ກິລາ

ລົ້ມບານມາອີກແລ້ວ! ບານເຕະຊີເກມ ຜິດສັງເກດ 3 ນັດອາດ ໂດຍນັດ ລາວ ເສຍໃຫ້ເຈົ້າພາບ 1-3 ສົງໄສທີ່ສຸດ


  ອີໂວ ໂຣມາໂນ ນັກວິເຄາະການພະນັນຊາວອິຕາລີ ເຊິ່ງເຄີຍເປັນທີ່ປຶກສາຂອງ ສະຫະພັນບານເຕະເອີຣົບ ( ຢູຟາ ) ໄດ້ເປີດເຜີຍຜ່ານ ເດີ ສະເຕຣກ ທາມ ສື່ທີ່ມີຊື່ສຽງຂອງ ສິງກະໂປ ວ່າ: ມີຄົນແຫ່ມາລົງພະນັນໃນນັດທັງ 3 ຄູ່ເປັນຈໍານວນມະຫາສານ ເມື່ອທຽບກັບນັດອື່ນ ໂດຍສະເພາະຄູ່ ມາເລຊຍ ກັບ ລາວ ເຊິ່ງມີຄົນມາລົງພະນັນວ່າ ທີມເຈົ້າພາບຈະຍິງໄດ້ 3 ປະຕູູໃນນັດດັ່ງກ່າວ ແລະ ເຈົ້າພາບກໍ່ຍິງໄດ້ຄົບ 3 ປະຕູ ( ໄລຍະຕໍ່ເວລາບາດເຈັບຍິງໄດ້ 2 ປະຕູ ).


   ໂດຍການແຂ່ງຂັນບານເຕະຊາຍ ໃນຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ລະຫວ່າງວັນທີ 19-30 ສິງຫາ 2017 ມີຢູ່ 3 ນັດທີ່ນັກວິເຄາະພົບວ່າ ອາດຈະມີການລົ້ມບານເກີດຂຶ້ນໄດ້ແກ່: ນັດທີ່ ມາເລເຊຍ ຊະນະ ລາວ 3-1, ຫວຽດນາມ ຊະນະ ກໍາປູເຈຍ ແລະ ໄທ ຊະນະ ກໍາປູເຈຍ 3-0.

   ລາຍງານລະບຸວ່າ: ສາເຫດທີ່ມີການສົງໄສໃນ 3 ນັດດັ່ງກ່າວ ເນື່ອງຈາກມີນັກພະນັນ ຈໍານວນໜຶ່ງແຫ່ມາລົງພະນັນວ່າ ເກມຈະຈົບລົງດ້ວຍຄະແນນເທົ່າໃດ ເຊິ່ງສຸດທ້າຍແລ້ວເກມກໍ່ຈົບລົງດ້ວຍຄະແນນດັ່ງກ່າວ ແລະ ມີການຄາດການກັນວ່າ ຈໍານວນພະນັນທີ່ກ່ຽວຂ້ອງທັງ 3 ນັດນີ້ ເປັນວົງເງິນສູງເຖິງຫຼັກລ້ານໂດລາສິງກະໂປ.




  ຢ່າງໃດກໍ່ຕາມ, ຕອນນີ້ຍັງຖືເປັນການວິເຄາະຈາກສື່ເທົ່ານັ້ນ ແລະ ຝ່າຍຈັດການແຂ່ງຂັນບານເຕະ ຊີເກມ ກໍ່ເປີດເຜີຍວ່າ ຍັງບໍ່ໄດ້ຮັບລາຍງານທີ່ຈະສາມາດສືບສວນໃດຕາມບົດວິເຄາະດັ່ງກ່າວ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.