ກິລາ

ຮູ້ຈັກ! ສິດທິເດດ ເຈົ້າຂຽນຫຼຽນຄໍາສະນຸກເກີ ຊີເກມ 2017


   ທັບນັກກີລາສະນຸກເກີລາວ ສົ່ງນັກກີລາຈໍານວນ 4 ຄົນ ຮ່ວມຊີເກມ 2017 ສ້າງຜົນງານຢ່າງໂດດເດັ່ນ ໂດຍສະເພາະ ທ້າວ ສິດທິເດດ ບັກສ່ຽງ ເຈົ້າມື 1 ຂອງ ສປປ ລາວ ສາມາດເອົາຊະນະ ນັກກີລາຈາກໄທ ໃນຮອບຊີງຫຼຽນຄໍາໄປສະບາຍ 4-1 ເຟຣມ ສ້າງປະຫວັດສາດເປັນນັກກີລາສະນຸກເກີດລາວຄົນທໍາອິດ ທີ່ຄວ້າຫຼຽນຄໍາໃນຊີເກມ.

   ນອກຈາກນັ້ນ, ກໍ່ຍັງມີ ທ້າວ ສຸລິຍາ ມີນາລາວົງ ມື 2 ຂອງ ສປປ ລາວ ເຈົ້າຂອງຫຼຽນທອງ ຈາກກີລາສະນຸກເກີດ່ຽວຊາຍ ທີ່ພາດທ່າເສຍໃຫ້ກັບ ນັກກີລາຈາກໄທ ໃນຮອບຊີງຫຼຽນເງິນ ກ່ອນຄວ້າຫຼຽນທອງໄປປອບໃຈ ເຮັດໃຫ້ທັບນັກກີລາສະນຸກເກີລາວ ຍາດໄດ້ 1 ຫຼຽນຄໍາ ແລະ 1 ຫຼຽນທອງ.

   ສິດທິເດດ ເປີດໃຈກັບທີມງານ ຫຼ້າສຸດວ່າ: ການຍາດໄດ້ຫຼຽນຄຳຄັ້ງນີ້ເປັນຄັ້ງທໍາອິດຂອງຕົວເອງໃນຊີເກມ ເຮັດໃຫ້ຂ້ອຍມີຄວາມພາກພູມໃຈຫຼາຍທີ່ສຸດ ແລະ ເປັນການປະກອບສ່ວນອັນສໍາຄັນ ແລະ ສ້າງຊື່ສຽງມາໃຫ້ກັບປະເທດຊາດ ລວມທັງເປັນຄວາມພາກພູມໃຈໃຫ້ກັບຄອບຄົວ ເຊິ່ງກວ່າຈະໄດ້ປະສົບຄວາມສຳເລັດນັ້ນ ແມ່ນມາຈາກການຝືກຊ້ອມທີ່ໜັກ ແລະ ຕ້ອງຂອບໃຈກໍາລັງໃຈຈາກພໍ່ແມ່ປະຊາຊົນລາວ ໂດຍໃນຕອນທໍາອິດວ່າ ຄວາມຫວັງທີ່ຕັ້ງໄວ້ສູງ ແລະ ຂ້າພະເຈ້າພະຍາຍາມເຮັດໃຫ້ມັນດີທີ່ສຸດ ສຸດທ້າຍປະສົບຄວາມສຳເລັດ.

   “ ເລີ່ມຫຼິ້ນກີລາສະນຸກເກີຕັ້ງແຕ່ຕອນອາຍຸ 12 ປີ ໂດຍຕິດພັນກັບກີລານີ້ມາ ເນື່ອງ ພໍ່ມັກພາເຂົ້າໄປຫຼິ້ນສະນຸກເກີຫຼາຍເທື່ອ ແລະ ຝຶກຫຼິ້ນນັບແຕ່ນັ້ນມາ ເຊິ່ງນັກກີລາຂວັນໃຈແມ່ນ ຕ໋ອງ ສິດຊ່ອຍ ນັກກີລາຊາວໄທ. ປັດຈຸບັນນີ້, ໃຊ້ຊີວິດຢູ່ປະເທດໄທ ເນື່ອງຈາກຕ້ອງແຂ່ງຂັນສະນຸກເກີລີກໄທ ແລະ ຫຼາຍລາຍການ ປະມານປີໜຶ່ງຕໍ່ 10 ກວ່າລາຍການ ໂດຍຄວາມໄຝ່ຝັນໃນອະນາຄົດ ກໍ່ຢາກໄປແຂງຢູ່ປະເທດອັງກິດ ແລະ ແນ່ນອນຂ້ອຍຈະຕ້ອງຝຶກຊ້ອມຢ່າງໜັກ ລວມເຖິງສຶກສາເທັກນິກຕ່າງໆ ເພື່ອໃຫ້ຄວາມຝັນເປັນຈິງ ” ເຈົ້າຫຼຽນຄໍາສະນຸກເກີປະຫວັດສາດ.

