ກິລາ

ແຟນໆອົດເບິ່ງ! ປາກຽວ ຂໍໄປຊ່ວຍຊາດຖອນໄຟທ໌ແກ້ມືກັບ ຮອນ


   ແມນນີ ປາກຽວ ຍອດນັກມວຍຊາວຟິລິບປິນ ຕັດສິນໃຈປະກາດຍົກເລີກການຂຶ້ນຊົກ ເພື່ອລ້າງຕາກັບ ເຈຟ ຮອນ ແຊັມໂລກລຸ້ນເວລເຕີເວດ ຂອງອົງກອນມວຍໂລກ ( WBO ) ໃນວັນທີ 12 ພະຈິກນີ້ ເນື່ອງຈາກຕິດພາລະກິດສໍາຄັນກັບລັດຖະບານ ຟິລິບປິນ.

   ດີນ ໂລເນີແກນ ຜູ້ຈັດການມວຍຊາວອົດສະຕຣາລີ ຢືນຢັນວ່າ: “ ໃນຖານະທີ່ເປັນຕົວແທນລັດຖະບານຟິລິບປິນ ລາວຈະຕ້ອງເປັນສ່ວນໜຶ່ງໃນຄະນະຜູ້ແທນທີ່ຈະຕ້ອງໄປຢາມປະເທດຈີນ ເຊິ່ງຢູ່ໃນໄລຍະລະຫວ່າງແຜນການກຽມການສໍາລັບຂຶ້ນຊົກໄຟທ໌ດັ່ງກ່າວ. ຢ່າງໃດກໍ່ຕາມ ປາກຽວ ຈະກັບມາທຸ້ມເທການຊົກອີກຄັ້ງໃນປີ 2018 ແລະ ລ້າງຕາກັບ ຮອນ ເພື່ອຊີງແຊັມໂລກລຸ້ນເວລເຕີເວລ ຂອງດັບເບິລຢູບີໂອ ”.

   ໂດຍເປັນທີ່ຄາດການກັນວ່າ: ຄູຊົກແທນໜ້າຈະເປັນ ລູຄັສ ແມັດທິສເຊ ນັກມວຍຈາກອາກຊັງຕິນ ເຈົ້າຂອງສະຖິຕິຊະນະ 38 ( ຊະນະນ໊ອກ 35 ) ໃນການຊົກທັງໝົດ 43 ຄັ້ງ ຫຼື ບໍ່ກໍ່ເປັນ ແບຣັດລີ ສະກີດ ນັກມວຍຊາວອັງກິດ ທີ່ມີສະຖິຕິຊະນະ 27 ແລະ ເສຍ 1 ຄັ້ງ.







-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.