ບັນຫາຊາຍແດນ

ເນື້ອໃນຖະແຫຼງຂ່າວຂອງ ທ່ານ ຮຸນແຊນ ນາຍົກກຳປູເຈຍ ຕໍ່ຂໍ້ຂັດແຍ່ງຊາຍແດນລາວ-ກຳປູເຈຍ( ວັນທີ 1 ກັນຍາ 2017, ທີ່ນະຄອນຫຼວງພະນົມເປັນ)


 ຍິນດີຕ້ອນຮັບການມາຄັ້ງນີ້ຂອງພະນະທ່ານນາຍົກ ທອງລຸນ ສີສຸລິດ. ມື້ນີ້ຖືວ່າເປັນກາລະໂອກາດສຳຄັນ ທີ່ສອງ ປະເທດ ຈະກັບໄປສູ່ການຢຸດຕິໃນການແກ້ໄຂບັນຫາຊາຍ ແດນ. ໃນວັນທີ 12 ສິງຫາ 2017 ເຮົາໄດ້ພົບກັບພະນະທ່ານ ນາຍົກ ຢູ່ນະຄອນຫຼວງວຽງຈັນ ແລະ ມື້ນີ້ ວັນທີ 1 ກັນຍາ 2017 ເຮົາພົບກັນຢູ່ນະຄອນຫຼວງ ພະນົມເປັນ ກໍໝາຍຄວາມວ່າ ນາຍົກລັດຖະມົນຕີຂອງພວກ ເຮົາທັງສອງ ໄດ້ພົວພັນກັນຢ່າງໃກ້ຊິດ ແລະ ແຂງແຮງ. ຖ້າບໍ່ ມີການພົວພັນສ່ວນຕົວລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ກັບຂ້າພະເຈົ້າ ແລະ ລະຫວ່າງສອງຄອບຄົວຂອງພວກເຮົານັ້ນ ແລ້ວ. ເລື່ອງນີ້ຄືຈະແກ້ໄຂໄດ້ຍາກ.

ຂ້າພະເຈົ້າກັບພະນະທ່ານ ທອງລຸນ ສີສຸລິດ ຮູ້ຈັກກັນຕັ້ງ 30 ກວ່າປີຜ່ານມາແລ້ວ. ດັ່ງນັ້ນ ເປັນການສ້າງເງື່ອນໄຂ, ມີຄວາມໄວ້ໃຈກັນໄດ້ ແລະ ສາມາດ ລົມກັນໄດ້ໃນທຸກບັນຫາ. ພາຍຫຼັງທີ່ໄດ້ປຶກສາຫາລືນຳກັນ ລະຫວ່າງສອງນາຍົກ ໂດຍສະເພາະພວກເຮົາໄດ້ຕົກລົງກັນ 4 ບັນຫາສຳຄັນທີ່ຈະ ແກ້ໄຂໃນຕໍ່ໜ້າ ດັ່ງນີ້:

 1. ອີກບໍ່ເທົ່າໃດມື້ລັດຖະມົນຕີຕ່າງປະເທດທັງສອງ ຈະ ປະຊຸມກັນຢູ່ນະຄອນຫຼວງພະນົມເປັນ ນີ້ເພື່ອຊອກຮູ້ການແກ້ ໄຂ, ຊອກຄວາມອຳນວຍ ແລະ ຄວາມເຂົ້າອົກເຂົ້າໃຈກັນ.

 2. ຝ່າຍເພື່ອນລາວ ກໍໄດ້ເຫັນດີຕາມການສະເໜີຂອງ ຝ່າຍກຳປູເຈຍ ກວດກາຈຸດຄົງຄ້າງ ຕາມໜັງສືທີ່ຂ້າພະເຈົ້າ ແຈ້ງໃຫ້ພະນະທ່ານ ທອງລຸນ ສີສຸລິດ, ບັນດາ 4 ຈຸດນັ້ນມີ: 033, 037/13, ອູສະວາຍ ແລະ ເວີນຄຳ 032/1. 4 ຈຸດນີ້ ພວກ ເຮົາໄດ້ຕົກລົງກັນຕ້ອງໄດ້ແກ້ໄຂກ່ອນບໍລິເວນຫ້ວຍຕະເງົ້າ ເພາະວ່າບໍລິເວນຫ້ວຍຕະເງົ້າ ມີຄວາມຫຍຸ້ງຍາກ ຕ້ອງໄດ້ແກ້ ໄຂຈຸດນີ້ກ່ອນ.

