ປະທານປະເທດ

ປະທານປະເທດ ຕ້ອນຮັບທູດປະເທດເພື່ອນມິດເຂົ້າຍື່ນສານຕາຕັ້ງ(ມີວີດີໂອ)


ໃນຕອນເຊົ້າວັນທີ 5 ກັນຍານີ້, ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທູດປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ ເພື່ອດຳລົງຕຳແໜ່ງເປັນທູດຄົນ
ໃໝ່ປະຈຳລາວ
 + ວີດີໂອປະທານປະເທດ ຕ້ອນຮັບທູດປະເທດເພື່ອນມິດເຂົ້າຍື່ນສານຕາຕັ້ງ




ລາຍລະອຽດຕາມລຳດັບດັ່ງນີ້:


ເວລາ 9 ໂມງ 00 ຕ້ອນຮັບທ່ານ ເຢັນ ປີເຕີ ລຸດເຄັນແຮມ (Mr Jens Peter LUTKENHERM) ເຂົ້າຍື່ນສານເປັນ ເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈຳລາວ ຊຶ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງວຽງຈັນ ສປປ ລາວ. ສຳລັບ ສປປ ລາວ ແລະ ສະຫະພັນເຢຍລະມັນໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 31 ມັງກອນ 1958.

ຕໍ່ມາເວລາ 9 ໂມງ 30 ນາທີ ຕ້ອນຮັບທ່ານ ເຈຟຣີ ຄວິນຕັນ ມິດເຊວດອຍ (Mr Geoffrey Quintonitchell Doidge) ເຂົ້າຍື່ນສານເປັນເອກອັກຄະ ລັດຖະທູດ ແຫ່ງ ອາຟຣິກກາ ໃຕ້ ປະຈຳລາວ ຊຶ່ງມີສຳນັກງານ ຕັ້ງຢູ່ບາງກອກປະເທດໄທ. ສປປ ລາວ ແລະ ອາຟຣິກກາ ໃຕ້ ໄດ້ສ້າງຕັ້ງສາຍພົວພັນ ການທູດນຳກັນໃນວັນທີ 27 ກັນ ຍາ 1994,

ເວລາ 10 ໂມງ 00. ຕ້ອນຮັບທ່ານ ນາດາຟ ເອຊກາ (Mr Nadav Eshcar) ເຂົ້າ ຍື່ນສານເປັນເອກອັກຄະລັດ ຖະທູດແຫ່ງປະເທດອິດສະຣາ ແອນ ປະຈຳລາວ ຊຶ່ງມີສຳນັກ ງານຕັ້ງຢູ່ຮ່າໂນ້ຍ ສສ ຫວຽດ ນາມ. ສປປ ລາວ ແລະ ອິດສະ ຣາແອນ ໄດ້ສ້າງຕັ້ງສາຍພົວ ພັນການທູດນຳກັນໃນວັນທີ 6 ທັນວາ 1993

 ໃນໂອກາດຕ້ອນຮັບທູດ ປະເທດເພື່ອນມິດເຂົ້າຍື່ນ ສານຕາຕັ້ງເປັນເອກອັກຄະ ລັດຖະທູດຄົນໃໝ່
ປະຈຳລາວ ຄັ້ງນີ້ ທ່ານປະທານປະເທດ ເຮົາໄດ້ກ່າວສະແດງຄວາມ ຕ້ອນຮັບ ແລະ ຊົມເຊີຍຕໍ່ບັນດາ ທ່ານທູດທີ່ໄດ້ຖືກແຕ່ງຕັ້ງໃຫ້ ມາດຳລົງຕຳແໜ່ງເປັນທູດຄົນ ໃໝ່ປະຈຳລາວ ເພື່ອສືບຕໍ່ການ ພົວພັນຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ປະເທດ ເພື່ອນມິດໃຫ້ນັບມື້ແໜ້ນແຟ້ນ ຍິ່ງໆຂຶ້ນ.

 ແຫລ່ງທີ່ມາຈາກຫນັງສືພິມປະຊາຊົນ
-----------------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.