ລັດຖະບານ

ກອງປະຊຸມລັດຖະບານ ກັບເຈົ້າແຂວງ ພ້ອມກັນ ປຶກສາຫາລື 7 ບັນຫາສຳຄັນຂອງຊາດ



ກອງປະຊຸມລັດຖະບານເປີດກວ້າງປີ 2017 ໄດ້ເປີດຂຶ້ນໃນຕອນເຊົ້າຂອງມື້ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເຊິ່ງຈະໄດ້ດຳເນີນເປັນເວລາ 2 ວັນ(7-8 ກັນຍາ 2017)  ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາຮອງນາຍົກລັດຖະມົນຕີ, ບັນດາທ່ານສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງ, ບັນດາເຈົ້າແຂວງ ແລະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນສະຫຼຸບຕີລາຄາຢ່າງກົງໄປກົງມາຕໍ່ໝາກຜົນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ປຶກສາຫາລືຫຼາຍບັນຫາສຳຄັນທີ່ພົວພັນກັບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມຂອງລະດຖະບານ ກໍ່ຄື ອຳນາດການປົກຄອງຂອງທ້ອງຖິ່ນ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.

ສຳລັບກອງປະຊຸມໃນຄັ້ງນີ້ ຈະໄດ້ປຶກສາຫາລື 7 ບັນຫາສຳຄັນ ເປັນຕົ້ນ:

1. ສະຫຼຸບຕີລາຄາຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2017 ແລະ ປຶກສາຫາລືກ່ຽວກັບທິດທາງຂອງຮ່າງແຜນພັດທະນາເສດຖະກິດ-ສັງຄົມ ສຳລັບປີ 2018;

2. ຮັບຟັງການລາຍງານສະຫຼຸບຖອດຖອນບົດຮຽນ ແລະ ທິດຜັນຂະຫຍາຍຜົນການຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ ແລະ ລັດຖະບານ;

3. ສະຫຼຸບຕີລາຄາການຈັດປະຕິບັດມະຕິ, ຄຳສັ່ງ, ແຈ້ງການ ແລະ ການຕົກລົງຂອງລັດຖະບານໃນໄລຍະຜ່ານມາ;

4. ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ແລະ ທິດຊີ້ນຳເພີ່ມເຕີມຕ່າງໆ ຂອງລັດຖະບານກ່ຽວກັບບັນຫາດັ່ງກ່າວ;

5. ປຶກສາຫາລືກ່ຽວກັບທິດທາງການສົ່ງເສີມການຜະລິດເປັນສິນຄ້າ ແລະ ການຄ້ຳປະກັນຄວາມຫມັ້ນຄົງດ້ານສະບຽງອາຫານ;

6. ຮັບຟັງການລາຍງານກະກຽມຄວາມພ້ອມໃນການເປີດປີທ່ອງທ່ຽວລາວ ປີ 2018;

7. ຮັບຟັງການລາຍງານສະພາບການແກ້ໄຂບັນຫາສິ່ງກີດຂວາງ ແລະ ການຊົດເຊີຍຜູ້ໄດ້ຮັບຜົນກະທົບ ຈາກການກໍ່ສ້າງໂຄງການທາງລົດໄຟ ລາວ-ຈີນ.


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ​ ກ່າວໃນທີ່ປະຊຸມວ່າ: ບັນຫາທີ່ນຳເຂົ້າກອງປະຊຸມ ​ໃນຄັ້ງນີ້,ລ້ວນແຕ່ເປັນບັນຫາສຳຄັນ ແລະ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືທິດທາງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ມີບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ເປັນຫົວຈັກຫລັກແຫລ່ງ ໃນການຊຸກຍູ້ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

 ສິ່ງສໍາຄັນກອງປະຊຸມ ຍັງໄດ້ສຸມ ໃສ່ຕີລາຄາຢ່າງກົງໄປກົງມາ ຕໍ່ໝາກຜົນ ແລະ ຂໍ້ຄົງຄ້າງ ໃນການ ຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ແລະ ປຶກສາຫາລື ບັນຫາສຳຄັນ ທີ່ພົວພັນກັບການຄຸ້ມຄອງລັດ,ຄຸ້ມຄອງສັງຄົມຂອງລັດຖະບານ ກໍຄື ອຳນາດ ການປົກ ຄອງທ້ອງຖິ່ນ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.

ຂອບໃຈແຫລ່ງຂ່າວຈາກ ຫນັງສືພິມ ເສດຖະກິດ ການຄ້າ ແລະ ສຳນັກຂ່າວສານປະເທດລາວ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.