ກະຊວງ ການຕ່າງປະເທດ

ກະຊວງການຕ່າງປະເທດ ອອກຖະແຫລງການຕໍ່ເຫດການທົດລອງລະເບີດນິວເຄຼຍ/ໄຮໂດຼເຈນ ຂອງສປປ ເກົາຫຼີ


ສປປ ລາວ ສະແດງຄວາມເປັນຫ່ວງຢ່າງຍິ່ງ ຮ່ວມກັບວົງຄະນະຍາດສາກົນ ຕໍ່ເຫດການທົດລອງລະເບີດນິວເຄຼຍ/ໄຮໂດຼເຈນ ຢູ່ໃຕ້ດິນ ໂດຍ ສປປ ເກົາຫຼີ ໃນວັນທີ 3 ກັນຍາ 2017 ເຊິ່ງການທົດລອງດັ່ງກ່າວ ເປັນການຂັດກັບຍັດຕິຂອງສະພາຄວາມໝັ້ນຄົງ ສປຊ ແລະ ອາດຈະເຮັດໃຫ້ຄວາມເຄັ່ງຕຶງ ໃນແຫຼມເກົາຫຼີ ເພີ່ມຂຶ້ນ, ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງໃຊ້ຄວາມອົດກັ້ນ ແລະ ພະຍາຍາມຮ່ວມກັນ ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ.

ສປປ ລາວ ຢືນຢັນທັດສະນະອັນສະເໝີຕົ້ນສະເໝີປາຍ ໃນການສະໜັບສະໜູນໃຫ້ແຫຼມເກົາຫຼີ ມີສັນຕິພາບ, ສະຖຽນລະພາບ ແລະ ເປັນຂອດປອດອາວຸດນິວເຄຼຍ, ພ້ອມທັງແກ້ໄຂບັນຫາຂໍ້ຂັດແຍ່ງໂດຍສັນຕິວິທີ ແລະ ຜ່ານການເຈລະຈາແບບສ້າງສັນ.


ແຫລ່ງທີ່ມາຈາກກະຊວງການຕ່າງປະເທດ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.