ການຕ່າງປະເທດ

ທ່ານ ສະເຫລີມໄຊ ກົມມະສິດ ເປັນປະທານຮ່ວມໃນກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ -ສ.ເກົາຫລີ



ໃນວັນທີ 1 ກັນຍາ 2017, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ ໄດ້ຮັບກຽດເປັນປະທານ ຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ສ.ເກົາ ຫລີ ຄັ້ງທີ 7 ຮ່ວມກັບທ່ານ ນາງ ຄັງ ຄຽງ-ວາ ລັດຖະມົນຕີຕ່າງປະເທດ ສ.ເກົາຫລີ ແລະ ມີບັນດາຮອງລັດຖະມົນຕີ ຕ່າງປະເທດ ກໍາປູເຈຍ, ມຽນມາ, ຫວຽດນາມ ແລະ ໄທ, ພ້ອມດ້ວຍຄະນະຜູ້ແທນ ເຂົ້າຮ່ວມຢ່າງພ້ອມພຽງ.

ບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ໄດ້​ຕີ​ລາຄາ​ສູງຕໍ່​ຄວາມ​ຄືບ​ໜ້າ​ ຂອງການຈັດ​ຕັ້ງ​ປະຕິບັດໂຄງການ ແລະ ແຜນວຽກຕ່າງໆ ພາຍໃຕ້ຂອບ​ກາ​ນຮ່ວມ​ມື​ແມ່​ນ້ຳຂອງ-ສ.ເກົາຫລີ ໃນ​ໄລຍະ​ຜ່ານ​ມາ ໂດຍ​ສະ​ເພາະ ​ແມ່ນໝາກຜົນຂອງການຈັດຕັ້ງ​ຜັນ​ຂະຫຍາຍ ​ແຜນ​ປະຕິບັດ​ງານຂອບ​ການ​ຮ່ວມ​ມືແມ່​ນ້ຳ ຂອງ-ສ.​ເກົາຫລີ ສໍາລັບປີ 2014-2017 ​ແລະ ຖະ​ແຫລ​ງການ​ຂອງ​ປະທານຮ່ວມ​ກອງ​ປະຊຸມ ລັດຖະມົນ ຕີ​ຕ່າງປະ​ເທດ​ແມ່​ນ້ຳຂອງ-ສ.​ເກົາຫລີ ຄັ້ງ​ທີ 6, ຊຶ່ງໄດ້ຮັບຮອງ​ເອົາ​ໃນ ​ປີ 2016 ທີ່ນະຄອນຫລວງວຽງຈັນ, ລວມທັງໄດ້ແລກປ່ຽນທັດສະນະ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ແລະ ຮ່ວມກັນປຶກສາ​ຫາລື​ ກ່ຽວ​ກັບ​ທິດ​ທາງການ​ຮ່ວມ​ມື ທີ່ມີປະສິດທິຜົນ​ໃນ​ຕໍ່ໜ້າ​ ແນໃສ່ເສີມ​ຂະຫຍາຍການ​ຮ່ວມ​ມື​ ລະຫວ່າງ​ບັນດາ​ປະ​ເທດ​ແມ່​ນໍ້າຂອງ ​ແລະ ສ.​ເກົາຫລີ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງຊີ ວິດການເປັນຢູ່ຂອງປະຊາຊົນ ໃນພາກພື້ນແມ່ນໍ້າຂອງໃຫ້ນັບ ມື້ນັບດີຂຶ້ນ.


​ກອງ​ປະຊຸມ​ຄັ້ງນີ້, ​ໄດ້​ຮັບຮອງ​ເອົາເອກະສານສໍາຄັນສອງສະບັບ ຄື: ຖະ​ແຫລ​ງການ​ຂອງ​ປະທານຮ່ວມ​ ກອງ​ປະຊຸມລັດຖະມົນຕີ​ຕ່າງປະ​ເທດ ​ແມ່​ນ້ຳຂອງ-ສ.​ເກົາຫລີ ຄັ້ງ​ທີ 7 ແລະ ແຜນປະຕິບັດງານສະບັບໃໝ່ສໍາລັບປີ 2017-2020 ເພື່ອເປັນບ່ອນອີງ ໃຫ້ແກ່ການ​​ຈັດ​ຕັ້ງ​ປະຕິບັດ​ແຜນວຽກ ແລະ ໂຄງ ການຕ່າງໆພາຍໃຕ້ຂອບການຮ່ວມມືດັ່ງກ່າວ ໃນຕໍ່ໜ້າ.


ອັນສໍາຄັນແມ່ນກອງປະຊຸມ ໄດ້ເຫັນດີຮັບຮອງ​ເອົາ​​​ 5 ໂຄງການໃໝ່ ເພື່ອບັນຈຸເຂົ້າ ໃນການ​ນຳ​ໃຊ້​ກອງ​ທຶນ ເພື່ອການຮ່ວມ​ມື​ແມ່ນໍ້າຂອງ-ສ.ເກົາຫລີ ສໍາລັບປີ 2017, ​​​​ຊຶ່ງສ.ເກົາຫລີ ​ໄດ້ປະກອບສ່ວນ ດ້ານງົບປະມານເຂົ້າ ໃນກອງທຶນດັ່ງກ່າວ ນັບແຕ່ປີ 2015 ເປັນ ຕົ້ນມາ ​ເປັນ​ຈຳນວນ​ເງິນ​ 1 ລ້ານ​ໂດ​ລາ​ສະຫະລັດຕໍ່ປີ ​ເພື່ອ​ນໍາ​ໃຊ້​ ເຂົ້າ​ໃນ​ການຈັດ​ຕັ້ງ​ປ​ະຕິ​ບັດໂຄງການ ໃນຂອບຮ່ວມມືດັ່ງກ່າວ.


