ຂ່າວຄວາມຮູ້

ຮັກສາແຜໃນກະເພາະອາຫານ ແລະ ລຳໄສ້ດ້ວຍນ້ຳຢານາງ



ປະ­ໂຫຍດ​ຂອງ​ນ້ຳ​ໃບ​ຢາ​ນາງ​ແມ່ນ​ມີ​ຢ່າງຫຼວງ­ຫຼາຍ​ບໍ່​ວ່າ​ຈະ​ເປັນ​ການ​ເຄືອບ​ແຜ​ໃນ​ກະ­ເພາະອາ­ຫານ ແລະ ລຳ​ໄສ້, ປັບ​ຄວາມ​ສົມ​ດຸນ​ຂອງ​ໂລກກົດ​ໃນ​ກະ­ເພາະ​ອາ­ຫານ​ທີ່​ໄດ້­ຜົນ​ເປັນ​ຢ່າງ​ດີ ອີກຢ່າງ​ໜຶ່ງ​ລັກ­ສະ­ນະ​ຂອງ​ໃບ​ຢາ​ນາງ​ແມ່ນ​ມີ​ກິ່ນເໝັນ​ຂຽວ (ບໍ່​ຕ້ອງ​ຕົກ­ໃຈ) ຄ້າຍ­ຄື​ກັນ​ກັບ​ໃບ​ຜັກໜອກ ແຕ່​ເມື່ອ​ດື່ມ​ແລ້ວ​ຈະ​ຮູ້­ສຶກ​ໄດ້​ທັນ­ທີ​ວ່າ​ນ້ຳ​ໃບຢາ​ນາງ​ມີ​ສັບພະ​ຄຸນ​ດີ​ກວ່າ​ນ້ຳ​ໃບ​ຜັກ­ໜອກ,

 ໃບ​ຢານາງ​ເປັນ​ສະ​ໝຸນ​ໄພ​ທາດ​ເຢັນ ເໝາະ​ສຳ­ລັບ​ຄົນ​ທາດຮ້ອນ ຖ້າ​ດື່ມ​ເຂົ້າ​ໄປ​ແລ້ວ​ຮູ້­ສຶກ​ວ່າ​ໜາວ​ກໍ​ໃຫ້​ຫຼຸດປະ­ລິ­ມານ​ການ​ດື່ມ​ລົງ ເນື່ອງ​ຈາກ​ວ່າ­ການ​ເຮັດ​ນ້ຳໃບ​ຢາ​ນາງ​ດື່ມ​ນັ້ນ​ບໍ່​ໄດ້​ຜ່ານ​ການ​ຕົ້ມ ຈິ່ງ​ຄວນ​ເກັບໄວ້​ໃນ​ຕູ້­ເຢັນ ແລະ ລະ­ວັງ​ນ້ຳ​ໃບ​ຢາ​ນາງ​ບູດ​ກ່ອນດື່ມ.


ການ​ເຮັດ​ນ້ຳ​ໃບ​ຢາ​ນາງ​ດື່ມ​ໂດຍ​ໃຊ້​ເຄື່ອງ​ປັ່ນ​ໃຫ້​ຄົງ​ຄຸນ­ຄ່າ​ສານ​ອາຫານ​ແມ່ນ​ມີ​ເຕັກ­ນິກ​ຢູ່​ທີ່​ວິ­ທີ​ການ​ປັ່ນ​ຄື: ບໍ່​ຄວນ​ກົດ​ປັ່ນ​ຄັ້ງ​ດຽວ​ຈົນ​ໃບ​ຢາ​ນາງ​ລະ­ອຽດ ແຕ່​ຄວນ​ກົດ​ປັ່ນ​ແລ້ວ​ນັບ 1,2,3,4,5ຢ່າງ​ດຽວ ແລ້ວ​ກົດ​ປິດ ລໍ­ຖ້າ​ໃຫ້​ນ້ຳ​ໃບ​ຢາ​ນາງ​ຢຸດ​ປິ່ນ​ແລ້ວ ກົດ​ປັ່ນ​ອີກ​ຄັ້ງ​ນັບ 1,2,3,4,5ຢ່າງ​ໄວ​ແລ້ວ​ກົດ​ປິດເຮັດ​ຊ້ຳ​ໄປເລື້ອຍໆ​ຈົນ​ໃບ​ຢາ​ນາງ​ໝຸ່ນ​ລະອຽດ ວິ­ທີ​ນີ້​ເຮັດ​ໃຫ້​ໂມ​ເລ​ກຸນ​ຂອງສານ​ອາ­ຫານ​ບໍ່​ປ່ຽນ​ຮູບ​ຮ່າງ​ໄປຈາກ​ເກົ່າ ສຳ­ເລັດ​ແລ້ວ​ກໍ​ຕອງດ້ວຍ​ຜ້າ​ຂາວ​ບາງ​ແຊ່​ເຢັນ​ໄວ້​ດື່ມ ເນື່ອງ​ຈາກ​ບໍ່​ໄດ້​ຜ່ານ​ຂະ​ບວນ​ການຕົ້ມ ຈິ່ງ​ຄວນ​ເກັບ​ໄວ້​ໃນ​ຕູ້­ເຢັນ ແລະ ກ່ອນ​ດື່ມ​ຄວນ​ລະ­ວັງ​ຢ່າ​ໃຫ້​ນ້ຳ​ໃບຢາ​ນາງ​ບູດ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About SMM

0 comments:

Post a Comment

Powered by Blogger.