ປະກົດການຫຍໍ້ທໍ້

ຂ່າວທີ່ເປັນກະແສ ຢຶມເງິນນານສົ່ງເມື່ອວັນສຸກນັັ້ນ, ຫລ້າສຸດລູກໜີ້ນຳເງິນມາຄືນແລ້ວ ຫວັງວ່າສັງຄົມຄົງເຫັນໃຈເຊິ່ງກັນແລະກັນ ແລະ ໃຫ້ອະໄພນໍ...



ຂ່າວທີ່ເປັນກະແສກ່ຽວກັບເຈົ້າຫນີ້ ແລະ ລູກໜີ້ເມື່ອວັນສຸກຜ່ານມານັ້ນ  ເລື່ອງການຢືມເງິນແລ້ວນານໃຊ້ນັ້ນ;ຫລ້າສຸດລູກຫນີ້ເຈົ້າດັ່ງກ່າວໄດ້ນໍາເງິນມາໃຊ້ຫນີ້ແລ້ວດັ່ງຮູບຂ້າງເທິີງ.

ຂະນະທີ່ເຈົ້າຫນີ້ກ່າວວ່າ: ຂອບໃຈທຸກຄົນທີ່ເປັນຫ່ວງຂ້ອຍ  ລາວໄດ້ເອົາເງິນມາໃຊ້ຂ້ອຍລະເດີມື້ນີ້  ຫວັງວ່າສັງຄົມຈະໃຫ້ອະໄພລາວເດີ.



 ເລື່ອງລາວ ກ່ຽວກັບເຈົ້າຫນີ້ ແລະ ລູກໜີ້ ຖືວ່າເປັນຫນຶ່ງໃນບັນຫາຂອງສັງຄົມລາວຂອງພວກເຮົາ ທັງນີ້ກໍຍ້ອນຄົນລາວເປັນຄົນຈິດໃຈດີງາມ ແລະໂອບເອື່ອອາລີ ກັບ ຍາດພີ່ນ້ອງ, ຫມູ່ຄຸ່ ຄົນຮັກແພງກັນ ຈິ່ງມັກມີການຢືມເງິນກັນໃນຄາວຈຳເປັນ;ແຕ່ບາງຄັ້ງການຢຶມເງິນກັນກໍເຮັດໃຫ້ເສຍຄວາມສຳພັນກັນກໍມີ ຍ້ອນຢືມແລ້ວນານສົ່ງ.

ດັ່ງນັ້ນ ທຸກຄົນ ຄວນຢຶນຢູ່ໃນຈຸດທີ່ເຫມາະສົມ ຄວນຢຶມສຳໃດ ແລະເຫັນໃຈເຊິ່ງກັນລະກັນ ຢືມແລ້ວ ກໍຄວນສົ່ງໃນຂອບເຂດເວລາທີ່ກຳນົດ  ເພາະຜູ້ໃຫ້ກໍໃຫ້ດ້ວຍໃຈ ແລະຄວາມຮັກແພງ  ແອັດມີນຈິ່ງບໍ່ຢາກໃຫ້ສາກສຸດທ້າຍກາຍເປັນຄວາມບາດໝາງໃຈກັນ ແທນທີ່ຈະເປັນການເພີີມພຸນຄຸນສ້າງສາຍສຳພັນທີ່ດີຍິ່ງຂຶ້ນນໍ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.