ປະກົດການຫຍໍ້ທໍ້

ເມົາບໍ່ຂັບ... ຫຼັບກ້ອງຕົ້ນໄມ້ ໃຫ້ກູ້ໄພມາຊ່ວຍ



ໜ່ວຍກູ້ໄພ ສະຫວັນນະເຂດ (Savannakhet Rescue) ລາຍງານວ່າ: ໃນວັນທີ03 ກັນຍາ 2017 ເວລາປະມານ12:10 ໂມງ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງຂໍຄວາມຊ່ວຍເຫຼືອຈາກປະຊາຊົນກາຍທາງ ເຂດທາງລົງຂົວ ເຂດເມືອງໄກສອນພົມວິຫານ  ວ່າມີຄົນນອນຫມົດສະຕິ.


ຫນ່ວຍກູ້ໄພຈິ່ງໄດ້ອອກກວດສອບເຫດ ແລະ ໄດ້ພົບຄົນນອນເປັນເພດຊາຍ,  ແຕ່ມີອາການມຶນເມົາຍ່າງແຮງ ຍ້ອນສາເຫດກິນເຫຼົ້າ  ເພາະສະນັ້ນທາງທີມງານຈື່ງໄດ້ເຂົ້າຊ່ວຍເຫຼືອປະສານຫາພີ່ນ້ອງ ເພາະຜູ້ກ່ຽວແມ່ນເປັນຄົນເຂດນັ້ນ.


ນີ້ກໍເປັນອີກຫນຶ່ງການປະຕິບັດກົດຈາລະຈອນ ເມົາບໍ່ຂັບ ຫຼັບດີກວ່າ... ແຕ່ກໍບໍ່ຄວນເອົາແບບຢ່າງ ຈະດີກວ່າຖ້ານອນຢູ່ເຮືອນຄົນຮູ້ຈັກ ຫລື ຈຸດທີ່ຊຸມແຊວ ທັງນີ້ເພືອຫລິກລຽງການສ່ຽງໄພອັນຕະລາຍອື່ນໆນໍ



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.