ກິລາ

ເບິ່ງວີດີໂອ! ວູດເບິນ ລົງສະໜາມພຽງ 6 ນາທີຍິງໄກສຸດງາມຊ່ວຍ ເວລ ບຽດຊະນະ ໂອຕຣິດ 1-0 ຄັດບານໂລກ


   ເບນ ວູດເບິນ ດາວຍິງອາຍຸພຽງ 17 ປີຈາກລິເວີພູລ ຖືກປ່ຽນຕົວລົງໃນຖານະຕົວສໍາຮອງນາທີໆ 68 ເຊິ່ງຖືເປັນການລົງສະໜາມຮັບໃຊ້ທີມຊາດເວລ ຊຸດໃຫຍ່ເປັນຄັ້ງທໍາອິດອີກດ້ວຍ ແລະ ລາວກໍ່ໃຊ້ເວລາຢູ່ສະໜາມພຽງ 6 ນາທີເທົ່ານັ້ນ ກໍ່ສາມາດຍິງປະຕູໃຫ້ກັບ ເວລ ໂດຍລາວເກັບຕົກບານຈາກແຖວສອງ ກ່ອນຍິງເຕັມຂໍ້ຈາກໄລຍະປະມານ 20 ກວ່າແມັດ ບານພຸ່ງຜ່ານມືຜູ້ຮັກສາປະຕູທີມຊາດໂອຕຣິດ ເຂົ້າໄປຢ່າງສວຍງາມ.



   ຈາກຜົນດັ່ງກ່າວ ສົ່ງຜົນໃຫ້ທີມຊາດເວລ ເປີດບ້ານບຽດເອົາຊະນະ ໂອຕຣິດ 1-0 ໃນການແຂ່ງຂັນບານໂລກ 2018 ຮອບຄັດເລຶອກ ໂຊນເອີຣົບ ກຸ່ມ D ທີ່ສະໜາມ ມິລເລນນຽມ ສະເຕດ້ຽມ ເມື່ອວັນເສົາທີ 2 ກັນຍາ ທີ່ຜ່ານມາ ພ້ອມທັງຢຶດອັນດັບ 3 ຂອງກຸ່ມຈາກການມີ 11 ຄະແນນຈາກ 7 ນັດ ຕາມຫຼັງ ແຊກບີ ທີມອັນດັບ 1 ແລະ ສາທາລະນະລັດໄອຣ໌ແລນ ທີມອັນດັບ 2 ຢູ່ 4 ແລະ 2 ຄະແນນຕາມລໍາດັບ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.