3. ທັງສອງຝ່າຍຕົກລົງກັນໃຫ້ຄະນະກຳມະການຊາຍ ແດນ ລົງໄປແກ້ໄຂກັນທີ່ຢູ່ພື້ນທີ່ຕົວຈິງ ຢູ່ບໍລິເວນຫ້ວຍຕະເງົ້າ ທີ່ເປັນບໍລິເວນຄົງຄ້າງ. ຕາມການຕົກລົງກັນດິນສ່ວນໃດ ເປັນຂອງກຳປູເຈຍ, ສ່ວນໃດເປັນຂອງລາວ ຕ້ອງກຳນົດໃຫ້ຈະແຈ້ງ, ຊອກເຫັນຢູ່ ຈຸດໃດ ໃຫ້ປັກຫຼັກໝາຍໃສ່ຈຸດນັ້ນ, ອີງຕາມແຜນທີ່ນີ້ ພວກ ເຮົາຍັງເຫຼືອພຽງແຕ່ 20 ຫຼັກໝາຍ ຢູ່ໃນບໍລິເວນຫ້ວຍຕະເງົ້ານີ້ ດັ່ງນັ້ນ ໃຫ້ທັງສອງຝ່າຍລົງໄປພື້ນທີ່ຕົວຈິງ, ໄປນອນຢູ່ພຸ້ນ ເລີຍ, ຕົກລົງກັນຮອດຈຸດໃດ, ປັກຫຼັກໝາຍໃສ່ຈຸດນັ້ນໂລດ.

 4. ນາຍົກລັດຖະມົນຕີທັງສອງຄື: ພະນະທ່ານ ທອງລຸນ ສີສຸລິດ ແລະ ຂ້າພະເຈົ້າ ຈະເຮັດຈົດໝາຍເຖິງປະທານາທິບໍດີ ຝຣັ່ງ ເພື່ອຊ່ວຍມອບແຜນທີ່ມາດຕາ1/100.000 ແລະ ມາດຕາ 1/50.000, ຂໍໃຫ້ຝຣັ່ງຊ່ວຍເອົາເອກະສານອື່ນໆອີກ ທີ່ກ່ຽວຂ້ອງກັບຊາຍແດນກຳປູເຈຍ ແລະ ລາວ. ປະເທດພວກເຮົາທັງສອງ ຫຼື ອາດເວົ້າໄດ້ວ່າທັງສາມ ເຄີຍເປັນເມືອງຂຶ້ນຂອງຝຣັ່ງ ກ່ອນຝຣັ່ງອອກໄປ, ຝຣັ່ງໄດ້ມອບ ມໍລະດົກນັ້ນມາໃຫ້ພວກເຮົາ. ດັ່ງນັ້ນ ຝຣັ່ງ ຕ້ອງມີຄວາມຮັບ ຜິດຊອບຕໍ່ພວກເຮົາ, ຊ່ວຍພວກເຮົາຕໍ່ບັນຫານີ້. ພື້ນຖານທີ່ ຝຣັ່ງມອບໃຫ້ນັ້ນ ເປັນແຜນທີ່ 1/100.000, ແຕ່ວ່າການກຳ ນົດເສັ້ນຊາຍແດນ ບໍ່ສາມາດຈະເອົາແຜນທີ່ 1/100.000 ມາ ກຳນົດໄດ້ດອກ, ຕ້ອງໃຊ້ແຜນທີ່ 1/50.000.


ສະນັ້ນ ວິທີທີ່ດີ ກວ່າໝູ່ ແມ່ນຂໍນັກວິຊາການແຜນທີ່ຝຣັ່ງ ມາຊ່ວຍມອບແຜນ ທີ່ 1/100.000 ຖ່າຍທອດເປັນ 1/50.000 ທີ່ແຜນທີ່ສະບັບ ຕົ້ນຂອງຝຣັ່ງ. ນອກນັ້ນ ສະເໜີຂໍແຜນທີ່ທັງຫຼາຍທີ່ຝຣັ່ງມີ ກ່ຽວ ຂ້ອງກັບຊາຍແດນກຳປູເຈຍ-ລາວ. ຫວັງວ່າໃນເວລາທີ່ ລັດຖະມົນຕີຕ່າງປະເທດທັງສອງປະ ຊຸມ, ລັດຖະມົນຕີຕ່າງປະເທດທັງສອງ ຈະປຶກສາຫາລືກັນກ່ຽວ ກັບເນື້ອໃນຈົດໝາຍນີ້ນຳດ້ວຍ. (ເປັນຄຳເຫັນຂ້າພະເຈົ້າ) ມອບໃຫ້ລັດຖະມົນຕີຕ່າງປະເທດ ທັງສອງເປັນຜູ້ຮ່າງຂຶ້ນ ມາ ເພື່ອໃຫ້ຂ້າພະເຈົ້າ ແລະ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີທັງສອງ ເຊັນແລ້ວສົ່ງໄປຫາປະທານາທິບໍ ດີຝຣັ່ງໂລດ. ຜົນການພົບປະກັນໃນມື້ນີ້ ເຮົາສາມາດເວົ້າໄດ້ວ່າມິດຕະ ພາບລະຫວ່າງກຳປູເຈຍ-ລາວ ຈະສືບຕໍ່ຮັດແໜ້ນກັນຕື່ມອີກ ໂດຍຜ່ານການແກ້ໄຂບັນຫາຄົງຄ້າງ, ການແກ້ໄຂຄັ້ງນີ້ຈະບໍ່ ແມ່ນໜຶ່ງຈຸດ, 2 ຈຸດດອກ ເປັນບັນຍາກາດໃນການແກ້ໄຂບັນ ຫາເປັນແບບຂອບເຂດ (Packet).



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.