ກາແລັກຊີໂນດ8

ຊຳຊຸງ ກາແລັກຊີ ໂນ້ດ 8 ຂີດສຸດແຫ່ງບັນທັດຖານໃໝ່ຂອງສະມາດໂຟນ


ຊຳຊຸງ ກາແລັກຊີ ໂນ້ດ 8 (Samsung Galaxy Note8)ໄດ່້ເປີດຕົວສູ່ຕະຫຼາດລາວໃນວັນທີ01 ກັນຍາ 2017 ນີ້ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ແນວຄິດ “Do Bigger Thing” ຫຼື “ເຮັດໃຫ້ໃຫຍ່ ກວ່າໃຈຄິດ” ເພື່ອຕອບໂຈດຜູ້ບໍລິໂພກທີ່ຕ້ອງການສ້າງສັນສິ່ງໃໝ່ ໃຫ້ກ້າວໄກກວ່າທີ່ໃຈຄິດ, ໂດຍ Galaxy Note8 ມາພ້ອມປາກກາອັດສະລິຍະ S Penທີ່ຈະຊ່ວຍຍົກລະດັບການສື່ສານໃນແບບຂອງໂຕທ່ານເອງ
ໄດ້ດີຍິ່ງຂຶ້ນ.

ນອກຈາກນີ້ ຍັງອັດແໜ້ນດ້ວຍຂີດສຸດແຫ່ງເຕັກໂນໂລຊີດ້ວຍກ້ອງຄູ່ Dual Camera ທີ່ດີທີ່ສຸດ
ໃນສະມາດໂຟນຂອງຊໍາຊຸງ ເພື່ອການເກັບບັນທຶກຮູບພາບໃນທຸກຊ່ວງເວລາທີ່ໜ້າຈົດຈໍາ ນອກຈາກນີ້ຜູ້ໃຊ້ງານຍັງໄດ້ສໍາຜັດປະສົບການທີ່ເປີດກວ້າງຍິ່ງຂຶ້ນກັບຈໍສະແດງຜົນແບບໄຮ້ຂອບໃນສະໄຕ Infinity Display ທີ່ສາມາດຈັບໄດ້ຖະໜັດມືໃນມືດຽວ. ບອກໄດ້ເລີຍວ່າ Samsung Galaxy Note8 ສາມາດຕອບສະໜອງໄລຟສະໄຕຂອງຜູ້ບໍລິໂພກຍຸກໃໝ່ທີ່ມີຊີວິດຜູກຕິດກັບເຕັກໂນໂລຊີຢ່າງຂາດບໍ່ໄດ້.

ສຳລັບຜູ້ໃດທີ່ສົນໃຈຊຳຊຸງກາເລັກຊີໂນດ8 ສາມາດເຂົ້າຈັບຈອງໄດ້ແລ້ວທີ່ບໍລິສັດຊຳຊຸງນັບແຕ່ວັນທີ 4-22 ກັນຍາ ແລະຈະໄດ້ຮັບເຄື່ອງປະມານທ້າຍເດືອນກັນຍາ 2017 ນີ້ ດ້ວຍລາຄາເຄື່ອງລະ 7.590.000 ກີບ.



ທ່ານ ຊຶງໂຮ ຊອຍ, ຜູ້ຈັດການໃຫຍ່ ປະຈຳລາວ-ກຳປູເຈຍ ບໍລິສັດ ໄທຊຳຊຸງ ເອເລັກໂທນິກ ຈຳກັດ ກ່າວວ່າ Samsung Galaxy Note8 ໃໝ່ເປັນການສະແດງໃຫ້ເຫັນເຖິງນະວັດຕະກໍາທີ່ໂດດເດັ່ນ ດ້ວຍການຍົກລະດັບຄວາມສາມາດຂອງ S Pen ໃຫ້ມີຄວາມສະຫຼາດລ້ຳຍິ່ງຂຶ້ນ ລວມເຖິງກ້ອງຄູ່ Dual Camera ທີ່ຊົງປະສິດທິພາບຫຼາຍທີ່ສຸດທີ່ເຮົາເຄີຍມີມາ ແລະ ຈໍສະແດງຜົນແບບໄຮ້ຂອບເປີດມູມມອງການໃຊ້ໃຫ້ກວ້າງຂຶ້ນ. ທັງໝົດນີ້ລ້ວນແຕ່ແມ່ນຄຸນສົມບັດທີ່ຕອກຢ້ຳຄວາມເປັນສະມາດໂຟນທີ່ດີທີ່ສຸດແຫ່ງການປະຕິວັດວົງການ Galaxy Note8 ທີ່ຈະຊ່ວຍຕອບສະໜອງໃຫ້ທຸກສິ່ງໄດ້ດັ່ງໃຈ.



