ບົດຮຽນອະຊີວະ

ເລືອກຮຽນອະຊີວະດີກວ່າການເຫີ່ຮຽນໂດຍບໍ່ຮູ້ອະນາຄົດ



ທຸກວັນນີ້ກະແສນຍົມຄົນສ່ວນໃຫຍ່ມັກມຸ້ງເປົ້າການຮຽນທີ່ປະລິນຍາຕີຫຼາຍກວ່າສາຍອະຊີວະ ທີ່ເປັນວິຊາຊີບເຮັດວຽກແບບລົງຕົວຈິງ ເພາະທຸກຄົນຄິດງ່າຍໆຢາກຮຽນສູງເຮັດວຽກສະບາຍຮຽນເປັນນາຍຄົນ ບໍ່ແມ່ນການລົ້ມລຸກຄຸກຄານກັບການອອກແຮງເຮັດວຽກພາຍຫຼັງຮຽນຈົບມາ ຈິ່ງເປັນສາເຫດໃຫ້ບ້ານເຮົາທຸກວັນນີ້ເກີດມີບັນຫາແຮງງານເຫຼືອບໍ່ພໍ ປະລິນຍາຕີລົ້ນຕະຫຼາດຂະນະທີ່ຜູ້ຮຽນອະຊີວະບໍ່ພຽງພໍກັບຄວາມຕ້ອງການຂອງບັນດາຫົວໜ່ວຍແຮງງານທີ່ມີຢູ່ ແລະທ່ານເຊື່ອບໍວ່າໃນສັງຄົມນີ້ມີຫຼາຍກໍລະນີທີ່ຜູ້ຈົບປະລິນຍາຕ້ອງມາເປັນລູກນ້ອງໃຫ້ອະຊີວະທີ່ຮຽນຕ່ຳກວ່າຍ້ອນເຂົາມີອາຊີບ, ມີທຸລະກິດເງິນລ້ານຈາກສິ່ງທີ່ຮຽນມາ.



ສະນັ້ນເພື່ອເປັນທິດໃຫ້ນ້ອງໆຜູ້ຈົບໃໝ່ຫຼືກຳລັງຈະຈົບໄດ້ຄິດ ແລະເລືອກຮຽນເພື່ອອະນາຄົດຂອງຕົນມື້ນີ້ລາວອັບເດດຈະນະສະເໜີທ່ານຜູ້ອ່ານກ່ຽວກັບເຫດຜົນດີໆທີ່ຄວນຮຽນອະຊີວະ.
ອະຊີວະແມ່ນຫຍັງ?“ອະຊີວະຄືການສຶກສາສາຍອາຊີບ, ການຮຽນອະຊີວະຄືການຮຽນພິເສດ ຮຽນວິຊາສະເພາະເພື່ອໃຫ້ເກີດຄວາມຊຳນານໂດຍສາມາດນຳຄວາມຮູ້ເຫຼົ່ານັ້ນມາປະກອບອາຊີບໄດ້ ເນັ້ນການລົງມືຕົວຮຽນກັບອຸປະກອນຈິງໃນໄລຍະຮຽນ 2,3,4 ປີຕາມຫຼັກສູດຕົວຈິງຂອງແຕ່ລະສາຍຮຽນ”
1. ການຮຽນອະຊີວະໄດ້ຮຽນໄປເຮັດວຽກໄປນຳມີລາຍໄດ້ກ່ອນໝູ່ໂດຍບໍ່ຈຳເປັນລໍຖ້າຫຼາຍປີ ບໍ່ວ່າເປັນການຮຽນຢູ່ຫ້ອງ ຫຼື ລົງຝຶກງານລ້ວນເປັນການສຳຜັດກັບເວດວົງວິຊາຊີບທີ່ຕົນຮຽນແຕ່ບໍ່ແມ່ນການອ່ານຕຳລາພຽງທິດສະດີ ຜູ້ຮຽນອະຊີວະແມ່ນສາມາດຮຽນໄປນຳສ້າງລາຍຮັບໄປນຳໂດຍສາມາດນຳໃຊ້ທັກສະຄວາມຮູ້ນັ້ນເປັນການຊ່ວຍແບ່ງເບົາພາລະຄອບຄົວ.



