ຄວາມຮູ້ສຸຂະພາບ

5 ຂໍ້ທີ່ພໍ່-ແມ່ ຄວນຮູ້ ເພື່ອພັດທະນາອີຄິວຂອງລູກຮັກ ທີ່ທ່ານກໍສາມາດເຮັດໄດ້



ລະດັບຂອງສະຕິປັນຍາຂອງລູກຈະດີ ຫຼື ບໍ່ມັນຂຶ້ນຢູ່ກັບພັນທຸກຳ ຫຼື ຢິນຂອງຜູ້ໃຫ້ກຳເນີດ ຖ້າພໍ່ກັບແມ່ເປັນຄົນສະຫຼຽວສະຫຼາດ ຍ່ອມມີໂອກາດສູງທີ່ລູກຈະສະຫຼາດຕາມ ແຕ່ກໍ່ມີປັດໄຈອື່ນໆປະກອບຢູ່ນຳເຊັ່ນ: ການໄດ້ຮັບສານອາຫານທີ່ພຽງພໍຕໍ່ການຈະເລີນເຕີບໂຕຂອງສະໝອງຕັ້ງແຕ່ຢູ່ໃນທ້ອງຕະຫຼອດຊ່ວງໄວເດັກຕ້ອງໄດ້ຮັບການກະຕຸ້ນຢ່າງເໝາະສົມ.

 ເພາະວ່າຖ້າມີຄວາມສະຫຼາດຢ່າງດຽວແມ່ນບໍ່ພຽງພໍແຕ່ຕ້ອງມີຄວາມສະຫຼາດທາງອາລົມເຂົ້າມາເປັນສ່ວນໜຶ່ງຂອງຊີວິດ ເພື່ອໃຫ້ເດັກໄດ້ມີພື້ນຖານປັບຕົວໃຫ້ເຂົ້າກັບສັງຄົມໄດ້ງ່າຍທັງມີຄວາມເຂົ້າໃຈຕົວເອງ ແລະຄົນອື່ນໄດ້ເປັນຢ່າງດີ.


      ຕິດພັນກັນໄອຄີວທີ່ມີມາພ້ອມກັບຕົວເດັກແຕ່ກຳເນີດແລ້ວ ຄວາມສະຫຼາດທາງສະໝອງ ຫຼື E.Q ກໍ່ເປັນສ່ວນສຳຄັນຕໍ່ເດັກ ຊຶ່ງເປັນສິ່ງທີ່ພໍ່ແມ່ສາມາດສ້າງໃຫ້ລູກດ້ວຍຕົວເອງ ເພາະເດັກຈະມີພຶດຕິກຳ ຫຼື ນິໄສແບບໃດຂຶ້ນຢູ່ກັບການລ້ຽງດູຂອງພໍ່ແມ່ເປັນຫຼັກ ສະນັ້ນການໃຫ້ຄວາມສຳຄັນຕໍ່ E.Q ແຕ່ຍັງນ້ອຍ ຈະຊ່ວຍໃຫ້ເດັກຢູ່ໃນສັງຄົມຂ້າງໜ້າຢ່າງມີຄວາມສຸກທັງຕໍ່ຄົນເອງ ແລະຜູ້ອື່ນ.ແລະນີ້ຄື5 ຂໍ້ຄວນປະຕິບັດ ເພື່ອພັດທະນາອີຄິວຂອງລູກ



  1.ຜູ້ທີ່ເປັນພໍ່ແມ່ຄວນໃຫ້ຄວາມຮັກຄວາມອົບອຸ່ນແກ່ເດັກ, ເຮັດໃຫ້ຊີວິດຄອບຄົວມີຄວາມອົບອຸ່ນ ລວມເຖິງທັດສະນະຄະຕິຄວາມຄິດເຫັນໃນການລ້ຽງດູ ທັງພໍ່ ແລະແມ່ຕ້ອງສຶກສາອົບຮົມລູກໄປໃນລວງດຽວກັນຕົວຢ່າງເວລາລູກຫຼິ້ນກັບເຄື່ອງຂອງແມ່ໃຊ້ແມ່ຮ້າຍ ແຕ່ຫຼິ້ນຂອງພໍ່ ພໍ່ກັບອະນຸຍາດ ຫຼືບາງຄັ້ງມີການຕໍ່ວ່າແມ່ຄືນ ຖ້າເປັນແບບນີ້ຈະເຮັດໃຫ້ເດັກເກີດຄວາມສັບສົນ ຫາກມີກໍລະນີແບບນີ້ຕ້ອງເວົ້າໃຫ້ລູກເຂົ້າໃຈດ້ວຍເຫດ ແລະຜົນ.


     2.  ສົ່ງເສີມໃຫ້ລູກຮູ້ສຶກວ່າຕົນເອງມີຄຸນຄ່າ ເມື່ອລູກເຮັດດີປະສົບຄວາມສຳເລັດ ຜູ້ເປັນພໍ່ແມ່ຕ້ອງຊຶ່ນຊົມ ເມື່ອທໍ້ແທ້ກໍ່ຕ້ອງໃຫ້ກຳລັງໃຈ ວິທີນີ້ຈະຊ່ວຍໃຫ້ເດັກມີຄວາມພາກພູມໃຈໃນຕົວເອງຖືເປັນປະໂຫຍດບໍ່ນ້ອຍຕໍ່ຄວາມຮູ້ສຶກຂອງລູກ.

     3.ໃຫ້ອິດສະຫຼະໃນການຕັດສິນໃຈ ຈະຊ່ວຍໃຫ້ລູກມີຄວາມຄິດສ້າງສັນກ້າຄິດກ້າທຳ ແລະພະຍາຍາມຢ່າບັງຄັບລູກຖ້າເປັນເລື່ອງທີ່ບໍ່ແຕະຕ້ອງລະບຽບກົດໝາຍ.


      4.ສອນລູກໃຫ້ຮູ້ຈັກຮັກຕົວເອງ ແລະຄົນອື່ນ ໃຫ້ເປັນຄົນເອື້ອເຟື້ອເຜື່ອແຜ່ດ້ວຍການແບ່ງປັນ ຫຼື ນຳເຄື່ອງຂອງໄປມອບໃຫ້ກັບຄົນທີ່ຍັງຂາດເຂີນ.



      5.ໃຫ້ລູກຮູ້ຈັກຄິດມີເຫດຜົນ ໂດຍສະເພາະທີ່ກ່ຽວພັນກັບຊີວິດປະຈຳວັນ ຕົວຢ່າງຖ້າຢາກໄດ້ຂອງຫຼິ້ນ, ຂອງໃຊ້ແພງໆ ຊຶ່ງອາດເປັນສິ່ງທີ່ມີຢູ່ແລ້ວຫຼືບໍ່ທັນມີກໍ່ຕາມຕ້ອງສອນໃຫ້ໃຊ້ຈ່າຍມີລະບຽບຫຼັກການຄວນ ຫຼື ບໍ່ຄວນຊື້ເພາະຫຍັງດັ່ງນີ້ເປັນຕົ້ນ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.