ກິລາ

ເບິ່ງໄຮໄລທ໌ການຍິງປະຕູຂອງ ຢູ 18ລາວ ນັດເສຍໃຫ້ ມາເລເຊຍ ແລ້ວໜ້າເປັນຫ່ວງ (ແຟນເຟສວ່າຄວນປັບປຸງຫຍັງແດ່)


   ການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ 2017 ລຸ້ນອາຍຸບໍ່ເກີນ 18 ປີ ທີ່ປະເທດມຽນມາ ເປັນເຈົ້າພາບຈັດການແຂ່ງຂັນ ເມື່ອວັນທີ 4 ກັນຍາ ທີ່ຜ່ານມາ ເປັນການແຂ່ງຂັນນັດທໍາອິດຂອງກຸ່ມ A ໂດຍທີມຊາດລາວ ລຸ້ນ 18 ປີ ລົງສະໜາມນັດທໍາອິດພົບກັບ ມາເລເຊຍ ທີ່ສະໜາມ Aung San Stadium, ປະກົດວ່າ ທີມຊາດລາວ ເສຍໄປແບບໝົດທ່າ 1-4.

   ເຊິ່ງເບິ່ງຈາກໄຮໄລທ໌ ການຍິງປະຕູແລ້ວ ຖືວ່າ ໜ້າເປັນຫ່ວງ ເພາະທີມຊາດລາວ ເສຍໄປຕູແບບງ່າຍ ( ລາຍລະອຽດເບິ່ງວີດີໂອເລີຍ )
   ສໍາລັບ ການແຂ່ງຂັນບານເຕະຊີງແຊັມອາຊຽນ 2017 ລຸ້ນອາຍຸບໍ່ເກີນ 18 ປີ ແບ່ງເປັນ 2 ກຸ່ມ ໂດຍທີມຊາດລາວ ຢູ່ກຸ່ມ A ມີງານໜັກດັ່ງນີ້:


- ວັນທີ 6 ກັນຍາ 2017 ເວລາ 18:00 ໂມງ ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະໜາມ Thuwunna Stadium.
- ວັນທີ 8 ກັນຍາ 2017 ເວລາ 15:00 ໂມງ ລາວ ພົບ ສິງກະໂປ ແຂ່ງຂັນຢູ່ທີ່ສະໜາມ Aung San Stadium.
- ວັນທີ 10 ກັນຍາ 2017 ເວລາ 15:00 ໂມງ ຕີມໍ ເລສເຕ ພົບ ລາວ ແຂ່ງຂັນຢູ່ທີ່ສະໜາມ Aung San Stadium.
- ວັນທີ 12 ກັນຍາ 2017 ເວລາ 15:00 ໂມງ ລາວ ພົບ ກຳປູເຈຍ ແຂ່ງຂັນຢູ່ທີ່່ສະໜາມ Aung San Stadium.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

0 comments:

Post a Comment

Powered by Blogger.