ຂ່າວ ລັດຖະບານ

ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ຕ້ອນຮັບທູດ ອິດສະຣາແອນ


ໃນວັນທີ 5 ກັນຍາ 2017 ທີ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິ ວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ Nadav Eshcar ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ​ແຫ່ງ ປະເທດອິດສະຣາແອນ ປະຈຳ ສປປ ລາວ, ​ໂດຍມີສຳນັກງານຕັ້ງຢູ່ ຮ່າ​ໂນ້ຍ ປະ​ເທດ​ຫວຽດນາມ.

         ​ໃນ​ໂອກາດ​ດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ Nadav Eshcar ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດອິດສະຣາແອນ ປະຈໍາ ສປປ ລາວ ຄົນໃໝ່, ພ້ອມສະແດງຄວາມເຊື່ອໝັ້ນວ່າ ທ່ານທູດ ຈະສືບຕໍ່ເສີມຂະຫຍາຍສາຍ ພົວພັນ ມິດຕະພາບ ລະຫວ່າງ ອິດສະຣາແອນ ແລະ ສປປ ລາວ ໃຫ້ນັບມື້ນັບມີປະສິດທິຜົນ ທັງເປັນການ ປະກອບສ່ວນສຳຄັນ ເຂົ້າໃນການເສີມ ສ້າງມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.


ພ້ອມ​ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານອິດສະຣາແອນ ທີ່ໄດ້ ໃຫ້ການຊ່ວຍເຫລືອ ໃນການຝຶກອົບຮົມພະນັກງານ ສປປ ລາວ ໃນຂະແໜງກະສິກຳ ຢູ່ປະເທດ ອິດສາຣາແອນ ຊຶ່ງ​ໄດ້ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາ ບຸກຄະລາກອນຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ທ່ານທູດ ຈະສືບຕໍ່ໃຫ້ການຊຸກຍູ້ ແລະ ສະໜັບສະໜູນ ການພົວພັນ ຮ່ວມມື ລະຫວ່າງສອງປະເທດ ໃຫ້ໄດ້ຮັບການຂະຫຍາຍ ຕົວຍິ່ງໆຂຶ້ນ.

​ໃນ​ໂອກາດ​ດຽວກັນ, ທ່ານທູດ Nadav Eshcar ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ສະຫລະເວລາອັນ​ມີຄ່າ​ໃຫ້ການຕ້ອນຮັບ ໃນຄັ້ງນີ້, ພ້ອມ​ຢືນຢັນຈະສຸດທຸກຄວາມສາມາດຂອງຕົນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວ ພັນການ ຮ່ວມມື ກັບບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງລາວ ເພື່ອປະກອບ ສ່ວນເຂົ້າ ໃນການເພີ່ມທະວີ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ ອິດສະຣາແອນ-ລາວ ໃຫ້ນັບມື້ນັບໄດ້ຮັບການ ເສີມຂະຫຍາຍຍິ່ງໆຂຶ້ນ.

ຂ່າວ: ສິງຄຳ, ພາບ: ສະຫວາດ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About SMM

0 comments:

Post a Comment

Powered by Blogger.