ປະກົດການຫຍໍ້ທໍ້

ລົດແກ່ດິນຕຳກັບລົດຈັກ ຈົນເຂົ້າກ້ອງລົດ ແຕ່ໂຊກດີຄົນຂີລົດຈັກລອດວູຸດວິດ



ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວລາຍງານວ່າ: ໃນວັນທີ 01/09/2017 ເວລາ 16:33ໂມງໄດ້ຮັບແຈ້ງເຫດຈາກປະຊາຊົນເຂົ້າເບີສຸກເສີນ1623 ວ່າມີລົດໃຫຍ່ຕຳກັບລົດຈັກ ຈຸດເກີດ
ເຫດແມ່ນ ບ້ານ ດົງໝາກຄາຍ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.



ໜ່ວຍກູ້ໄພໄດ້ອອກກວດສອບເຫດ ພໍໄປຮອດຈຸດເກີດເຫດພົບເຫັນ ຜູ້ບາດເຈັບ 1ຄົນ ເປັນເພດຊາຍ ອາຍຸ 17ປີ ບ້ານ ອຸດົມຜົນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ອາການເບື້ອງຕົ້ນແມ່ນ ຂໍຂາເບື້ອງຂວາຫຼຸດ ແລະ ມີບາດແຜຕາມຕົນໂຕເລັກນ້ອຍ.


ດັ່ງນັ້ນໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວ ນຳສົ່ງໂຮໝໍ ມິດຕະພາບ 150ຕຽງ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.