ຂ່າວຕ່າງປະເທດ

ຍັກຊົນຍັກ ລັດເຊຍຮຽກຕົວອັກຄະລັດຖະທູດອາເມລິກາ ເພື່ອຄັດຄ້ານແຜນການກວດຄົ້ນຫ້ອງການການຄ້າຂອງລັດເຊຍຢູ່ນະຄອນຫຼວງວໍຊິງຕັນ


(VOVWORLD) ວັນທີ 02 ກັນຍາ, ກະຊວງການຕ່າງປະເທດລັດເຊຍ ໄດ້ຮຽກຕົວອັກຄະລັດຖະທູດອາເມລິກາປະຈຳມົດສະກູ, ທ່ານ Amthony F.Godfrey ເພື່ອມອບຈົດໝາຍທາງການທູດຄັດຄ້ານແຜນການກວດຄົ້ນຫ້ອງການການຄ້າລັດເຊຍ ປະຈຳວໍຊິງຕັນ.

ໃນແຈ້ງການທາງເວັບໄຊທາງການ, ກະຊວງການຕ່າງປະເທດລັດເຊຍ ຖືວ່າ ແຜນການຂອງອາເມລິກາ “ກວດຄົ້ນຢ່າງຜິດກົດໝາຍ” ຕຶດອາຄານການທູດຂອງມົດສະກູ, ໃນນັ້ນມີຫ້ອງການການຄ້າຂອງລັດເຊຍ ແມ່ນ “ການກະທຳເກາະຜິດທີ່ບໍ່ເຄີຍມີມາກ່ອນ”.

 ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ວັນທີ 02 ກັນຍາ, ອາເມລິກາ ມີແນວຄິດຢາກດຳເນີນການກວດຄົ້ນຕຶກສຳນັກງານສະຖານກົງສູນໃຫຍ່ລັດເຊຍ ກໍ່ຄືບັນດາເຂດເຮືອນຢູ່ຂອງບັນດາພາລະກອນການທູດ ເຊິ່ງແມ່ນເຂດຫ້າມການກວດຄົ້ນ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.