2. ມີວິຊາຊີບຕິດຕົວ ແລະບໍ່ຕົກວຽກແນ່ນອນ: ການທີ່ຮຽນຢູ່ກັບຕົວຈິງໄດ້ລົງວຽກຕົວຈິງໃນການຝືກງານຖືເປັນການປູພື້ນຖານດ້ານທັກສະສີມືໃຫ້ນັກຮຽນອະຊີວະມີຄວາມຊ່ຽວຊານຕັ້ງແຕ່ຍັງຮຽນເອີ້ນວ່າມີວິຊາຊີບຕິດຕົວສາມາດເຮັດວຽກໄດ້ທັນທີຫຼັງຈົບການສຶກສາ ຫຼື ບາງຄົນຖືກນາຍຈ້າງຈອງຕົວກ່ອນດ້ວຍຊ້ຳໄປ ໂດຍບໍ່ຈຳເປັນຕ້ອງເສຍເວລາຫາວຽກ ຫຼື ຖ້າບໍ່ຢາກເຮັດວຽກຄວາມຊຳນານງານແຕ່ຕົ້ນນັ້ນຍັງສາມາດສ້າງເປັນທຸລະກິດສ່ວນຕົວໄດ້ບໍ່ຍາກເລີຍ.
3. ອະຊີວະເປັນໂຮງຮຽນວິຊາຊີບທີ່ມີຫຼາຍສາຍໃຫ້ເລືອກຮຽນຕາມທີ່ຕົນເອງ ແລະຕະຫຼາດຕ້ອງການ ແຖມໃຊ້ເວລາສັ້ນຈົບມາແລ້ວສາມາດສ້າງລາຍຮັບໄດ້ທັນທີເພາະຄວາມຄຸ້ນເຄີຍ ແລະເຮັດວຽກເປັນກ່ອນແລ້ວ.


4. ຮຽນອະຊີວະເປັນທີ່ຕ້ອງການຂອງຕະຫຼາດແຮງງານບໍ່ສະເພາະແຕ່ພາຍໃນແຕ່ຕ່າງປະເທດກໍ່ຫາວຽກໄດ້ງ່າຍ ເຮົາສາມາດເວົ້າໄດ້ເລີຍວ່າທຸກວັນນີ້ຕະຫຼາດຕ້ອງການທີ່ສຸດ ແມ່ນຢູ່ວ່າມີຜູ້ຈົບປະລິນຍາຕີມີຈຳນວນຫຼາຍແຕ່ຍັງຂາດທັກສະໃນການລົງເຮັດວຽກຕົວຈິງ ຕ້ອງໄດ້ຫາຮຽນຮູ້ອີກດົນກ່ອນຈະເປັນວຽກ.



ສະນັ້ນນ້ອງຜູ້ທີ່ເສັງບໍ່ຕິດປະລິນຍາກໍ່ບໍ່ຕ້ອງເສຍໃຈ, ຜູ້ທີ່ພໍ່ແມ່ຄອບຄົວມີຖານະທຸກຍາກກໍ່ຫາຍຫ່ວງໄດ້ໃຫ້ກຽມຕົວກຽມໃຈເສັງຮຽນອະຊີວະສາຂາໃດກໍ່ໄດ້ທີ່ຕົນຖະໜັດ ແລ້ວເພາະການຮຽນອະຊີວະນ້ອງໆຈະຫາວຽກເສີມໄດ້ສະບາຍຊ່ວຍຕົນເອງຮຽນໂດຍບໍ່ເພິ່ງພໍ່ແມ່ຂໍພຽງມີຄວາມອົດທົນ ແລະດຸໝັ່ນ.








-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.