ຂ່າວຕ່າງປະເທດ

ອັງກິດ, ຍີ່ປຸ່ນ ເຫັນດີຍູ້ໄວບັນດາຄຳສັ່ງລົງໂທດ ສປປ.ເກົາຫຼີ


(VOVWORLD) - ວັນທີ 31 ສິງຫາ,ທ່ານນາງເທີຣີຊາ ເມ ນາຍົກລັດຖະມົນຕີ ອັງກິດ  ຖະແຫຼງວ່າ ປະເທດ ອັງກິດ ແລະ ຍີ່ປຸ່ນ ຈະສົມທົບກັນເຄື່ອນໄຫວ ແນໃສ່ຍູ້ໄວການປະຕິບັດບັນດາມາດ
 ຕະການລົງໂທດໃນໂຄງການອາວຸດນິວເຄຼຍຂອງ ສປປ.ເກົາຫຼີ ພາຍຫລັງເຫດຍິງລູກສອນໄຟ
ຄັ້ງຫຼ້າສຸດ ໄປຜ່ານຜືນແຜ່ນດິນ ຍີ່ປຸ່ນ.

ທ່ານນາງເທີຣີຊາ ເມ ນາຍົກລັດຖະມົນຕີ ອັງກິດ

ກ່າວຄຳດັ່ງກ່າວມີຂຶ້ນໃນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ທ່ານນາງເທີຣີຊາ ເມ ນາຍົກລັດຖະມົນຕີ   ໄດ້ຕຳໜິຕິຕຽນເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ແມ່ນການ
ກະທຳລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.


ທ່ານນາງ ເມ ໃຫ້ຮູ້ວ່າ: ທ່ານ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຊິນໂຊ ອາເບະ  ໄດ້ເຫັນດີ
ເປັນເອກະພາບ ຈະພ້ອມກັນມີການກະທຳ ແລະ ຈະຮ່ວມມືກັບບັນດາປະເທດອື່ນໆ ແນໃສ່
ເພີ່ມຄວາມກົດດັນຕໍ່ ສປປ.ເກົາຫຼີ, ໃນນັ້ນ ລວມມີທັງເລື່ອງຍູ້ໄວການປະຕິບັດບັນດາຄຳສັ່ງລົງໂທດ.
ການຝືກແອບໂຈມຕີຂອງສປປເກົາຫລີ

 ທ່ານນາຍົກລັດຖະມົນຕີ ອັງກິດ ພວມມີການຢ້ຽມຢາມ ຍີ່ປຸ່ນ, ແມ່ນການກະທຳທີ່ສະ
ແດງໃຫ້ເຫັນນ້ຳໃຈສາມັກຄີກັບ ຍີ່ປຸ່ນ ໃນສະພາວະ ສປປ.ເກົາຫຼີ ຫາກໍ່ຍິງລູກສອນ
ໄຟນຳວິຖີໄປຜ່ານພາກເໜືອ ຍີ່ປຸ່ນ ກ່ອນທີ່ຕົກ ລົງສູ່ມະຫາສະມຸດປາຊີຟິກ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About Laos Postcard - Noy

0 comments:

Post a Comment

Powered by Blogger.