ຂ່າວ ປກສ

ບັນຫາແຮງງານຕ່າງດ້າວ ມີຫລາຍແທ້...!! ລ່າສຸດ ຈັບແຮງງານຕ່າງດ້າວ ກໍເຫດລັກຊັບ


ປັດຈຸບັນ, ບັນຫາແຮງງານຕ່າງດ້າວຢູ່ນະຄອນຫຼວງວຽງຈັນ ຍັງພົບເຫັນເປັນຈໍານວນຫຼວງຫຼາຍ, ເຊິ່ງການເຂົ້າມາຂອງແຮງງານຈໍານວນໜຶ່ງແມ່ນບໍ່ຖືກຕ້ອງຕາມລະບຽບກົດໝາຍວາງອອກ .ນອກນັ້ນ ຍັງມີການລັກລອບປະກອບອາຊີບທີ່ບໍ່ຖືກຕ້ອງ ທັງລັກລອບປະກອບອາຊີບສະຫງວນ ຂອງຄົນລາວ. ໃນການແກ້ໄຂບັນຫາແຮງງານຕ່າງດ້າວທີ່ຜິດຕໍ່ລະບຽບກົດໝາຍນີ້ ຜ່ານມາເຈົ້າໜ້າ ທີ່ກ່ຽວຂ້ອງພະຍາຍາມຂຶ້ນລະບຽນບຸກຄົນເຫຼົ່ານັ້ນໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ອອກໃບ ອະນຸຍາດດໍາເນີນທຸລະກິດ ແລະ ຫ້າມປະກອບອາຊີບທີ່ສະຫງວນຂອງຄົນລາວ, ຈາກການຈັດຕັ້ງ ປະຕິບັດກໍເຫັນວ່າ ວຽກງານດັ່ງກ່າວຄືບໜ້າໄປໃນທາງທີ່ດີຂຶ້ນ.

ເຖິງຈະມີການເຂັ້ມງວດແລ້ວກໍຕາມ ແຕ່ກໍປາສະຈາກບໍ່ໄດ້ ເພາະຍັງມີແຮງງານຕ່າງດ້າວຈໍານວນໜຶ່ງ ແອບແຝງ ແລະ ລັກເຂົ້າເຂົ້າເມືອງຜິດກົດໝາຍຢູ່. ເຊິ່ງບັນຫາປະກົດການຫຍໍ້ທໍ້ ແລະ ຄວາມ ບໍ່ເປັນ ລະບຽບຮຽບຮ້ອຍໃນແກ່ສັງຄົມສ່ວນໜຶ່ງ ຍັງເປັນຄົນຕ່າງດ້າວທີ່ເປັນຜູ້ກໍ່ຂຶ້ນ ເຊິ່ງສະແດງໃນວັນທີ 18 ສິງຫາ 2017 ທີ່ທາງເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ຈັບຜູ້ຖືກຫາຊາວຫວຽດນາມ 2 ຄົນ ກໍ່ເຫດລັກເຄື່ອງສຽງຮ້ານອາຫານແຫ່ງໜຶ່ງຢູ່ເຂດບ້ານໜອງບຶກໃຕ້ ມູນຄ່າ 50.000 ບາດ.


ເຫດການດັ່ງກ່າວນີ້, ເຈົ້າໜ້າທີ່ໜ່ວຍງານສຶບສວນ-ສອບສວນຄະດີອາຍາ ໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນວັນທີ 7 ສິງຫາ 2017 ທ້າວ ເລົາ (ເຈົ້າຂອງຮ້ານຜູ້ເສຍຫາຍ) ໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ ໃນເວລາປະມານ 3.00 ໂມງ ຂອງວັນທີ 7 ສິງຫາ ໄດ້ມີຄົນຮ້າຍປະມານ 3-4 ຄົນ ເຂົ້າມາລັກເອົາ ເຄື່ອງພາຍໃນຮ້ານຂອງຕົນ ເຊິ່ງປະກອບມີ ໄມລອຍ 5 ອັນ, ຫົວດູດໄມລອຍ 3 ເຄື່ອງ, ແອັມ 2 ເຄື່ອງ, ສະໝອງຄອມ (CPU) ຍີ່ຫໍ່ເອແຊັດ 1 ເຄື່ອງ, ໂນດບຸກ 1 ເຄື່ອງ ແລະ ໂທລະສັບຊຳຊຸງ 1 ເຄື່ອງ ແລ້ວຫຼົບໜີໄປ. ຈາກການລົງກວດກາສະຖານທີ່ເກີດເຫດ, ເກັບກຳຂໍ້ມູນຕ່າງໆ ແລະ ກວດເບິ່ງ ກ້ອງ ວົງຈອນປິດ ພົບເຫັນຄົນຮ້ານ ຈໍານວນ 4 ຄົນ ນຳໃຊ້ລົດຕູ້ສະຕ້າແລັກ ສີປອນເງິນ ໝາຍເລກ ທະບຽນ 8863 ກຳແພງນະຄອນ ເປັນເປົ້າໝາຍ.

ຈາກນັ້ນ, ຈຶ່ງໄດ້ວາງກຳລັງຕິດຕາມຢູ່ຈຸດຫຼໍ່ແຫຼມຕ່າງໆ ມາຮອດວັນທີ 18 ສິງຫາ ກໍສາມາດກັກຕົວ ຜູ້ຖືກສົງໄສໄດ້ສອງຄົນ ຊື່ທ້າວ ຫງຽນວັນທຽດ ອາຍຸ 27 ປີ ພັກເຊົາຢູ່ບ້ານດົງນາໂຊກໃຕ້ ແລະ ທ້າວ ຫງຽນແກງເຮືອງ ອາຍຸ 25 ປີ ພັກເຊົາຢູ່ຕະຫຼາດຊັ່ງຈຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມາສອບສວນ.

