ນາຍົກ

ນາຍົກ ທອງລຸນ ສີສຸລິດ ບິນສູ່ ນະຄອນຫຼວງພະນົມເປັນ ສືບຕໍ່ປຶກສາເລື່ອງຊາຍແດນ ກັບ ທ່ານ ສົມເດັດຮຸນເຊນ (ມີວິດີໂອ)



ມື້ນີ້ 01/09/2017 ທ່່ານທອງລຸນ ສີສຸລິດນາຍົກລັດຖະມົນຕີແຫ່ງສປປລາວ ໄດ້ເດີນທາງໄປນະຄອນ
ຫຼວງພະນົມເປັນ  ເພື່ອສືບຕໍ່ປຶກສາກ່ຽວກັບເລື່ອງຊາຍແດນ ກັບ ທ່ານ ສົມເດັດຮຸນເຊນ ນາຍົກລັດ ຖະມົນຕີ ແຫ່ງລາຊະອານາຈັກກໍາປູເຈຍ ໃຫ້ເປັນໄປຕາມການປືກສາຫາລືກ່ອນຫນ້ານີ້ຢູ່ນະຄອນ
ຫຼວງວຽງຈັນ.


ກ່ອນຫນ້ານີ້ ໃນວັນທີ 12 ສິງຫາ 2017 ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງກຳປູເຈຍ ໄດ້ບິນກົງມາ ນະຄອນຫຼວງວຽງຈັນ  ເພື່ອປຶກສາຫາລືຊອກຊ່ອງທາງແກ້ໄຂບັນຫາຊາຍແດນ ລະຫວ່າງສອງປະເທດ ທີ່ກຳລັງເຄັ່ງຮ້ອນ.


(ສໍານັກຂ່າວສານປະເທດລາວ ຫລື ຂປລ) ລາຍງານວ່າ: ໃນໂອກາດນີ້, ສົມເດັດ ຮຸນເຊນ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂດຍສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ ແນວທາງແກ້ໄຂບັນຫາຊາຍແດນຮ່ວມກັນ ຢູ່ລະຫວ່າງ ແຂວງອັດຕະປື ຂອງລາວ ແລະ ແຂວງຊຽງແຕຣງ ຂອງກຳປູເຈຍ ຢ່າງກົງໄປກົງມາ ຖານມິດຕະພາບ, ບ້ານພີ່ເມືອງນ້ອງ, ການພົວພັນຮ່ວມມືທີ່ດີ ແລະ ມີມູນເຊື້ອອັນດີງາມນຳກັນ.

ພາຍຫຼັງສຳເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ໄດ້ຖະແຫຼງຂ່າວຮ່ວມຕໍ່ສື່ມວນຊົນ ກ່ຽວກັບ ຜົນຂອງການປຶກສາຫາລືຮ່ວມກັນ ໃນຄັ້ງນີ້ຄີ:

1. ສອງຝ່າຍ ໄດ້ຕົກລົງເຫັນດີຈະແກ້ໄຂບັນຫາຊາຍແດນຮ່ວມກັນດ້ວຍຄວາມເອົາໃຈໃສ່ ແລະ ຢ່າງສັນຕິ ເພື່ອບໍ່ໃຫ້ເກີດການປະທະກັນທາງດ້ານກຳລັງ, ພ້ອມທັງເປັນການຮັກສາສັນຕິພາບ, ສະຖຽນລະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພື່ອຜົນປະໂຫຍດລວມຂອງສອງປະເທດ ກໍ່ຄືປະຊາຊົນສອງຊາດ ລາວ-ກຳປູເຈຍ ທີ່ຢູ່ລຽບຕາມຊາຍແດນ.

2. ຝ່າຍລາວເຫັນດີຈະຖອນກຳລັງທະຫານ ທີ່ບໍ່ທັນຖອນໝົດ ພາຍຫຼັງທີ່ສົມເດັດ ຮຸນເຊນ ໄດ້ສັ່ງໃຫ້ຢຸດ ໃນການສ້າງເສັ້ນທາງເຂົ້າໄປເຂດນັ້ນ ໃຫ້ຖອນອອກໝົດ ຈາກບໍລິເວນຊາຍແດນທີ່ຍັງຄົງຄ້າງ ໃຫ້ກັບຄືນກົມກອງ ແລະ ທີ່ຕັ້ງເດີມ ບໍ່ໃຫ້ກາຍຕອນເຊົ້າຂອງວັນທີ 13 ສິງຫາ 2017.

3. ຝ່າຍກຳປູເຈຍ ກໍ່ເຫັນດີຈະຖອນກອງກຳລັງທະຫານທີ່ໄປສະສົມໄວ້ໃນເຂດນັ້ນກັບຄືນກົມກອງ ເພື່ອເຮັດໃຫ້ສະຖານະການຄວາມເຄັ່ງຕຶງ ກ້າວເຂົ້າສູ່ຄວາມເປັນປົກກະຕິ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນທັງສອງປະເທດ ແລະ ຈະບໍ່ໃຫ້ເກີດເຫດການທີ່ບໍ່ເພິ່ງປາຖະໜາ.


 4. ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບມອບໃຫ້ກະຊວງການຕ່າງປະເທດ
 ກໍ່ຄືຄະນະກຳມະການຊາຍແດນຮ່ວມ ລາວ-ກຳປູເຈຍ; ກຳປູເຈຍ-ລາວ ສືບຕໍ່ພົບປະປຶກສາຫາລື ແລະ ເຈລະຈາແກ້ໄຂຈຸດຊາຍແດນທີ່ຍັງຄົງຄ້າງ ແລະ ບໍ່ໄດ້ປັກຫຼັກໝາຍຊາຍແດນຮ່ວມກັນ ໃຫ້ສຳເລັດໂດຍໄວເທົ່າທີ່ຈະໄວໄດ້ ໂດຍອີງໃສ່ຜົນສຳເລັດທີ່ຜ່ານມາ ແລະ ອີງຕາມເອກະສານ ແລະ ຫຼັກການທີ່ກ່ຽວຂ້ອງ ທີ່ສອງຝ່າຍໄດ້ຮັບຮອງເອົາຮ່ວມກັນແລ້ວ, ລວມທັງສົນທິສັນຍາ ແລະ ແຜນທີ່ ຂອງສອງປະເທດ ທີ່ມີໃນປັດຈຸບັນ ເປັນພື້ນຖານໃນການປຶກສາຫາລື ໃນຂັ້ນຕໍ່ໄປ, ທັງນີ້ກໍ່ເພື່ອສ້າງຊາຍແດນໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ແລະ ເຮັດໃຫ້ການປັກຫຼັກໝາຍຊາຍແດນ ລະຫວ່າງ ລາວ-ກຳປູເຈຍ ກາຍເປັນມໍລະດົກສືບທອດໄວ້ໃຫ້ລູກຫຼານສອງປະເທດ.

ນອກຈາກນັ້ນ, ສອງຝ່າຍໄດ້ຕົກລົງເຫັນດີຈະສືບຕໍ່ສ້າງເງື່ອນໄຂ ໃຫ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງເປັນປົກກະຕິ ເພື່ອຮ່ວມກັນແກ້ໄຂບັນຫາລະຫວ່າງສອງປະເທດ.


ເບິ່ງວີດີໂອຖະແຫລງຂ່າວຮ່ວມ ໃນວັນທີ 1 ກັນຍາ 2017 ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ



ຮູບແລະວີດີໂອຈາກເຟຈບຸກSamdech Hun Sen, Cambodian Prime Minister

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About Laos Postcard - Noy

0 comments:

Post a Comment

Powered by Blogger.