ກິລາ

ຫົວໜ້າຄູຝຶກທີມຊາດລາວ ຢູ 18 ຫວັງເຂົ້າຮອບ 4 ທີມ ໃນບານເຕະຊີງແຊັມອາຊຽນ 2017


   ທ່ານ UBEYDULLAH YAVUZ ຫົວໜ້າຄູຝຶກທີມຊາດລາວ ລຸ້ນອາຍຸບໍ່ເກີນ 18 ປີລາຍງານຄວາມພ້ອມໃນເຟສທາງການຂອງ ສຕລ ວ່າ: ຫຼັງໄດ້ອຸ່ນເຄື່ອງໄລຍະທີ່ຜ່ານມາ ຈໍານວນ 10 ນັດ ໂດຍພົບກັບທີມຊາດລາວ ຢູ 19 ແລະ ຢູ 23 ທີ່ວ່າເປັນທີມແຂງແກ່ນ ລວມເຖິງໄປອຸ່ນເຄື່ອງກັບທີມໃນປະເທດ ຜົນງານອອກມາກໍ່ໜ້າພໍໃຈ ເຊື່ອແນ່ວ່າ ຕໍ່ໄປທີມຈະພັດທະນາ ແລະ ແຂງແກ່ນຂຶ້ນກວ່ານີ້, ສ່ວນຄວາມຫວັງແມ່ນຈະພະຍາຍາມເຂົ້າຮອບ 4 ທີມໃຫ້ຈົນໄດ້.

   ລາວອັບເດດ ຂໍເຊີນຊວນແຟນບານໃຫ້ກໍາລັງໃຈທີມຊາດລາວ ທີ່ຈະກຽມລົງແຂ່ງຂັນລະຫວ່າງວັນທີ 4-17 ກັນຍາ 2017 ໂດຍມີ 11 ປະເທດເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມຄື:
- ກຸ່ມ A : ໄທ, ຕີມໍ ເລສເຕ, ມາເລເຊຍ, ສິງກະໂປ, ກຳປູເຈຍ ແລະ ລາວ
- ກຸ່ມ B : ຫວຽດນາມ, ມຽນມາ, ອິນໂດເນເຊຍ, ບຣູໄນ, ຟີລິບປິນ.

ສ່ວນຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ປະກອບມີ:
- ວັນທີ 04 / 9 / 2017 ເວລາ 15:00 ມາເລເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Aung San Stadium.
- ວັນທີ 06 / 9 / 2017 ເວລາ 18:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາ Thuwunna Stadium. - ວັນທີ 08 / 9 / 2017 ເວລາ 15:00 ລາວ ພົບ ສິງກະໂປ ແຂ່ງຂັນຢູ່ທີ່ສະຫນາມ Aung San Stadium.
- ວັນທີ 10 / 9 / 2017 ເວລາ 15:00 ຕີມໍ ເລສເຕ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Aung San Stadium.
- ວັນທີ 12 / 9 /2017 ເວລາ 15:00 ລາວ ພົບ ກຳປູເຈຍ ແຂ່ງຂັນຢູ່ທີ່່ສະຫນາມ Aung San Stadium.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

0 comments:

Post a Comment

Powered by Blogger.