ຂ່າວ ປກສ

ຊົມເຊີຍ... ຈັບໄດ້ແລ້ວກຸ່ມລັກລົດຈັກພ້ອມສາລະພາບເຄີຍຕິດຄຸກ ແຕ່ບໍ່ເຂັດຫລາບ



ສະພາບປະກົດການຫຍໍ້ທໍ້ຢູ່ໃນຕົວເມືອງໃຫຍ່ ໂດຍສະເພາະນະຄອນຫຼວງວຽງຈັນ ເຊັ່ນ: ປຸ້ນຈີ້, ຊິງຊັບ ແລະ ລັກຊັບຂອງພົນລະເມືອງ ແມ່ນເກີດຂື້ນບໍ່ເວັ້ນແຕ່ລະວັນ ສາເຫດຕົ້ນຕໍເນື່ອງ ມາຈາກບັນຫາ ຢາເສບຕິດ, ໄພສັງຄົມ ແລະ ຫຼີ້ນກິນຟຸມເຟືອຍ ເຊິ່ງສະແແດງອອກໃນໄລຍະຜ່ານມາ ເຈົ້າໜ້າທີ່ ຕໍາຫຼວດແກ້ໄຂຈັບຕົວຜູ້ກະທໍາຜິດປະເພດຕ່າງໆ ກໍ່ລ້ວນແຕ່ພົວພັນກັບຢາເສບຕິດ ແລະ ເຄີຍ ຖືກປະຕິບັດໂທດມາແລ້ວ ພາຍຫຼັງພົ້ນໂທດອອກມາກໍ ສືບຕໍ່ເຄື່ອນໄຫວແບບເກົ່າ.

ດັ່ງໃນຄະດີລາຍນີ້, ໃນເດືອນຜ່ານມາ ເຈົ້າໜ້າທີ່ ປກສ ບໍລິການປະຊາຊົນກຸ່ມສີວິໄລ ເມືອງໄຊທານີ ໄດ້ຕິດຕາມຈັບຕົວທ້າວ ແສງທະວີ ຫຼື ຕີກ ອາຍຸ 27 ປີ ຢູ່ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ເຊິ່ງເປັນເປົ້າໝາຍຊື້ຊັບຜິດກົດໝາຍ ແລະ ລັກຊັບພົນລະເມືອງ (ລັກລົດຈັກ) ຕາມ ການແຈ້ງຄວາມຂອງຜູ້ເສຍຫາຍ ກ່ອນສົ່ງໃຫ້ກອງສືບສວນ-ສອບສວນ ປກສ ເມືອງໄຊທານີ ດໍາເນີນການສອບສວນຫາຜູ້ຮ່ວມຂະບວນການນໍາກັນ. 


ຜ່ານການສອບສວນ ທ້າວ ແສງທະວີ ໄດ້ຍອມຮັບສາລະພາບ ວ່າ: ໄດ້ເຄື່ອນໄຫວລັກຊັບພົນລະເມືອງ ແທ້ ໂດຍໄດ້ຮ່ວມກັບ ທ້າວ ທອງໄລ ອາຍຸ 25 ປີ ຢູ່ບ້ານໂພນໄຊ ເມືອງພູຄູນ ແຂວງຫຼວງພະບາງ ພັກເຊົາ ຢູ່ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດ ກໍໄດ້ຕິດຕາມ ຈັບຕົວໄດ້ໃນວັນຕໍ່ມາ. ຜ່ານການສອບສວນໃນເບື້ອງຕົ້ນ ພວກກ່ຽວແມ່ນເຄີຍ ຖືກປະຕິບັດໂທດ ມາແລ້ວຜູ້ລະ 1 ຄັ້ງ ຄື: ໃນປີ 2012 ທ້າວ ແສງທະວີ ຖືກເຈົ້າໜ້າທີ່ ປກສ ເມືອງໄຊທານີ ຈັບຕົວມາແລ້ວ 1 ຄັ້ງ ຂໍ້ຫາລັກຊັບພົນລະເມືອງ ສານຕັດສິນຈໍາຄຸກ 4 ປີ ກັບ 6 ເດືອນ. 