 ໃນນີ້, ລວມມີໂຄງການຂອງ ສປປ ລາວ ສະເໜີ ຈຳນວນ 01 ໂຄງການຊື່ວ່າ: “ໂຄງການສ້າງ ແຜນແມ່ບົດ ແລະ ຄວາມອາດສາມາດ ເພື່ອພັດທະນາພື້ນຖານໂຄງລ່າງ ດ້ານອຸຕຸນິຍົມ-ອຸ ທົກກະສາດ ໃນອ່າງແມ່ນ້ຳຂອງ ຂອງ ສປປ ລາວ ໃຫ້ທັນສະໄໝ” ມູນຄ່າ 350,000 ໂດລາສະຫະລັດສໍາລັບໄລຍະເວລາໜຶ່ງປີເຄິ່ງ, ໂດຍແມ່ນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເປັນຜູ້ຈັດ ຕັ້ງປະຕິ ບັດ.


ສໍາລັບແຜນການຮ່ວມມືອັນພົ້ນເດັ່ນ ໃນຕໍ່ໜ້າແມ່ນ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຮ່ວມ
ກັບສາ.ເກົາຫລີ ຕາມພັນທະໝູນວຽນ ຈັດກອງປະຊຸມເວທີປຶກສາຫາລືພາກທຸລະກິດຄັ້ງທີ 5 ພາຍໃຕ້ຫົວ ຂໍ້: “ສົ່ງເສີມການພັດທະນາວິສາຫະກິດຂະຫນາດນ້ອຍ ແລະ ກາງ ແລະ ການພັດທະນາອຸດສາຫະກໍາການ ທ່ອງທ່ຽວ ໃນບັນດາປະເທດແມ່ນໍ້າຂອງ ແລະ ສ.ເກົາຫລີ” ຊຶ່ງມີແຜນຈະຈັດຂຶ້ນໃນວັນທີ 19-20 ຕຸລາ 2017 ທີ່ນະຄອນ ຫລວງວຽງຈັນ.

ຈຸດປະສົງ ແມ່ນແນໃສ່ສົ່ງເສີມການຮ່ວມມືດ້ານເສດຖະກິດ ລະຫວ່າງບັນດາປະເທດແມ່ນໍ້າຂອງ ແລະ ສ.ເກົາຫລີ ເພື່ອເພີ່ມທະວີການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລວມທັງການພັດ ທະນາວິສາ
ຫະກິດຂະ ໜາດນ້ອຍ ແລະ ຂະຫນາດກາງ ແລະ ອຸດສະຫະກໍາທ່ອງທ່ຽວ ໃນພາກພື້ນແມ່ນໍ້າຂອງ. ກອງ​ປະຊຸມ​ລັດຖະມົນຕີ ​ຕ່າງປະ​ເທດ​ແມ່​ນ້ຳຂອງ-ສ.​ເກົາຫລີ ຄັ້ງ​ຕໍ່​ໄປຈະ​ຈັດ​ຂຶ້ນ ພາຍ​ໃຕ້ການ​ເປັນ​ປະທານ​ຮ່ວມຂອງສ.ເກົາຫລີ ​ແລະ ມຽນມາ ໃນ​ປີ 2018 ໃນໄລຍະດຽວກັນກັບກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 51 ທີ່ສິງກະໂປ​.

ໃນໂອກາດດັ່ງກ່າວ, ທ່ານສະເຫລີມໄຊ ກົມມະສິດ ຍັງໄດ້ເຂົ້າຮ່ວມພິທີເປີດ ເຮືອນວັດທະນະທໍາອາ ຊຽນ ທີ່ບູຊານ, ສ.ເກົາຫລີ ໃນຕອນເຊົ້າຂອງວັນທີ 1 ກັນຍາ 2017 ເພື່ອສືບຕໍ່ສົ່ງເສີມການ ພົວພັນດ້ານວັດທະນະທໍາ ແລະ ປະເພນີອັນດີງາມ ລະຫວ່າງອາຊຽນ ແລະ ສ.ເກົາຫລີ, ພ້ອມທັງເປັນການຍົກລະດັບການເປັນຄູ່ຮ່ວມ ຍຸດທະສາດອາຊຽນ-ສ.ເກົາຫລີ ຂຶ້ນສູ່ລະດັບໃໝ່, ໂດຍສະເພາະກໍແມ່ນການສະເຫລີມ ສະຫລອງປີແຫ່ງການແລກປ່ຽນ ວັດທະນະທໍາອາຊຽນ-ສ.ເກົາຫລີ ໃນປີ 2017 ນີ້.

 ການສ້າງເຮືອນວັດທະນະທໍາ ອາຊຽນດັ່ງກ່າວ, ແມ່ນເປັນການຜັນຂະຫຍາຍຜົນ ຂອງກອງປະຊຸມ ສຸດຍອດ ສະເຫລີມສະຫລອງ ອາຊຽນ-ສ.ເກົາຫລີ ຄົບຮອບ 25 ປີ, ໂດຍມີຈຸດປະ ສົງສົ່ງເສີມ ຄວາມຮັບຮູ້ ແລະ ເຂົ້າໃຈ ລະຫວ່າງປະຊາ ຊົນອາຊຽນ ແລະ ສ.ເກົາຫລີ ກ່ຽວກັບວັດທະນະທໍາທີ່
ຫລາກຫລາຍ ແລະ ມີເອກະລັກຂອງອາຊຽນ ໃຫ້ຖືກເຜີຍແຜ່ຢ່າງກວ້າງຂວາງ ແລະ ເລິກເຊິ່ງໃນອ​​​ະນາຄົດ.

ແຫຼ່ງຂ່າວຈາກກະຊວງການຕ່າງປະເທດ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.