ຂ່າວ ປກສ

ຊີເອົາໄປເຮັດເສີກຫວະ...!!! ມີລະເບີດພ້ອມ ແຂວງບໍ່ແກ້ວ ມ້າງກຸ່ມແກງຂີ້ລັກລົດ ແລະ ຜູ້ຄອບຄອງອາວຸດເສິກ




ໃນວັນທີ 4 ກັນຍາ 2017 ນີ້ ຫ້ອງຕໍາຫຼວດ ພະແນກ ສືບສວນສອບສວນ ປກສ ແຂວງ ບໍ່ແກ້ວ ໄດ້ມ້າງຄະດີກຸ່ມແກ້ງລັກລົດ ແລະ ມີອາວຸດເສີກໄວ້ໃນການຄອບຄອງ.


ໃນຄັ້ງວັນທີ 1 ກັນຍາ 2017 ທາງເຈົ້າໜ້າທີ່ພະແນກສືບສວນ-ສອບສວນພວກເຮົາ ໄດ້ກັກຕົວຜູ້ຖືກ ຫາຕາມຄໍາສັ່ງຈັບ ຕົວຂອງຫົວໜ້າອົງການການໄອຍະການ ປະຊາຊົນ ແຂວງບໍ່ແກ້ວທີ່ຖືກສັກທອດ ຈາກກຸ່ມແກ້ງລັກສັບຂອງພົນລະເມືອງມາສືບສວນ-ສອບສອນ.




ເຊິ່ງໃນຂະບວນການມີ 


  • ທ້າວ ອຸ່ນສັກ ຄໍາໄຊ ອາຍຸ 27 ປີ ອາຊີບຫວ້າງງານ, ສັນຊາດລາວ, ຊົນເຜົ່າ ກຶມມຸ, ປັດຈຸບັນຢູ່ບ້ານໃຫຍ່ຫ້ວຍຊາຍເໜືອ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ຜູ້ກ່ຽວຮັບສາລະພາບ ວ່າມີ ວັດຖຸລະເບີດໄວ້ໃນການຄອບຄອງ, ພົວພັນກັບຢາເສບສິດ ແລະ ລັກຊັບ ພົນລະເມືອງໂດຍມີກຸ່ມ ແກ້ງນໍາກັນຄື: ທ້າວ ໄຊ ວິໄລສັກ ອາຍຸ 25 ປີອາຊີບຫວ່າງງານ, ສັນຊາດລາວ.



ປັດຈຸບັນຢູ່ບ້ານ ຫ້ວຍຕາບ ເມືອງຫ້ວຍຊາຍແຂວງບໍ່ແກ້ວ, ທ້າວສົມສັກ ແກ້ວມະນີ ອາຊີບຫວ່າງງານ, ຊົນເຜົ່າ ກຶມມູ, ປັດຈຸບັນຢູ່ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

  • ທ້າວ ປ້ອມ ບຸນຕີ ອາຍຸ 36ປີ, ອາຊີບເຮັດນາ, ສັນຊາດລາວ, ຊົນເຜົາລາວລຸ່ມ, ປັດຈຸບັນຢູ່ບ້ານຫ້ວຍຕາບ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ທ້າວ ທູນສັກ ປັນຍາວິຈິດ ອາຍຸ 28 ປິ, ອາຊີບ ກໍາມະກອນ, ສັນຊາດລາວ, ຊົນເຜົ່າ ລາວລຸ່ມ, ປັດຈຸບັນຢູ່ບ້ານບໍ່ແກ້ວ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ




ທັງໝົດໃຫ້ການສາລະພາບວ່າໄດ້ເຄື່ອນໄຫວລັກຊັບພົນລະເມືອງມາແລ້ວຫຼາຍໆຄັ້ງ, ໂດຍສະເພາະ ແມ່ນ ການ ລັກລົດຈັກ ແລະ ວັດຖຸມີຄ່າທີ່ສາມາດນໍາມາຂາຍໄດ້ ສ່ວນເງິນທີ່ໄດ້ມານັ້ນແມ່ນແບ່ງກັນ ເອົາໄປຈ່າຍຫຼິ້ນກິນຈົນໝົດ ແລະ ຊື້ຢາເສບຕິດເສບ, ລົດຈັກທີ່ນໍາມາບາງຄັນກໍດັດແປງສະພາບລົດ ພົ່ນສີ ດັດແປງເຕັກນິກເພື່ອບໍ່ໃຫ້ເຈົ້າໜ້າທີ່ກວດພົບເຫັນ...

 
ເຈົ້າໜ້າທີ່ຍັງໄດ້ກວດພົບເຫັນ
  1. ປ້າຍລົດຈໍານວນ 2 ປ້າຍ 
  2. ເງິນບາດ 2ພັນບາດ, 
  3. ລະເບີດ 1 ລູກ, 
  4. ປືນແກັບ 1 ກະບອກ, 
  5. ງ້າວ 1 ດວງ.
ໃນຕອນທ້າຍທ່ານ ພັທ ຄໍາດີ ເກດພິນດາ ຮອງຫ້ອງຕໍາຫຼວດ ປກສ ແຂວງບໍ່ແກ້ວ ກໍ່ຍັງໃຫ້ຄວາມຄິດ ເຫັນກ່ຽວກັບເຫດການໃນຄັ້ງນີ້ ແລະ ຝາກມາຍັງພໍ່ແມ່ປະຊາຊົນໃຫ້ມີຄວາມລະມັດ ລະວັງກ່ຽວກັບ ສັບສິນອັນມິຄາ,ຈົ່ງມີສະຕິທຸກຍາມ, ເພື່ອບໍ່ໃຫ້ເປັນທີ່ລໍ້ໃຈແກ່ຄົນບໍ່ດີ ແລະ ຊ່ວຍເປັນຫູຕາໃຫ້ແກ່ ເຈົ້າໜ້າຂອງພວກເຮົາ....ເຈົ້າໜ້າທີ່ເຮົາຍັງໄດ້ມອບລົດຈັກທີ່ຖືກລັກໄປມອບຄືນໃຫ້ແກ່ເຈົ້າຂອງເດີມ.


ຂ່າວ:ຮທ ວິທູນ ແກ້ວກັນຍາ



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About SMM

0 comments:

Post a Comment

Powered by Blogger.