ສ່ວນ ທ້າວ ທອງໄລ ໄດ້ຖືກເຈົ້າໜ້າທີ່ ປກສ ເມືອງໄຊທານີ ກັບຕົວມາແລ້ວ 1 ຄັ້ງ ໃນປີ 2014 ສານຕັດສິນຈໍາຄຸກ 2 ປີ ກັບ 9 ເດືອນ ສະຖານລັກຊັບພົນລະເມືອງ.ທ້າວ ແສງທະວີ ສາລະພາບວ່າ: ພາຍຫຼັງພົ້ນໂທດອອກມາ ປີ 2015 ໄດ້ສືບຕໍ່ລັກລອບເຄື່ອນໄຫວກໍ່ເຫດລັກຊັບຂອງພົນລະເມືອງ ແລະ ຊື້ຊັບຜິດກົດໝາຍອີກ ເຊັ່ນ: ໃນເດືອນມີນາ 2017 ຜູ້ກ່ຽວໄດ້ຮັບຊື້ລົດຈັກນໍາ ທ້າວ ແອັດດີ້ ຢູ່ບ້ານ ຕ້ານມີໄຊ ທີ່ລັກມາຂາຍໃຫ້. ຈາກນັ້ນ, ກໍນໍາໄປຂາຍຕໍ່ໃຫ້ກັບທ້າວ ປະດິດ ຢູ່ບ້ານດຽວກັນ ໃນລາຄາ 4.500.000 ກີບ; ຕໍ່ມາຜູ້ກ່ຽວໄດ້ໄປລັກລົດຈັກເວບ 100 ສີຟ້າດໍາ ຢູ່ຫ້ອງແຖວເຂດບ້ານດົງໂດກ ແລ້ວນໍາລົດຈັກຄັນດັ່ງກ່າວໄປຂາຍ. ມາເດືອນຕໍ່ມາ ຜູ້ກ່ຽວໄດ້ຮັບຊື້ເອົາລົດຈັກນໍາ ທ້າວ ບີ້ ທີ່ລັກມາຂາຍໃຫ້ ຈໍານວນ 2 ຄັນ. 


ຈາກນັ້ນ, ໄດ້ນໍາລົດໄປຂາຍໃຫ້ກັບ ທ້າວ ທອງໄລ ໃນລາຄາ 5.000.000 ກີບ ຕົກມາຮອດວັນທີ 13 ສິງຫາ 2017 ຈຶ່ງໄດ້ຖືກເຈົ້າໜ້າທີ່ກັກຕົວ ພ້ອມກັບລົດຈັກທີ່ລັກໄປຂາຍ ຈໍານວນ 3 ຄັນ ແລະ ຢາເສບຕິດ ຈໍານວນ 6 ເມັດ. ສ່ວນຢາເສບຕິດ ຜູ້ກ່ຽວສາລະພາບວ່າ: ໄດ້ໄປຊື້ນໍາໄວລຸ້ນທົ່ວໄປ ເພື່ອມາໄວ້ເສບ.


ທ້າວ ທອງໄລ ສາລະພາບວ່າ: ພາຍຫຼັງໄດ້ປະຕິບັດໂທດໝົດແລ້ວ ກໍຖືກປ່ອຍຕົວກັບບ້ານ ພໍມາຢູ່ເຮືອນໄດ້ປີກວ່າ ກໍຫັນໄປຮັບຊື້-ຂາຍລົດຈັກແບບຜິດກົດໝາຍ (ລົດລັກ) ໂດຍຊື້ ນໍາທ້າວ ແສງທະວີ ຈໍານວນ 4 ຄັນ. ຫຼັງຈາກນັ້ນ, ໄດ້ນໍາລົດດັ່ງກ່າວໄປຂາຍຢູ່ຕ່າງແຂວງ ມາຮອດວັນທີ 3 ສິງຫາ 2017 ໄດ້ຖືກເຈົ້າໜ້າທີ່ເຂົ້າກັກຕົວມາດໍາເນີນຄະດີ.



ຈາກການແກ້ໄຂຄະດີລາຍນີ້, ເຈົ້າໜ້າທີ່ຕໍາຫຼວດ ໄດ້ເກັບກູ້ລົດຈັກທີ່ພວກກ່ຽວລັກ ແລະ ຮັບຊື້ ຈາກຜູ້ຮ່ວມຂະບວນການນໍາກັນໄດ້ 3 ຄັນ. ຈາກນັ້ນ, ມາໃນອາທິດຜ່ານມາ ພັຕ ພຸດທະວົງ ອິນຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໄດ້ມອບລົດຈັກທັງ 3 ຄັນ ຄືນໃຫ້ເຈົ້າຂອງເດີມ. 



ແຫລ່ງຂ່າວ. ນສພ ປ້ອງກັນຄວາມສະຫງົບ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About SMM

0 comments:

Post a Comment

Powered by Blogger.