ຂ່າວຢືດໄມ້

ນຳໃຊ້ໂຮງງານແອບແຝງໄມ້ເຖື່ອນ ແຕ່ໄປບໍ່ລອດ


ພາຍຫຼັງມີຄຳສັ່ງເລກທີ 15 ເຈົ້າໜ້າທີ່ທົ່ວປະເທດເຮັດໜ້າທີ່ຢ່າງເຄັ່ງຄັດໃນການກວດກາບັນຫາການຂົນສົ່ງເຄື່ອນຍ້າຍໄມ້ ເຮັດໃຫ້ຜູ້ສວຍໂອກາດພະຍາຍາມຫາຫຼາຍຊ່ອງທາງເພື່ອລັກລອບຊຸກເຊື່ອງໄມ້ເພື່ອນຳມາສ້າງຜົນປະໂຫຍດໃຫ້ກັບຕົນເອງ,  ດັ່ງກໍລະນີທີ່ເກີດຂຶ້ນຢູ່ແຂວງອັດຕະປືເມື່ອບໍ່ດົນມານີ້ ມີຄົນເອົາໄມ້ທີ່ເກັບຊື້ເຖື່ອນນຳປະຊາຊົນມາຊຸກເຊື່ອງໄວ້ໃນໂຮງງານປຸງແຕ່ງໄມ້ ແຕ່ເຈົ້າໜ້າທີ່ກໍ່ສາມາດເຂົ້າຢືດໄມ້ ທີ່ໂຮງງານປຸງແຕ່ງໄມ້ບາງແຫ່ງ ທີ່ຕັ້ງຢູ່ເມືອງໄຊເສດຖາ ແຂວງອັດຕະປື. ທັ້ງນີ້ກໍ່ຍ້ອນເຈົ້າໜ້າທີ່ມີຄວາມເຂັ້ມງວດກວດລ້າງຂະບວນການດັ່ງກ່າວ ແລະປະຊາຊົນກໍ່ໃຫ້ຄວາມຮ່ວມມືເປັນຢ່າງດີ.


ຂໍຊົມເຊີຍເຈົ້າໜ້າທີ່ແຂວງອັດຕະປືດທີ່ສ້າງສັນຜົນງານຢ່າງຕໍ່ເນື່ອງ



ຄຳສັ່ງເລກທີ 15 ນິຕິກຳສຳຄັນ ເພື່ອກຳຈັດບັນຫາຄ້າໄມ້ເຖື່ອນໃຫ້ໝົດໄປ




ຂອບໃຈແຫຼ່ງຂ່າວຈາກ: ອັດຕະປືອອນລາຍ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.