ກິລາ

ໂອກາດໜ້ອຍລົງທຸກຂະນະ! ຢູ 18 ລາວ ເສຍໃຫ້ ໄທ 1-2 ຈ້ອງອັດດັບທ້າຍຂອງຕາຕະລາງ ບານເຕະອາຊຽນ


   ໂອກາດເຂົ້າຮອບຂອງ ທີມຊາດລາວ ລຸ້ນອາຍຸບໍ່ເກີນ 18 ປີ ຈໍ່ຈະໝົດລົງທຸກຂະນະ ຫຼັງລົງສະໜາມນັດທີ 2 ຂອງກຸ່ມ A ເສຍໃຫ້ກັບ ທີມຊາດໄທ 1-2 ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ 2017 ລຸ້ນອາຍຸບໍ່ເກີນ 18 ປີ ໃນວັນທີ 6 ກັນຍາ ທີ່ຜ່ານມາ.

ເຊິ່ງໃນເຄິ່ງເວລາທໍາອິດ ທີມຊາດໄທ ໄດ້ 2 ປະຕູລວດຢ່າງໄວວາ ຈາກການຍິງຂອງ ຢຸດພິໃຈ ເລີດລໍ້າ ນາທີໆ 10 ແລະ 26 ກ່ອນຈົບເຄິ່ງເວລາທໍາອິດ ທີມຊາດໄທ ນໍາຢູ່ 2-0, ສ່ວນເຄິ່ງເວລາທີ 2 ທີມຊາດລາວ ມາໄດ້ປະຕູຕີໄຂ່ແຕກ ນາທີທ 90+2 ຈາກການຍິງຂອງ ພຸດທະຈິດ ພົມມະໃນ ກ່ອນຈົບການແຂ່ງຂັນ ໄທ ເອົາຊະນະໄປ 2-1.

    ຈາກຜົນດັ່ງກ່າວ ສົ່ງຜົນໃຫ້ ທີມຊາດລາວ ຢູ 18 ພົບກັບງານໜັກແລ້ວຕໍ່ເນື່ອງ ເພາະຍັງບໍ່ມີຈັກຄະແນນຈາກ 2 ນັດຢຶດອັນດັບສຸດທ້າຍຂອງຕາຕະລາງ, ສ່ວນ ໄທ ກັບ ມາເລເຊຍ ເກັບຄະແນນໜີຫ່າງເປັນ 6 ຄະແນນແລ້ວ.
   ສ່ວນນັດຕໍ່ໄປທີມຊາດລາວ ມີດັ່ງນີ້:

- ວັນທີ 08 / 9 / 2017 ເວລາ 15:00 ລາວ ພົບ ສິງກະໂປ ແຂ່ງຂັນຢູ່ທີ່ສະຫນາມ Aung San Stadium.
- ວັນທີ 10 / 9 / 2017 ເວລາ 15:00 ຕີມໍ ເລສເຕ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Aung San Stadium.
- ວັນທີ 12 / 9 /2017 ເວລາ 15:00 ລາວ ພົບ ກຳປູເຈຍ ແຂ່ງຂັນຢູ່ທີ່່ສະຫນາມ Aung San Stadium.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.