ຂ່າວຄວາມຮູ້

ຖ້າຮູ້ແບບນີ້ແລ້ວ ຈະຖີ້ມດີ ຫລື ບໍ່ ? ເປືອກໄຂ່ ມີຄຸນປະໂຫຍດ ດີໆ ແບບນີ້


ເປືອກໄຂ່ເປັນແຫຼ່ງທຳມະຊາດແຮ່ທາດແລະມີແຄລຊຽມ 90%ແຄລຊຽມຈະຖືກດູດ ຊື່ມໄດ້ຢ່າງງ່າຍ ດາຍໂດຍຮ່າງ ກາຍຂອງເຮົາເພາະອົງປະກອບທາງເຄມີຂອງມັນເກືອບ ຈະຄືກັບແຂ້ວ ແລະກະດູກຂອງ ມະນຸດຫາກບໍລິໂພກໃນປະລິມານຫຼາຍແຄລຊຽມ ຈະບໍ່ພຽງຖືກ ກຳຈັດດ້ວຍອາການ ຂາດແຄລຊຽມ ແຕ່ຈະຍັງປ້ອງກັນບໍ່ ໃຫ້ພັດທະນາເປັນໂລກກະດູກພຸນ ກະຕຸ້ນໄຂກະດູກໃນການຜະລິດເມັດເລືອດ ແລະ ຊ່ວຍໃນເລື່ອງການຮັກສາລະດັບຄໍເລສເຕີລໍສູງ ແລະ ຄວາມ ດັນໂລຫິດສູງ ເປືອກໄຂ່: ຍັງປະກອບໄປດ້ວຍທາດເຫຼັກ ສັງກະສີ ທອງແດງ ແມງການິສ ຟູອໍຮີນ ຟອດຟໍຮັສ ໂຄມຽມ ແລະ ໂມລິບຄີນັບ ດັ້ງນັ້ນຜູ້ຊ່ຽວຊານຫຼາຍຄົນຈື່ງແນະນຳວ່າເປືອກໄຂ່ເປັນອາການເສີມແຄລຊຽມ ຕາມ ທຳມະຊາດ ແລະ ມີປະສິດທິ ພາບຫຼາຍ ຊື່ງແນະນຳໃຫ້ໃຊ້ ເປືອກໄຂ່ບົດລະອຽດມື້ລະ 1.5-3 ກຮາມ ຂໍ້ຕໍ່ໄປນີ້ຄືວິທີການນຳເປືອກໄຂ່ໄປໃຊ້:


  1. ສ້າງຄວາມເຂັ້ມແຂງຂອງອະໄວຍະວະໃນຮ່າງກາຍ ແລະ ເຮັດຄວາມສະອາດລ້າງເປືອກໄຂ່ 5 ໜ່ວຍ ບົດໃຫ້ລະອຽດແລ້ວໃສ່ລົງໃນນ້ຳ 3 ລິດ ນຳສ່ວນປະສົມນີ້ໄປໃສ່ໄວ້ໃນຕູ້ເຢັນ 7 ມື້ ກ່ອນ ທີ່ຈະນຳມາດື່ມເປັນນ້ຳ ດື່ມສ່ວນປະສົມນີ້ມື້ລະສອງເຖີງສາມແກ້ວ ເຈົ້າຍັງສາມາດບີບ ນ້ຳໝາກນາວເພື່ອເພີ່ມຣົດຊາດໄດ້ອີກດ້ວຍ
  1. ຕ່ອມໄທຮອຍນຳເປືອກໄຂ່ 8 ໜ່ວຍລ້າງໃຫ້ສະອາດແລະບົດໃຫ້ລະອຽດເທນ້ຳໝາກນາວ ສອງໜ່ວຍລົງເທີ່ງ ເປືອກໄຂ່ບົດ ແລະ ແຊ່ໄວ້ໃນຕູ້ເຢັນເປັນເວລາຫຼາຍມື້ ເມື່ອເປືອກໄຂ່ນຸ່ມຂຶ້ນ ແຍກກາກໃຫ້ເຫຼືອແຕ່ນ້ຳນຳສ່ວນ ປະສົມກັບເຄື່ອງດື່ມລາເກຍ (Rakia) 1 ລິດ ແລະ ນ້ຳເຜີ້ງ 1 ກິໂລກຣາມ ຖີ້ມສ່ວນປະສົມນີ້ໄວ້ໃຫ້ໄດ້ເຈັດມື້ກ່ອນ ນຳມາໃຊ້ ບໍລິໂພກເທື່ອລະໜຶ່ງບ່ວງຊາ ມື້ລະສອລເຖີງສີ່ເທື່ອຕໍ່ມື້ຫຼັງອາຫານ
  1. ໂລກກະເພາະ ແຜໃນກະເພາະອາຫານ ບົດເປືອກໄຂ່ ປະສົມເປືອກໄຂ່ບົດເຂົ້າກັບນ້ຳໝາກນາວ ສອງບ່ວງໍາ ເມື່ອເປືອກໄຂ່ນຸ່ມລົງ ໃສ່ນົມຮ້ອນເພີ່ມເຂົ້າໄປອີກໜຶ່ງເຄຊິລິດ ບໍລິໂພກສ່ວນປະສົມ ນີ້ມື້ລະສອງເທື່ອ ບໍລິໂພກຕອນເຊົ້າໃນຊ່ວງທ້ອງວ່າງ ແລະ ຕອນແລງກ່ອນເຂົ້ານອນ

ທີ່ມາ: ຈົດໝາຍຂ່າວ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About SMM

0 comments:

Post a Comment

Powered by Blogger.