   ຈາກຜົນງານດັ່ງກ່າວ ທ່ານ ປະສິດໄຊ ຫຼວງໂຄດ ປະທານສະຫະພັນສະນຸກເກີແຫ່ງຊາດລາວ ອັດສີດເງິນຈໍານວນ 50 ລ້ານກີບໃຫ້ ທ້າວ ສິດທິເດດ ສັກບ່ຽງ ນັກສະນຸກເກີມື 1 ຂອງ ສປປ ລາວ ເຈົ້າຂອງຫຼຽນຄໍາສະນຸກເກີດ່ຽວຊາຍ ເປີດເຜີຍວ່າ: ສໍາລັບຈຸດພິເສດຂອງ ສິດທິເດດ ທີ່ພາໃຫ້ລາວສາມາດ ຄວ້າຫຼຽນຄໍາ ໃນຊີເກມ ໄດ້ສໍາເລັດ ແມ່ນຍ້ອນຄວາມເອົາໃຈໃສ່, ອົດທົນພະຍາຍາມ, ຄວາມທຸ່ນທ່ຽງ ແລະ ຄວາມຮອບຄອບ ເຊິ່ງຈາກປະສົບການທີ່ຕິດພັນກັບລາວ ເຫັນວ່າ ຈຸດເດັນຂອງລາວຢູ່ທີ່ ໃນກໍລະນີທີ່ບໍ່ໝັ້ນໃຈ ລາວຈະບໍ່ສ່ຽງຍິງລົງຂຸມ ຖ້າບໍ່ໝັ້ນໃຈຮອດ 80% ແຕ່ຈະປ່ຽນການຕີມາເປັນການປ້ອງກັນບໍ່ໃຫ້ຄູ່ແຂ່ງຫຼິ້ນງານ.

   ຢ່າງໃດກໍ່ຕາມ, ຜົນສໍາເລັດຄັ້ງນີ້ທາງ ສະຫະພັນສະນຸກເກີ ຈະສະເໜີຕໍ່ ກະຊວງສຶກສາທິການ ແລະ ກີລາ ເພື່ອສົ່ງເສີມ ແລະ ມີແຜນສົ່ງ ສິດທິເດດ ໄປແຂ່ງຂັນໃນລີກອາຊີບຂອງປະເທດໄທຕໍ່ໄປ ແລະ ແຜນໃຫຍ່ຄືສົ່ງລາວໄປຫຼິ້ນທີ່ ສປ ຈີນ ໃນອະນາຄົດ.

   ສໍາລັບ ສິດທິເດດ ເກີດເມື່ອວັນທີ 8 ພະຈິກ 1983 ເປັນຊາວເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ສປປ ລາວ ເຄີຍຍາດໄດ້ຫຼຽນຄໍາທຸກຄັ້ງ ໃນງານມະຫະກໍາກີລາແຫ່ງຊາດ ທີ່ກໍານົດກີລາສະນຸກເກີເຂົ້າຮ່ວມການແຂ່ງຂັນ, ສ່ວນຜົນງານໃນລະດັບຊາດ ເຄີຍໄດ້ຫຼຽນເງີນຊີເກມ 2013 ທີ່ປະເທດມຽນມາ, ໄດ້ແຊັມຢູ ປະເທດໄທ ລາຍການດິວິຊັ່ນ 2 ປີ ເມື່ອ 2008, ເຄີຍເຂົ້າຮອບ 4 ຄົນລາຍການຊີງແຊມປະເທດໄທ ແລະ ເຄີຍເຂົ້າຊີງຊະນະເລີດ ລາຍການ 6 ແດງລາຍການໂປຊາເລນ ຂອງປະເທດໄທ.

ຂໍ້ມູນຈາກ: ໜັງສືພິມເສດຖະກິດ-ການຄ້າ





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.