ຄວາມຮູ້ສຸຂະພາບ

ໝາກພິລາ ຄຸນປະໂຫຍດຫຼາຍຢ່າງທີ່ທ່ານອາດຍັງບໍ່ຮູ້?


ໝາກພິລາເປັນໝາກໄມ້ທີ່ມີລົດຫວານ ຫຼື ສົ້ມຫວານ ເຊິ່ງນ້ຳທີ່ບີບອອກມາຈາກແກ່ນ
ຈະຫອມຊວນດື່ມ, ພ້ອມປະກອບດ້ວຍນ້ຳຕານ ແລະ ກົດທີ່ມີປະໂຫຍດ ລວມທັງວິຕາມິນ A, C, E, ທາດເຫຼັກ, ແຄລຊຽມ ແລະ ແມ໋ກນີຊຽມ ເພາະເປັນແຮ່ທາດສຳຄັນທີ່ຮ່າງກາຍຕ້ອງການ.

ຕາມຜົນວິໄຈໃນສະຫະລັດອາເມລິກາໃຫ້ຮູ້ວ່າ: ນ້ຳພິລາມີລິດຕ້ານອະນຸມູນອິດ
ສະຫຼະດີຫຼາຍເຖິງ 3 ເທົ່າຂອງວາຍແດງ, ຊາຂຽວ, ນ້ຳບູຣເບີຣີ, ນ້ຳແຄນເບີຣີ, ນ້ຳລະແຊ້ງສີມ່ວງ ແລະ ນ້ຳໝາກໄມ້ຊະນິດອື່ນໆໃນປະລິມານທີ່ເທົ່າກັນ.

ນ້ຳໝາກພິລາມີສ່ວນຊ່ວຍສົ່ງເສີມການເຮັດວຽກຂອງຫຼອດເລືອດ, ຫຼຸດການແຂງໂຕຂອງຫຼອດ
ເລືອດແດງ, ຫຼຸດການເກີດມະເຮັງເຕົ້ານົມ, ມະເຮັງຜິວໜັງ, ດີຕໍ່ຫົວໃຈ, ຫຼຸດອາການອັກເສບ, ປ້ອງກັນພະຍາດກະດູກຜ່ອຍ ແລະ ອື່ນໆ.

ນອກຈາກນີ້, ຍັງຊ່ວຍໃຫ້ຜິວໜ້າເຕັ່ງຕຶງໄດ້ນຳໂດຍນຳເອົານ້ຳໝາກພິລາປະມານ 1 ບ່ວງກາເຟ ແລ້ວ ນຳມາທາໜ້າປະໄວ້ປະມານ 10 ນາທີ ແລ້ວລ້າງອອກດ້ວຍນ້ຳເຢັນ.


ເຊິ່ງນ້ຳໝາກພິລາຈະຊ່ວຍໃຫ້ຜິວງາມຈາກພາຍໃນ, ປ້ອງກັນຜິວຈາກການທຳລາຍຂອງລັງສີ, ເພື່ອໃຫ້ໄດ້ຄຸນຄ່າຄວນຄັ້ນນ້ຳໝາກພິລາສົດໆແລ້ວເກັບໄວ້ໃນຕູ້ເຢັນ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.