອາຍຸບໍ່ເກີນ 16 ປີ ຢ່າງເບີ 16 ນາງ ສາຍສະຫມອນ ອິນທິພອນ ກອງກາງ, ເບີ 5 ຫຼ້ານ້ອຍ ວົງສິງຄຳ ກອງຫຼັງ ແລະ ເບີ 21 ພອນທິບ ພົມມະຈັນ ກອງ ເປີດໃຈກ່ອນການແຂ່ງຂັນບານເຕະຍິງຊີງແຊ້ມອາຊີ 2017 ລຸ້ນອາຍຸ 16 ປີ ຮອບສຸດທ້າຍ ຢູ່ທີ່ ແຂວງ ຊົນບູຣີ ປະເທດ ໄທ ໄດ້ຮັບກຽດເປັນເຈົ້າພາບ ແຂ່ງຂັນໃນວັນທີ 10-23 ກັນຍາ 2017.


   ໂດຍທັງ 3 ສາວ ກ່າວໃນທໍານ້ອງດຽວກັນວ່າ: ການມາຫຼິ້ນທີມຊາດຄັ້ງນີ້ ກໍ່ຕ້ອງຂໍຂອບໃຈທີ່ໄດ້ຮັບການສະໜັບສະໜູນຈາກຄອບຄົວ ແລະ ໝູ່ເພື່ອນ ລວມເຖິງຕ້ອງຂອບໃຈກັບຜູ້ສະໜັບສະໜູນທີ່ຊຸກຍູ້ມາໂດຍຕະຫຼອດ ເຊິ່ງສໍາລັບທີມຢູ 16 ຂອງພວກເຮົາໄດ້ກຽມພ້ອມມາເກືອບ 2 ເດືອນແລ້ວ ແລະ ມີຄວາມໝັ້ນໃຈໃນທີມຂອງຕົວເອງວ່າ ຈະເຮັດໃຫ້ດີທີ່ສຸດ.


#ສໍາລັບຕາຕະລາງການແຂ່ງຂັນຂອງ ນັກເຕະສາວ ລາວ ທີ່ຢູ່ກຸ່ມ B.
- ວັນທີ 10 / 09 / 2017 ເວລາ 19:00 ທີມຊາດລາວ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະຫນາມ Chonburi Stadium, Chonburi.
- ວັນທີ 13 / 09 / 2017 ເວລາ 17:00 ທີມຊາດລາວ ພົບ ທີມຊາດ ສປ ຈີນ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Stadium,Chonburi .
- ວັນທີ 16 / 09 / 2017 ເວລ 18:00 ທີມຊາດລາວ ພົບ ທີມຊາດ ສ.ເກົາຫລີ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education.

 




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

0 comments:

Post a Comment

Powered by Blogger.