ວັດທະນະທຳ

ວັດຊຽງທອງ ໄດ້ປ່ຽນນາມສະກຸນກັບໄປໃຊ້ແບບດັ່ງເດີ່ມ


ເຟຈ ວັດຊຽງທອງ ຣາຊະວໍຣະວິຫາຣ wat xiengthong ລາຍງາຍໃນມື້ວງານນີ້ວ່າ: ວັດຊຽງທອງ ຣາຊວໍ
ຣະວິຫາຣທີ່ຮຽກເອິ້ນມາຫລາຍປີ ປະມານປີ 1980s ຜ່ານມາ ຍ້ອນວ່າຊື່ນາມສະກຸນເກົ່າຂອງວັດ
ຊຽງທອງ ນັ້ນຍາວ ແລະເຮັດໃຫ້ຜູ້ຄົນຈື່ຍາກ.


 ອີກຢ່າງຫນຶ່ງໃນໄລຍະນັ້ນທາງການ ແມ່ນມີການລະດົມໃຫ້ມີການຂຽນຊື່ວັດ ພ້ອມນາມສະກຸນຂອງວັດ ທັງປ້າຍ ທັງກາ ແລະທັງເຄື່ອງຫມາຍຕ່າງໆ ເຊິ່ງນາມສະກຸນຂອງວັດຊຽງທອງ ກໍ່ແມ່ນຍາວແທ້ ຈຶ່ງຂຽນເປັນ ວັດຊຽງທອງ ຣາຊວໍຣະວິຫາຣ ແລະນຳໃຊ້ສຶບເນື່ອງກັນມາ


ຕົກມາຮອດຕົ້ນປີນີ້ ທາງວັດກໍ່ມີມະຕິກັນມານຳໃຊ້ນາມສະກຸນຂອງວັດຊຽງທອງ ໃນເມື່ອກ່ອນ ຕັ້ງແຕ່ສະໄຫມເຈົ້າໄຊຍະເສດຖາທິຣາຊ ນັ້ນໃຫ້ຫວນຄືນກັບມາໃຫມ່ ໂດຍໄດ້ເຮັດເອກະສານແຈ້ງ ເນື້ອໃນ ຫລັກຖານ ອະທິບາຍ ແລະເຫດຜົນ ສົ່ງຂຶ້ນເມືອຂັ້ນເທິງ ໃຫ້ຮັບຮູ້ ແລະມີຈຸດປະສົງ ເພື່ອໃຫ້ເຫມາະສົມ ແທດເຫມາະກັບຍຸກປະຈຸບັນນີ້ ທັງເປັນການອະນຸລັກນາມຮຽກ ນາມສະກຸນເກົ່າ ເພື່ອເຮັດໃຫ້ຄົນຮຸ່ນໃຫມ່ ໃຫຍ່ລຸນ ໄດ້ຮັບຮູ້ຄວາມເປັນມາຂອງຊື່ສະກຸນທີ່ມີຢູ່ເດີມ ອີກທັງເປັນການອະນຸລັກຮັກສາ ນາມສະກຸນເດີມຂອງວັດຊຽງທອງ ທີ່ມີກົກເຄົ້າມາແຕ່ຍຸກສ້າງຕັ້ງ ໃຫ້ມີຄວາມຖືກຕ້ອງ ແລະເປັນສິຣິມຸງຄຸນ ທີ່ແຝງດ້ວຍແງ່ຄິດຂອງບັນພະບູຣຸດ ທີ່ສ້າງຊື່ນີ້ຂຶ້ນມາໃຫ້ຈະເຣິນ ງອກງາມໄພບູນສຶບຕໍ່ໄປ


ດັ່ງນັ້ນ ວັດຊຽງທອງ ຣາຊວໍຣະວິຫາຣ ຈຶ່ງໄດ້ມີການປັບປ່ຽນໄປນຳໃຊ້ນາມສະກຸນເດີມ ມາເປັນ
ວັດຊຽງທອງ ໄຊຍະໂຣຫະຣາມາທິບໍດີມະຫາວິຫາຣ ນັບນີ້ ເປັນຕົ້ນໄປ.


ຂອບໃຈຂໍ້ມູນຈາກເຟຈ ວັດຊຽງທອງ ຣາຊະວໍຣະວິຫາຣ wat xiengthong
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.