ປະກົດການຫຍໍ້ທໍ້

ສານຕັດສິນ ປະຫານຊິວິດຈໍາເລີຍທີ່ 1 ຂໍ້ຫາຂົນສົ່ງຢາເສບຕິດ ປະເພດຢາບ້າ 60 ພັນເມັດ




ຫນັງສືພິມຄວາມສະງົບລາຍງານວ່າ: ໃນອາທິດຜ່ານມາ, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງຫຼວງນໍ້າທາ ໄດ້ຕັດສິນຄະດີຄ້າຂາຍຢາເສບຕິດ ຈຳນວນ 2 ເລື່ອງ ມີຈໍາເລີຍ 3 ຄົນ ໂດຍຄະນະສານໄດ້ພິຈາລະນາສໍານວນຄະດີ ບວກກັບຫຼັກຖານຈຶ່ງໄດ້ຕັດສິນຈໍາເລີຍ 1 ປະຫານຊີວິດ ແລະ ຕັດອິດສາລະພາບຕະຫຼອດຊີວິດ ຈໍາເລີຍ 2 ແລະ 3.



ຈໍາເລີຍທີ 1 ຊື່ ທ້າວ ສິງຄຳ ອາຍຸ 29 ປີ ຢູ່ບ້ານໂພນພະ ເມືອງອານຸວົງ ແຂວງໄຊສົມບຸນ ໃນຂໍ້ຫາຂົນສົ່ງຢາເສບຕິດ ປະເພດຢາບ້າ. ເຊິ່ງສານອາຍາຂັ້ນຕົ້ນແຂວງຫຼວງນໍ້າທາ ໄດ້ພິຈາລະນາຕັດສິນລົງໂທດຕາມມາດຕາ 2 ຂໍ້ 2 ວັກ 4 ຂອງກົດໝາຍ ວ່າດ້ວຍການປັບປຸງມາດຕາ ( 146 ) ຂອງກົດໝາຍອາຍາ ພ້ອມທັງຮິບຢາບ້າຈຳນວນ 30 ມັດ ເທົ່າກັບ 60.000 ເມັດ, ນໍ້າໜັກ 6 Kg ເພື່ອທຳລາຍຖິ້ມ ແລະ ຮິບໂທລະສັບຢູນິເທວສີຂາວເທົາ 1 ໜ່ວຍ ທີ່ຈຳເລີຍນຳໃຊ້ໃນການກະທຳຜິດ ເຂົ້າເປັນຂອງລັດ.

ສ່ວນຈຳເລີຍທີ 2 ຊື່ ທ້າວ ກໍປາ ອາຍຸ 32 ປີ ແລະ ທ້າວ ເຄີມື ອາຍຸ 27 ປີ ທັງສອງຢູ່ບ້ານປຸງຊາຍ ເມືອງລອງ ແຂວງຫຼວງນໍ້າທາ ຖືກກັກຕົວວັນທີ 13 ພະຈິກ 2016 ໃນສະຖານຂົນສົ່ງຢາເສບຕິດ ປະເພດຢາບ້າຈຳນວນ 18.000 ເມັດ, ໜັກ 1,8 ກິໂລກຼາມ ຖືກຕັດສິນລົງໂທດຕາມມາດຕາ 2 ຂໍ້ 2 ວັກ 3 ຂອງກົດໝາຍອາຍາ ວ່າດ້ວຍການປັບປຸງມາດຕາ 146 ຂອງກົດໝາຍອາຍາ ຕັດອິດສະລະພາບຈຳເລີຍທັງສອງຕະຫຼອດຊິວີດ.


 ພ້ອມທັງຮິບຢາບ້າຈຳນວນ 18.000 ເມັດ, ໜັກ 1,8 ກິໂລກຼາມ ເພື່ອທຳລາຍຖີ້ມທັງໝົດ, ຮິບໂທລະສັບຢູນິເທວສີດຳ 1 ໜ່ວຍ, ໂທລະສັບໄອຄິວສີຂາວ 2 ໜ່ວຍ ທີ່ພວກຈຳເລີຍໄດ້ນຳໃຊ້ໃນການກະທຳຜິດ ເຂົ້າເປັນຂອງລັດ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນນີ້, ສານອາຍາສານປະຊາຊົນແຂວງຫຼວງນໍ້າທາ ໄດ້ຕັດສິນຄະດີສໍ້ໂກງຊັບຂອງລັດ ແລະ ພົນລະເມືອງ ຈໍາເລີຍ ຊື່ ທ້າວ ຈ່ອຍ ຫຼື ບຸນລັກ ອາຍຸ 39 ປີ ຖືກກັກຕົວວັນທີ 30 ກັນຍາ 2016, ນາງ ຈຸລຸນີ ອາຍຸ 37 ປີ ຖືກກັກຕົວວັນທີ 5 ເມສາ 2017 ທັງສອງຢູ່ບ້ານໂພນທອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກສານຕັດສິນລົງໂທດຕາມມາດຕາ 109 ວັກ 2 ແລະ ມາດຕາ 120 ວັກ 2 ຂອງກົດໝາຍອາຍາສະບັບປັບປຸງ ປີ 2005 ຕັດອິດສະລະພາບຜູ້ລະ 5 ປີ ໃນສະຖານສໍ້ໂກງຊັບຂອງລັດ ແລະ ພົນລະເມືອງ ພ້ອມທັງໃຊ້ແທນຄ່າເສຍຫາຍໂຈດທາງແພ່ງໃຫ້ຄົບຕາມຈໍານວນ.

ຂ່າວແລະພາບຈາກໜັງສືພິມຄວາມສະຫງົບ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.