ຂ່າວຕ່າງປະເທດ

ຕຳຫຼວດມາ​ເລ​ເຊຍ​ ຈັບ​ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ​ໄດ້​ເກືອບ 20 ຄົນ



ຕາມຂ່າວຕ່າງປະເທດລາຍງານວ່າ: ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ມາ​ເລ​ເຊຍ​ປະ​ກາດ​ໃນ​ວັນ​ທີ 5 ກັນ​ຍາ​ນີ້​ວ່າ: ຫຼັງ​ພະ​ຍາ​ຍາມ​ປາບ​ປາມ​ແລະ​ສະ​ກັດ​ກັ້ນ​ການ​ກໍ່​ການ​ຮ້າຍ​ຫວ່າງ​ມໍ່ໆ​ນີ້ ກໍ​ສາ​ມາດ​ຈັບ​ຜູ້​ຕ້ອ​ງ​ສົງ​ໄສ​ກໍ່​ການ​ຮ້າຍ 19 ຄົນ.


ທ່ານ ໂມ​ຮາ​ມັດ ຟູ​ຈີ ຮາ​ຣຸນ ຫົວ​ໜ້າ​ກົມ​ໃຫຍ່​ຕຳ​ຫຼວດ​ມາ​ເລ​ເຊຍ​ຄົນ​ໃໝ່​ຖະ​ແຫຼງວ່າ: ຜູ້​ຕ້ອງ​ສົງ​ໄສ​ເຫຼົ່າ​ນີ້​ໄດ້​ຖືກ​ຈັບ​ແຕ່​ວັນ​ທີ 4 ກໍ​ລະ​ກົດ​ຫາ​ວັນ​ທີ 30 ສິງ​ຫາ​ຜ່ານ​ມາ, ໃນ​ນີ້ 11 ຄົນ​ເປັນ​ຄົນ​ສັນ​ຊາດ​ຕ່າງ​ປະ​ເທດ​ແລະ 8 ຄົນ​ເປັນ​ຄົນ​ສັນ​ຊາດ​ມາ​ເລ​ເຊຍ.


ທ່ານ ຮາ​ຣຸນ ກ່າວ​ຕື່ມ​ວ່າ: ໃນ​ຈຳ​ນວນ​ຜູ້​ຕ້ອງ​ສົງ​ໄສ​ທີ່​ຖືກ​ຈັບ​ນັ້ນ, 8 ຄົນ​ເປັນ​ສະ​ມາ​ຊິກ​ກຸ່ມ​ປະ​ກອບ​ອາ​ວຸດ​ອາ​ບູ ຊາ​ຢາບ ເຊິ່ງ​ຕາມ​ຂ່າວ​ລັບ​ແລ້ວ​ເຫັນ​ວ່າ: ຫຼັງ​ຈາກ​ໄດ້​ເຂົ້າ​ອົງ​ການ​ກໍ່​ການ​ຮ້າຍ​ໃນ​ມາ​ເລ​ເຊຍ​ແລ້ວ, ພວກ​ເຂົາ​ມີ​ເຈດ​ຕະ​ນາ​ຈະ​ໂຈມ​ຕີ​ໃນ​ໂອ​ກາດ​ປິດ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ທີ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 30 ສິງ​ຫາ​ແລະ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດ​ມາ​ເລ​ເຊຍ​ໃນ​ວັນ​ທີ 31 ເດືອນ​ດຽວ​ກັນ.

ແຫລ່ງທີ່ມາຈາກຊີອາໄອ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.