ທີມໃຫຍ່ໜາວ! ເອັມບັບເປ ເລຶອກ ປາຣີ ສົມທົບ ເນມາ ລົງຊ້ອມໂຊສື່ ກ່ອນລ່າແຊັມ


   ຄີລຽນ ເອັມບັບເປ ກອງໜ້າດາວເດັ່ນຄົນໃໝ່ງ ປາຣີ ແຊງແຊັກແມງ ຫຼັງຈາກຍ້າຍຈາກ ໂມນາໂກ ດ້ວຍສັນຍາຢືຕົວ 1 ລະດູການ ພ້ອມກັບຊື້ຂາດຄ່າຕົວ 185 ລ້ານເອີໂຣ ໃນລະດູການໜ້າ ເປັນນັກເຕະແພງທີ່ສຸດອັນດັບ 2 ຂອງໂລກຮອງຈາກ ເນມາ ທີ່ ປາຣີ ຈີກສັນຍາໃນລາຄາ 222 ລ້ານເອີໂຣ.

   ຫຼ້າສຸດ ເມື່ອວັນທີ 6 ກັນຍາ ທີ່ຜ່ານມາ ເອັມບັບເປ ກອງໜ້າທີມຊາດຝຣັ່ງ ໄດ້ລົງຊ້ອມກັບ ນັກເຕະທີ່ຄ່າຕົວແພງທີ່ສຸດຢ່າງ ເນມາ ທີ່ສະໜາມຊ້ອມຂອງສະໂມສອນ ປາຣີ ແຊງແຊກແມງ ເພື່ອກະກຽມນໍາທີມລ່າແຊັມໃນລະດູການ 2017-2018.


   ເອັມບັບເປ ໄດ້ໃຫ້ສໍາພາດວ່າ: ລາວພິຈາລະນາເລຶອກທີ່ຈະຍ້າຍໄປຫຼິ້ນໃຫ້ກັບ ອາເຊນອລ ພາຍໃຕ້ການນໍາທີມຂອງ ອາແຊນ ເວນເກີ ແຕ່ສຸດທ້າຍລາວກໍ່ຕັດສິນໃຈຍ້າຍໄປຫຼິ້ນໃຫ້ກັບ ປາຣີ ເຊິ່ງເປັນຕົວເລຶອກຫຼັກຂອງລາວ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.