ນັບຕັ້ງແຕ່ການເປີດໂຕໂນ້ດເຄື່ອງທຳອິດ S Pen ຖືເປັນໜຶ່ງໃນຟີເຈີສຳຄັນທີ່ບົ່ງບອກເຖິງຄວາມເປັນດີເອັນເອຂອງ “Note” ສໍາລັບ Galaxy Note8 ໃໝ່ນີ້ S Pen ໄດ້ພັດທະນາສູ່ມິຕິໃໝ່ແຫ່ງການຂຽນ, ແຕ້ມ, ຕະຫຼອດຮອດການຕອບສະໜອງຕໍ່ການສື່ສານກັບໝູ່ໃນຮູບແບບໃໝ່ຜ່ານທາງສະມາດໂຟນ ດ້ວຍປາກກາຂອງ S Pen ທີ່ຖືກປັບປຸງໃຫ້ດີຂຶ້ນ ໂດຍພັດທະນາລະບົບຮັບຮູ້ແຮງກົດ (Pressure Sensitivity) ໃຫ້ມີຄວາມລະອຽດແມ້ນຢໍາຫຼາຍຍິ່ງຂຶ້ນ.




ຊຳຊຸງກາແລັກຊີໂນດ8 ຍັງເໝາະສຳລັບຜູ້ທີ່ຮັກໃນການເດີນທາງໄປຕ່າງປະເທດ ຫຼື ເຂົ້າເວັບໄຊທີ່ເປັນພາສາຕ່າງຊາດ ປາກກາອັດສະລິຍະ S Pen ໃໝ່ນີ້ຖືກປັບປຸງຟີເຈີການແປໃຫ້ສາມາດແປພາສາຕ່າງໆໄດ້ຢ່າງວ່ອງໄວ ແລະ ທີ່ສຳຄັນບໍ່ພຽງແຕ່ສາມາດແປເປັນຄຳໆ ແຕ່ຍັງແປໄດ້ເປັນປະໂຫຍກ ໃຫ້ອອກມາໄດ້ຫຼາຍເຖິງ 71 ພາສາ. ນອກຈາກນີ້ S Pen ສຸດອັດສະລິຍະໃນເວີຊັນໃໝ່ນີ້ຍັງສາມາດແປງຄ່າມາດຕາວັດຕ່າງໆ ລວມເຖິງແປງຄ່າເງິນຕ່າງປະເທດໄດ້ອີກດ້ວຍ.


Samsung Galaxy Note8 ປະກອບດ້ວຍກ້ອງຫຼັງຄວາມລະອຽດ 12MP ສອງໂຕ, ພ້ອມລະບົບປ້ອງກັນການສັ່ນສະເທືອນ OIS (Optical Image Stabilization) ທັງສອງເລນ ແລະ ປະກອບດ້ວຍກ້ອງເລນມູມກວ້າງ (Wide-Angle Lens) ແລະ ເລນເທເລໂຟໂຕ້ (Telephoto Lens) ບໍ່ວ່າທ່ານຈະເດີນທາງສຳຫຼວດບ່ອນລວມໂຕບ່ອນໃໝ່ໆໃນເມືອງ ຫຼື ແລ່ນອອກກຳລັງກາຍໃກ້ບ້ານ ລະບົບປ້ອງກັນການສະເທືອນ OIS ຈະຊ່ອຍໃຫ້ທ່ານຈັບພາບໄດ້ຢ່າງຄົມແຈ້ງຫຼາຍຂຶ້ນ. ຕອບສະໜອງການຖ່າຍຮູບແບບມືອາຊີບກັບຟີເຈີ Live Focus ທີ່ໃຫ້ທ່ານຄວບຄຸມໄລະຍະຄວາມເລິກຂອງພາບ  ໂດຍສາມາດປັບການໃສ່ເອັຟເຟັກໂບເກ້ (Bokeh Effect) ທັງໃນໂໝດພີວິວ ແລະ ຫຼັງການຖ່າຍຮູບແລ້ວ ໃຫ້ສາກຫຼັງມີລະດັບຄວາມຊັດຫຼືເບີໄດ້ຕາມທີ່ຕ້ອງການ.