ຜ່ານການສອບສວນ, ຜູ້ກ່ຽວຮັບສາລະພາບວ່າ: ໃນມື້ກໍ່ເຫດໄດ້ພາກັນດື່ມເຫຼົ້າຂາວກັບ ທ້າວ ຮວ່າ ແລະ ທ້າວ ຍັນ ເມື່ອຮອດເວລາປະມານ 2:00 ໂມງ ຂອງວັນທີ 7 ສິງຫາ ໄດ້ພາກັນຂີ່ລົດຕູ້ສະຕາແລັກ ເພື່ອຊອກຫາລັກຊັບ. ພໍໄປໄປຮອດເຂດບ້ານໜອງບຶກໃຕ້ ເຫັນຮ້ານອາຫານແຫ່ງໜຶ່ງເປີດໄຟປະໄວ້ ທ້າວ ຫງຽນແກງເຮືອງ ກັບ ທ້າວ ຮ່ວາ ແລະ ທ້າວ ຍັນ ໄດ້ພາກັນງັດປະຕູເຂົ້າໄປ ສ່ວນທ້າວ ຫງຽນວັນ ທຽດ ແມ່ນຢູ່ລົດຖ້າ, ພາຍຫຼັງລັກມາໄດ້ກໍນຳເຄື່ອງດັ່ງກ່າວຊຸກເຊື່ອງໄວ້ ເພື່ອຖ້າຂາຍ ໃຫ້ກັບຊາຍຫວຽດນາມ.

ນອກນັ້ນ, ໃນວັນທີ 8 ສິງຫາ ເວລາປະມານ 3:00 ໂມງ ພວກກ່ຽວໄດ້ກໍ່ເຫດງັດຮ້ານຂອງທ້າວ ຫງຽນໂກງການ (ຄົນຫວຽດນາມ) ຢູ່ບ້ານໜອງດ້ວງໃຕ້ ເມືອງສີໂຄດຕະບອງ ລັກໄດ້ຄອມພິວເຕີ ໂນດບຸກ ເອເຊີ 2 ເຄື່ອງ, ໂທລະສັບຍໍ່ຫໍ່ ອອບໂປ 3 ເຄື່ອງ, ໄອໂຟນ 6s 1 ເຄື່ອງ, ໄອແຟັດ 2 ເຄື່ອງ, ໂທລະສັບຈີນ 15 ເຄື່ອງ, ຊິມກາດໂທລະສັບ 60 ຊິມ, ບັດເຕີມເງິນມູນຄ່າ 300.000 ກີບ ແລະ ເງິນສົດ ຈຳນວນ 10.000.000 ກີບ ພ້ອມກັບເງິນໂດລາ 20 ໂດລາສະຫະລັດ. ຈາກນັ້ນ, ໄດ້ເອົາເງິນ ແລະ ເຄື່ອງທີ່ລັກມາແບ່ງປັນກັນ. ນອກນີ້ ທ້າວ ຫວຽງແກງເຮືອງ ຍັງສາລະພາບວ່າ: ໃນວັນທີ 17 ສິງຫາ ຕົນໄດ້ໄປລັກລົດຈັກສະແມັດ ສີແດງດຳ ຂອງທ້າວ ຄອນສະຫວັນ ຢູ່ຕໍ່ໜ້າສວນສີໂຄດ ມາວັນທີ 18 ສິງຫາ ເຈົ້າໜ້າທີ່ໄດ້ກັກຕົວທັງສອງມາດຳເນີນຄະດີ, ສ່ວນທ້າວ ຮ່ວາ ແລະ ທ້າວ ຍັນ ໄດ້ເອົາຕົວຫຼົບໜີ.

ໃນວັນທີ 30 ສິງຫາ 2017, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດ ພິທິມອບເຄື່ອງຈໍານວນໜຶ່ງທີ່ເກັບກູ້ຄືນມາໄດ້ ໃຫ້ເຈົ້າຂອງເດີມ, ມອບໂດຍ ຮອ ອານຸລັກ ສຸກຈັນດີ ຫົວໜ້າພະແນກສຶບສວນ-ສອບສວນ, ສ່ວນເຄື່ອງທີ່ຍັງເຫຼືອ ແລະ ຜູ້ຖືກຫາທີ່ເອົາຕົວຫຼົບໜີ ເຈົ້າ ໜ້າທີ່ຈະໄດ້ຕິດຕາມເກັບກູ້ ແລະ ດໍາເນີນການຕໍ່ໄປ. ນອກຈາກນີ້, ທາງເຈົ້າໜ້າທີ່ ໄດ້ຮຽກຮ້ອງ ມາຮ້ອງມາຍັງ ພໍ່ແມ່ປະຊາຊົນ ແລະ ພໍ່ຄ້າຊາວຂາຍ ໃຫ້ຮັກສາຊັບສິນໃຫ້ດີ ແລະ ຮ້ານຂາຍເຄື່ອງ ຕ້ອງມີຄົນເຝົ້າປະຈໍາ ເພື່ອບໍ່ໃຫ້ເປັນຊ່ອງຫວ່າງຂອງກຸ່ມຄົນບໍ່ດີ.

ທີ່ມາ: ໜັງສືພິມຄວາມສະຫງົບ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About SMM

0 comments:

Post a Comment

Powered by Blogger.