ນາຍົກ

ຄວາມຄືບຫນ້າຫລ້າສຸດຜົນການພົບປະລະຫວ່າງ ທ່ານທອງລຸນ ສີສຸລິດ ກັບທ່ານ ຮຸນເຊນ ກ່ຽວກັບບັນຫາຊາຍແດນລາວກຳປູເຈຍ


ໃນຕອນເຊົ້າວັນທີ 1 ກັນຍາ ທີ່ນະຄອນຫຼວງພະນົມເປັນ ແຫ່ງລາຊະອານາຈັກກຳປູເຈຍ  ໄດ້ມີ
ກອງປະຊຸມະພົບປະ ລະຫວ່າງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປລາວ ກັບທ່ານ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບທິດທາງການແກ້ໄຂບັນຫາຊາຍແດນ ລາວ-ກຳປູເຈຍ.

ການພົບປະໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງມິດຕະພາບເພື່ອນສະໜິດມິດສະຫາຍ ແລະ ບ້ານໃກ້ເຮືອນຄຽງທີ່ດີທີ່ເປັນມູນເຊື້ອມາຍາວນານ. ບົນຈິດໃຈດັ່ງກ່າວ ສອງນາຍົກລັດຖະມົນຕີ ໄດ້ຕົກລົງເປັນເອກະພາບກ່ຽວກັບທິດທາງໃນການແກ້ໄຂຈຸດຄົງຄ້າງຊາຍແດນລະຫວ່າງປະເທດຄື :
1. ມອບໃຫ້ລັດຖະມົນຕີການຕ່າງປະເທດຂອງສອງຝ່າຍ ລາວ ແລະ ກຳປູເຈຍ ພົບປະກັນໃນເວລາອັນໄວເພື່ອປຶກສາຫາລືໃນລາຍລະອຽດ ກ່ຽວກັບວິທີການແກ້ໄຂບັນຫາ,


2. ມອບໃຫ້ຄະນະກຳມະການຊາຍແດນຂອງສອງປະເທດລົງກວດກາພື້ນທີ່ຕົວຈິງ ເພື່ີອແກ້ໄຂບັນຫາຊາຍແດນຢູ່ສີ່ຈຸດຄົງຄ້າງ 

3. ມອບໃຫ້ຄະນະກຳມະການຊາຍແດນຂອງສອງຝ່າຍລົງກວດກາຕົວຈິງຢູ່ບໍລິເວນແກ້ງຕໍມໍຄອຍ ແລະ ຫ້ວຍຕະເງົາເພື່ອກຳນົດທີ່ຕັ້ງລັກໝາຍຊາຍແດນເພື່ອໃຫ້ພ້ອມກັນຕົກລົງປັກລັກໝາຍຊາຍແດນໃຫ້ສຳເລັດໂດຍໄວ ຈຸດໃດທີ່ສອງຝ່າຍສາມາດຕົກລົງກັນໄດ້ກໍໃຫ້ປັກຫຼັກໝາຍໃນທັນທີ ເພື່ອກ້າວໄປສູ່ການປັກຫຼັກ
ໝາຍຕໍ່ໆໄປ, 


4. ສອງນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ຈະຂຽນຈົດ ໝາຍທາງການເຖິງປະທານາທິບໍດີຝຣັ່ງ
ເພື່ອໃຫ້ລັດຖະບານຝຣັ່ງສົ່ງແຜນທີ່, ທີ່ພິມໂດຍພະແນກແຜນທີ່ອິນດູຈີນ ແລະ ເອກະສານອື່ນໆທີ່ ກ່ຽວຂ້ອງກັບການກຳນົດເສັ້ນຊາຍແດນລາວ ແລະ ກຳປູເຈຍ ສົ່ງໃຫ້ລັດຖະບານລາວ ແລະ ລັດຖະບານກຳປູເຈຍເພື່ອນຳໃຊ້ເປັນຂໍ້ມູນ ແລະຫຼັກຖານໃນການແກ້ໄຂບັນຫາເສັ້ນຊາຍແດນ
ລະຫວ່າງສອງປະເທດ 


5. ສອງນາຍົກລັດຖະມົນຕີຍັງໄດ້ຕົກລົງຈະຮັກສາຄວາມສະຫງົບ ແລະ ຄວາມຫມັ້ນຄົງໃນບໍລິເວນ
ເສັ້ນຊາຍແດນລະຫວ່າງສອງປະເທດເພື່ອໃຫ້ປະຊາຊົນຂອງສອງຊາດໄດ້ທຳມາຫາກິນ ແລະ ດຳລົງຊີວິດໃນຄວາມສະຫງົບ ແລະ ມີມິດໄມຕີທີ່ດີຕໍ່ກັນ.


(ແຫລ່ງທີ່ມາຈາກຂປລ)
ຮູບຈາກເຟຈບຸກ Samdech Hun Sen, Cambodian Prime Minister
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About Laos Postcard - Noy

0 comments:

Post a Comment

Powered by Blogger.