ຂ່າວອຸຕິເຫດ

ເຮືອນແຄມທາງເບິ່ງລູກຫຼານເດີ



ຜູ້ທີ່ມີເຮືອນຢູ່ຕິດແຄມທາງໃຫຍ່ຄົງຕ້ອງລຳບາກໜ້ອຍໜຶ່ງໃນການເບິ່ງລູກຫຼານໂຕເອງເພາະວ່າເດັກນ້ອຍມັກຈະແລ່ນຫຼີ້ນຕາມພາສາຕາມໄວຂອງເພິ່ນ ບາງຄັ້ງຜູ້ໃຫຍ່ລືມເບິ່ງກໍ່ແລ່ນອອກໄປໜ້າທາງໃຫຍ່ມີຫຼາຍຄອບຄົວທີ່ໂຊກຮ້າຍຕ້ອງສູນເສຍລູກຫຼານທີ່ຮັກໄປ ຫຼື ຜູ້ໂຊກດີກໍ່ເຈັບໂຕຖືກລົດຕຳດັ່ງເຫດການທີ່ເກີດທີ່ເກີດຂຶ້ນນວັນທີ 2/09/2017 ເວລາປະມານ 12:35 ນາທີ ມີເດັກນ້ອຍແລ່ນຕັດໜ້າລົດໃຫຍ່ຢູ່ເຂດບ້ານດົງນາທອງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊຶ່ງໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງໄດ້ອອກກວດສອບທີ່ເກີດເຫດພົບເຫັນຜູ້ບາດເຈັບເປັນເພດຍິງ1 ຄົນ ເປັນເດັກນ້ອຍ ມີບາດແຜຖະຫຼອກຕາມຕົນໂຕ ແລະ ເຈັບຫົວ ດັ່ງນັ້ນໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງຈຶ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍແລ້ວ.


ໂຊກດີທີ່ເຫດການເກີດຂຶ້ນຫຼານນ້ອຍບໍ່ໄດ້ເປັນຫຍັງຫຼາຍພຽງແຕ່ເຈັບໂຕເລັກນ້ອຍ, ຂໍໃຫ້ຫາຍໄວໆ ແລະພໍ່ແມ່ຜູ້ປົກຄອງຄົນອື່ນໆກໍ່ຕ້ອງໝັ່ນນຳຫາລູກຫຼານຢ່າໃຫ້ອອກໄປທາງລົດໃຫຍ່ພຽງລຳພັງ ໂດຍສະເພາະໃນເມືອງຫຼວງທີ່ມີລົດທຽວຈຳນວນຫຼວງຫຼາຍ.




ຂອບໃຈແຫຼ່ງຂ່າວຈາກໜ່ວຍກູ້ໄພນະຄອນຫຼວງ 1624

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.