ກິລາ

10 ປະເດັນທີ່ ພະນະທ່ານນາຍົກ ເນັ້ນໃຫ້ທັບນັກກີລາຕ້ອງເອົາໃຈໃສ່ ກ້າວສູ່ຄວາມສໍາເລັດໃນຊີເກມ ຄັ້ງຕໍ່ໄປ


   ເມື່ອວັນທີ 5 ກັນຍາ ທີ່ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ມີພິທີຕ້ອນຮັບນັກກີລາລາວ ຊຸດຊີເກມ 2017 ໃຫ້ກຽດຕ້ອນຮັບຢ່າງສົມກຽດໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ນາງແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ພ້ອມດ້ວຍການນໍາ, ຄະນະຄູຝຶກ ແລະ ນັກກີລາ ທີ່ໄດ້ຫຼຽນໃນຊີເກມ 2017 ເຂົ້າຮ່ວມຢ່າງພ້ອມພຽງ.


   ໂອກາດດັ່ງກ່າວ ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນັ້ນວ່າ: ເພື່ອເຮັດໃຫ້ປະຕິບັດໄດ້ຕາມຄາດໝາຍດັ່ງກ່າວ ຂ້າພະເຈົ້າຂໍເນັ້ນໃຫ້ ກະຊວງສຶກສາທິການ ແລະ ກີລາ, ຄະນະນໍາໂອແລັມປິກແຫ່ງຊາດລາວ, ບັນດາສະຫະພັນແຫ່ງຊາດ ແລະ ຜູ້ມີສ່ວນຮ່ວມໃນການພັດທະນາກີລາລາວ ຕ້ອງເອົາໃຈໃສ່ 10 ບັນຫາຕໍ່ໄປນີ້:


 1.ໃຫ້ກົມວິຊາການກີລາ, ຄະນະກໍາມະການໂອແລັມປິກແຫ່ງຊາດລາວ ຮ່ວມກັບ ບັນດາສະຫະພັນກີລາປະເພດຕ່າງໆ ຈັດປະຊຸມວິຊາການ ຕີລາຄາຈຸດດີ, ຂໍ້ຄົງຄ້າງ ຊອກໃຫ້ເຫັນໄດ້ວິທີການພັດທະນາກີລາລາວໃຫ້ສູງຂຶ້ນກວ່າເກົ່າ.
 2.ໃນຕໍ່ໜ້າການເກັບໂຕນັກກີລາໃນສູນຝຶກກີລາແຫ່ງຊາດ ກໍ່ຕ້ອງໃຫ້ນັກກີລາໄດ້ເກັບຕົວຍາວນານຕໍ່ເນື່ອງກວ່າຄັ້ງນີ້ ໂດຍຕອບສະໜອງດ້ານງົບປະມານຢ່າງເໝາະສົມ.

 3.ການຄັດເລຶອກປະເພດກີລາ, ນັກກີລາທີ່ເປັນບູລິມະສິດ ເພື່ອຈະຍາດເອົາຫຼຽນຕ້ອງລົງເລິກຕື່ມກັບ ສະຫະພັນກີລາແຫ່ງຊາດ ແຕ່ຫົວທີ, ກວ້າງຂວາງ ແລະ ມີວິທິຍາສາດຢ່າງເໝາະສົມ.
 4.ການລົງທຶນ ເພື່ອສ້າງຄູຝຶກດີເດັ່ນມີປະສົບການຈາກຕ່າງປະເທດ ມາຝຶກແອບກິລາບາງປະເພດກີລາໃຫ້ມີສັກກະຍະພາບຕໍ່ເນື່ອງ.

 5.ການລົງທຶນສົ່ງນັກກີລາບາງປະເພດເປົ້າໝາຍໄປຝຶກແອບຢູ່ຕ່າງປະເທດ ເພື່ອຊອກປະສົບການດ້ວຍຫຼາຍຮູບແບບຄື ແບບຮ່ວມມື ແລະ ແບບໃຊ້ງົບປະມານຂອງລັດ ກໍ່ຕ້ອງໃຫ້ທັນການ.
 6.ເອົາໃຈໃສ່ຄັດເລຶອກສ້າງບຸກຄະລະກອນວິຊາການຢູ່ພາຍໃນອດ້ວຍຫຼາຍຮູບແບບ ໂດຍສະເພາະເລັ່ງໃສ່ຍົກລະດັບຄູຝຶກນັກກີລາຂອງລາວໃຫ້ສູງຂຶ້ນ ໃຫ້ກາຍເປັນຜະລິດຕະພັນຂອງລາວທີ່ມີລະດັບສາກົນ.
 7.ວາງແຜນສ້າງກໍາມະການຕັດສິນຂອງລາວ ໃນຫຼາຍປະເພດກີລາໃຫ້ໄດ້ຍົກລະດັບຮັບຮອງໃນລະດັບອາຊຽນ, ອາຊີ ແລະ ສາກົນ ເພື່ອສາມາດເຂົ້າຮ່ວມຈັດການແຂ່ງຂັນ ແລະ ຕັດສິນໃນລະດັບຕ່າງໆຫຼາຍຂຶ້ນ.

 8.ປັບປຸງກົງຈັກການຈັດຕັ້ງຂອງບາງສະຫະພັນກີລາແຫ່ງຊາດ ທີ່ຍັງບໍ່ທັນເຂັມແຂງ ເພື່ອຊອກກໍາລັງແຮງທາງດ້ານທຶນຮອນ, ຄວາມສາມາດ ແລະ ສະຕິປັນຍາ ໃຫ້ພັດທະນາໄປໄດ້.
 9.ກົມວິຊາການຮ່ວມກັບສະຫະພັນກີລາປະເພດຕ່າງໆ ພ້ອມກັນວາງແຜນການໃສ່ ຊີເກມ ຄັ້ງຕໍ່ໆໄປ ແຕ່ດຽວນີ້ ແລະ ໃຫ້ສະເໜີແຜນດ່ວນຜ່ານຂັ້ນເທິງແຕ່ຫົວທີ.
 10.ຍາດແຍ່ງການຮ່ວມມືຊ່ວຍເຫຼືອດ້ານຕ່າງໆ ກໍ່ຄືດ້ານເຕັກນິກຈາກສາກົນ ແລະ ເພື່ອນມິດໃຫ້ຫຼາຍຂຶ້ນ.

 




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.