ການເງິນ

ບໍ່ຄໍາເຊໂປນ ປະກອບສ່ວນໃຫ້ລັດຖະບານ ກວ່າ11 ພັນຕື້ກີບ ຕະຫຼອດ10ກວ່າປິຜ່ານມາ



ວັນທີ 5 ກັນຍາ 2017, ທ່ານສະໝານອະເນກາຜູ້ອຳນວຍການ ແລະ ຜູ້ຈັດການດ້ານການພົວພັນກັບຜູ້ມີສ່ວນຮ່ວມ ບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດບໍ່ຄຳ-ທອງເຊໂປນ(ບໍ່ຄໍາເຊໂປນ) ໄດ້ມອບເງິນຄ່າພາສີຊັບພະຍາກອນແຮ່ທາດ ຈາກການຜະລິດ-ຈຳໜ່າຍໃນໄຕມາດທີ 2 ມູນຄ່າ 4ລ້ານກວ່າໂດລາ ສະຫະລັດ ປະມານ 32ກວ່າກີບ ໃຫ້ແກ່ທ່ານນາງ ກະເສີມສີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນ.



ໃນປີ 2017 ນີ້ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດບໍ່ຄຳ-ທອງເຊໂປນ ນັບແຕ່ໄຕມາດທີ 1 ເປັນຕົ້ນມາໄດ້ປະກອບສ່ວນ ໃນການຈ່າຍເງິນພາສີຊັບພະຍາກອນແຮ່ທາດທັງໝົດ ເປັນຈຳນວນ 8.5ລ້ານກວ່າ ໂດລາ ສະຫະລັດປະມານ68ຕື້ກີບ.



ຖ້ານັບແຕ່ເລີ່ມມີການຂຸດຄົ້ນ-ປຸງແຕ່ງ-ຜະລິດຄຳ-ທອງ ມາແຕ່ປີ 2003 ເປັນຕົ້ນມາ  ໄດ້ປະກອບສ່ວນພັນທະຂອງຕົນທີ່ເປັນລາຍຮັບໂດຍກົງໃຫ້ແກ່ລັດຖະບານ  ເປັນເງິນທັງໝົດປະມານ 1.4 ຕື້ ໂດລາ ສະຫະລັດ ຫລື ປະມານ11ພັນຕື້ກວ່າກີບ.


ໃນໄຕມາດທີ 2 ຂອງສົກປີ 2017 ນີ້ບໍ່ຄຳ-ທອງເຊໂປນສາມາດຜະລິດແຜ່ນທອງໄດ້ 15, 606 ໂຕນ. ບໍລິສັດຍັງສືບຕໍ່ຜະລິດແຜ່ນທອງຈາກສິນແຮ່ທີ່ມີຄຸນນະພາບຕ່ຳແລະສັບປົນກວ່າເກົ່າຊຶ່ງໃນສົກປີ 2017 ນີ້ບໍລິສັດຄາດຄະເນຈະຜະລິດແຜ່ນທອງໃຫ້ໄດ້ປະມານ 65,000 – 75,000 ໂຕນ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.