ຂ່າວຕ່າງປະເທດ

ປະທານປະເທດ ຫວຽດນາມ ປະດັບຊັ້ນຕຳແໜ່ງໃຫ້ບັນດານາຍທະຫານ


(VOVWORLD)  ຕອນບ່າຍວັນທີ 1 ກັນຍາ, ຢູ່ສຳນັກງານປະທານປະເທດ, ທ່ານ ເຈິ່ນດ້າຍກວາງ      ປະທານປະເທດ ຫວຽດນາມ ໄດ້ມອບຂໍ້ຕົກລົງເລື່ອນຊັ້ນ ຕຳແໜ່ງພົນໂທ, ພົນຕີ ໃຫ້ບັນດາ
ນາຍທະຫານກອງທັບປະຊາຊົນ ຫວຽດນາມ.

ທີ່ພິທີ, ຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ມອບຂໍ້ຕົກ
ລົງເລື່ອນຊັ້ນຕຳແໜ່ງຈາກພົນຕີຂຶ້ນເປັນພົນໂທໃຫ້ທ່ານ ຟານວັນຢາງ ກຳມະການ, ຜູ້ປະຈຳ
ການຄະນະພັກການທະຫານສູນກາງ, ຫົວໜ້າກົມເສນາທິການ,  ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ; 

ເລື່ອນຊັ້ນຕຳແໜ໋ງຈາກພົນຕີເປັນພົນໂທໃຫ້ທ່ານ ຫງວຽນຈ້ອງເຫງ້ຍ  ກຳມະການຄະນະພັກ
ການທະຫານສູນກາງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ 

ແລະ ມອບຂໍ້ຕົກລົງເລື່ອນຊັ້ນຕຳແໜ່ງຈາກພົນຈັດຕະວາຂຶ້ນເປັນພົນຕີໃຫ້ທ່ານ ເຈິ່ນຫວຽດຄວາ ກຳມະການຄະນະພັກການທະຫານສູນກາງ, ຫົວໜ້າອຳນວຍການວິທະຍາຄານ ປ້ອງກັນປະເທດ.
        
 ທ່ານປະທານປະເທດ ເຈິ່ນດ້າຍກວາງ ກ່າວໃນພິທີວ່າ: ນີ້ແມ່ນການຮັບຮອງ, ຕີລາຄາຂອງພັກ, ລັດທີ່ມີຕໍ່ການອຸທິດ, ປະກອບສ່ວນຂອງນາຍທະຫານກອງທັບປະຊາຊົນ ຫວຽດນາມ ໃນວິວັດແຫ່ງ
ການກໍ່ສ້າງ, ຕໍສູ້ ແລະ ເຕີບໃຫຍ່ຂອງກອງທັບປະຊາຊົນ ຫວຽດນາມ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.