ກິລາ

ທັບນັກກີລາລາວ 6 ປະເພດ ພ້ອມຮ່ວມຊີງໄຊໃນ ອາຊຽນພາຣາເກມ ທີ່ມາເລເຊຍ


   ເມື່ອວັນທີ 6 ກັນຍານີ້ ທີ່ໂຮງແຮມລ້ານຊ້າງ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວການກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນກີລາຄົນການ ອາຊຽນພາຣາເກມ ຄັ້ງທີ 9 ທີ່ປະເທດມາເລເຊຍ ເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງວັນທີ 17-23 ກັນຍານີ້ ໂດຍໃຫ້ກຽດຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍຄູຝຶກ ແລະ ນັກກີລາເຂົ້າຮ່ວມຢ່າງພ້ອມພຽງ.


   ໂດຍ ສປປ ລາວ ກໍານົດສົ່ງຄະນະນໍາ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມທັງໝົດ 100 ຄົນ, ຍິງ 27 ຄົນ ໃນນັ້ນ, ມີນັກກີລາຈໍານວນ 84 ຄົນ, ຍິງ 20 ຄົນ ໃນ 6 ປະເພດກີລາຄື: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ໂກນບານ, ບານບ້ວງລໍ້ເລື່ອນ ແລະ ກີລາບານເຕະ. ສ່ວນຜົນງານຂອງທັບນັກກີລາຄົນພິການລາວ ໃນການເຂົ້າຮ່ວມແຂ່ງຂັນກີລາຄົນພິການອາຊຽນພາລາເກມ ຄັ້ງທີ 8 ປະເທດສິງກະໂປ ທີມຊາດລາວສາມາດຍາດ 2 ຫຼຽນເງິນ ແລະ 3 ຫຼຽນທອງ.

   ເຊິ່ງການແຂ່ງຂັນອາຊຽນພາຣາເກມ ຄັ້ງທີ 9 ທີ່ປະເທດມາເລເຊຍ ປະກອບມີ 16 ປະເພດກີລາຄື: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ໂກນບານ, ບານບ້ວງລໍ້ເລື່ອນ, ເຕະບານ, ລົດຖີບທາງພຽງ-ວິບາກ, ຊີພິບານເຕະພິການ 7 ຄົນ, ບອດເຊຍ, ໝາກເສິກ, ດອກປິກໄກ, ບານສົ່ງນັ່ງ, ປິ່ງປ໋ອງ, ໂບລິງ, ຍິງທະນູ, ເທນິດລໍ້ເລື່ອນ ໂດຍມີການຊີງໄຊ 294 ຫຼຽນຄໍາ ແລະ 883 ລາຍການ.

     




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.