ວັດທະນະທຳ

ຖ່າຍຮູບກ່ອນກິນດອງ ໃນວັດວາອາຮາມ ແບບໃດຈິ່ງເໝາະສົມ...



ຮູບກ່ອນກິນດອງ ຫລື ພຣິເວັດດິງ ຖືວ່າເປັນຫນຶ່ງໃນອົງປະກອບກ່ອນການສ້າງຄອບຄົວໃຫມ່ ໃນຍຸກປັດຈຸບັນໄປແລ້ວ ເມື່ອທຽບໃສ່ກ່ອນຫນ້ານັ້ນ10 ປີ ກໍມີແຕ່ຍ່າງເຂົ້າສະຕູ ຫລື ຮ້ານຖ່າຍຮູບກໍຈົບ.

ແຕ່ປັດຈຸບັນໃນຕົວເມືອງໃຫຍ່ ໂດຍສະເພາະຜູ້ກະເປົາໜາ ການຖ່າຍຮູບກ່ອນງານດອງຖືເປັນສິ່ງສຳຄັນຂອງຄູ່ບ່າວສານທີ່ຂາດບໍ່ໄດ້ໄປແລ້ວ ແລະ ວັດກໍເປັນຫນຶ່ງໃນສະຖານທີ່ ທີ່ຖືກເລືອກເປັນອັບດັບຕົ້ນ(ຄູ່ຊຸດລາວປະຍຸກ)   ຈິ່ງມີຫຼາຍຄົນຕັ້ງຄຳຖາມຂຶ້ນມາ ມັນເຫມາະສົມແລ້ວບໍ? ແຕ່ກໍບໍ່ປະຕິເສດວ່າຫ້າມຖ່າຍ ແຕ່ຖ່າຍແບບໃດຈິ່ງເຫມາະສົມ ແລະ ເປັນການເຄົາລົບສະຖານທີ່ສັກກະລະບູຊາ.
ມື້ນີ້ລາວອັບເດດຈິ່ງນຳເອົາບົດຄວາມເຫັນໃນ ຈາກເຟຈ  ວັດຊຽງທອງ ຣາຊະວໍຣະວິຫາຣ wat xiengthong ມານຳສະເຫນີ ເຊິ່ງມີເນື້ອໃນດັ່ງນີ້:


ໃນໄລຍະຫລັງໆ ມານີ້ ບັນດາຮ້ານຖ່າຍຮູບ ທີ່ມັກມາຖ່າຍຮູບກ່ອນກິນດອງ ໃນວັດວາອາຮາມ ຫລືສະຖານທີ່ ເຄົາລົບບູຊາ ຕ້ອງວາງກິຣິຍາ ທັງກາຍ ວາຈາ ແລະໃຈ ໃຫ້ສຳລວມ ຮຽບຮ້ອຍ ແລະ ເຄົາລົບສະຖານທີ່ດ້ວຍ.

ແຕ່ບັນດາຮູບພາບທີ່ຖ່າຍອອກມາ ເບິ່ງແລ້ວ ຄືກັບວ່າມາລັກກອດ ລັກຫອມກັນ ຢູ່ໃນວັດໃນວາ ໃຫ້ພຣະພຸດທະຮູບເປັນສາກໃຫ້ ເພາະມັນບໍ່ຖືກບໍ່ຕ້ອງ ບໍ່ງາມ ແລະ ເປັນຄ່ານິຍົມທີ່ຜິດທຳນຽມຂອງເມືອງພຸດ ຂອງຄົນພຸດ ໃນສະຖານທີ່ແຫ່ງນີ້.

ການຖ່າຍຮູບໃນສະຖານທີ່ ທີ່ເປັນວັດອາຮາມ ແລະ ສະຖານທີ່ສັກສິດນັ້ນ ແມ່ນສາມາດຖ່າຍໄດ້ ແຕ່ກໍ່ຕ້ອງມີທ່າທາງທີ່ສຸພາບຮຽບຮ້ອຍ ບໍ່ແມ່ນຖ່າຍຮູບແບບກ້ຽວພາລາສີກັນແບບນີ້.


ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງມາເຖິງບັນດາຜູ້ທີ່ຖ່າຍຮູບດອງ ແລະຄູ່ຮັກທີ່ຈະແຕ່ງດອງ ຄວນລະມັດລະວັງ ສຳລວມການຖ່າຍຮູບຢູ່ບັນດາວັດວາອາຮາມ ແລະສະຖານທີ່ສັກສິດ ທີ່ເປັນບ່ອນເຄົາລົບບູຊາ ທັງຫລາຍ ໃຫ້ຈັດທ່າທາງທີ່ສຸພາບ ອ່ອນນອມ ເປັນການເຄົາລົບສະຖານທີ່ຕ່າງໆດ້ວຍເທີດ.


ດ້ວຍຄວາມປາຖະໜາດີ ຈາກເຟຈ  ວັດຊຽງທອງ ຣາຊະວໍຣະວິຫາຣ wat xiengthong
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.