ໃນໂໝດ Dual Capture ກ້ອງຫຼັງທັງສອງເລນຈະເກັບພາບພ້ອມກັນ ແລະ ບັນທຶກໄວ້ທັງສອງຮູບພາບໃນການກົດຖ່າຍຮູບຄັ້ງດຽວ ໂດຍພາບໜຶ່ງຈະເປັນໄລຍະໃກ້ ຈາກ telephoto lens ແລະ ອີກພາບໜຶ່ງຈະເປັນພາບມູມກວ້າງຈາກ wide-angle shot ເຊິ່ງສາມາດເກັບລາຍລະອຽດສາກຫຼັງຂອງພາບເພື່ອບອກເລົ່າເລື່ອງລາວໄດ້ຫຼາຍຂຶ້ນ.





Galaxy Note8 ສ້າງມາເທິງພື້ນຖານຂອງສະມາດໂຟນໃນຕະກຸນ Galaxy ທີ່ມີຟີເຈີ ແລະ ຄວາມສາມາດອັນໂດດເດັ່ນກວ່າຮຸ້ນອື່ນໆໃນກຸ່ມໂນດເຊັ່ນ: ມີຄຸນສົມບັດໃນການກັນນ້ຳກັນຝຸ່ນທັງໂຕເຄືື່ອງ ແລະ S Pen, ສາມາດໃຊ້ S Pen ຂຽນເທິງໜ້າຈໍໄດ້ໃນຂະນະທີ່ໜ້າຈໍປຽກ, ບໍ່ພຽງເທົ່ານັ້ນ Galaxy Note8 ຍັງມີລະບົບຄວາມປອດໄພຢ່າງຮັດກຸມ ໂດຍລວມເຕັກໂນໂລຢີ biometric ອັນລ້ຳໜ້າ ໄດ້ແກ່ ລະບົບສະແກນສາຍຕາ (Iris Scan) ແລະ ລະບົບສະແກນລາຍນິ້ວມື (Finger Scan) ລວມເຖິງ ຊຳຊຸງນັອກ (Samsung Knox) ແພັທຟອມຮັກສາຄວາມປອດໄພເກຣດສູງສຸດ ທຽບເທົ່າທີ່ໃຊ້ໃນກອງທັບ ຊ່ອຍໃຫ້ການເກັບຮັກສາຂໍ້ມູນສ່ວນໂຕ ແລະ ຂໍ້ມູນສຳຄັນໄດ້ຮັບການແຍກເກັບໄດ້ຢ່າງປອດໄພ.





ຊຳຊຸງໄດ້ເປີດໂຕຊີລີ Galaxy Note ເປັນຄັ້ງທໍາອິດໃນປີ 2011, ນັບຕັ້ງແຕ່ນັ້ນມາກໍ່ເກີດ ການລວມໂຕຂອງກຸ່ມຄົນຮັກໂນ້ດ ເຊິ່ງເປັນຜູ້ທີ່ຫຼົງໄຫຼໃນຟີເຈີຂອງຜະລິດຕະພັນອັນເປັນເອກະລັກ ທັງຈໍສະແດງຜົນທີ່ໃຫຍ່ ແລະ ປາກກາອັດສະລິຍະ S Pen ໂດຍການສຳຫຼວດຂອງຊຳຊຸງພົບວ່າ 85% ຂອງຜູ້ໃຊ້ໂນ້ດບອກວ່າ ພວກເຂົາມີຄວາມພູມໃຈທີ່ຈະສະແດງຕົວຕົນວ່າເປັນເຈົ້າຂອງກາແລັກຊີໂນ້ດ ແລະ ຍິນດີແນະນຳກາແລັກຊີໂນ້ດໃຫ້ໝູ່ ແລະ ເກືອບ 75% ຂອງຜູ້ໃຊ້ງານໂຕຈິງບອກວ່າ ໂນ້ດແມ່ນສະມາດໂຟນທີ່ດີທີ່ສຸດທີ່ພວກເຂົາເຄີຍມີມາ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





















About see

0 comments:

Post a Comment

Powered by Blogger.