ເກົາຫຼີເໜືອ

ເຫດແຜນດິນໄຫວຢູ່ ສປປ.ເກົາຫຼີ ຖືກສົງໄສຍ້ອນການທົດລອງນິວເຄຼຍ


ວັນທີ 03 ກັນຍາ, ສຳນັກຂ່າວສານ Yonhap ໄດ້ໃຫ້ຂ່າວວ່າ: ພາຍຫຼັງ 1 ຊົ່ວໂມງເຫດແຜນດິນໄຫວຄັ້ງທຳອິດຖືກເກີດຂຶ້ນ, ສ.ເກົາຫຼີ ໄດ້ຮັບຂ່າວວ່າ ເຫດແຜນດິນໄຫວຄັ້ງທີ 2 ດ້ວຍຄວາມແຮງ 4,6 ຣິກເຕີ ເກີດຂຶ້ນຢູ່ສປປ.ເກົາຫຼີທີ່ມໍ່ກັບເຂດ Kilju, ເຊິ່ງແມ່ນເຂດທົດລອງນິວເຄຼຍ Punggye Ri ຂອງປະເທດນີ້.


ກ່ອນໜ້ານັ້ນ, ອົງການຕິດຕາມກວດກາເຫດແຜນດິນໄຫວຂອງຈີນ ກໍ່ພົບເຫັນເຫດແຜນດິນໄຫວຄັ້ງທີ 2 ດ້ວຍລະດັບຄວາມແຮງທີ່ຄ້າຍຄືກັນຢູ່ສປປ.ເກົາຫຼີ.

 ໃນຖະແຫຼງການທາງເວັບໄຊ, ອົງການດັ່ງກ່າວໃຫ້ຮູ້ວ່າ: ເຫດແຜນດິນໄຫວຄັ້ງທີ 2 ຖືກເກີດຂຶ້ນຢູ່ໜ້າດິນ ແລະ ເກີດຂຶ້ນໃນເວລາພຽງ 8 ນາທີພາຍຫຼັງເຫດແຜນດິນໄຫວຄັ້ງທີ 2 ທີ່ມີຄວາມແຮງ 6,3 ຣິກເຕີ. ຕາມບັນດາຕົວເລກສັງລວມແລ້ວ, ເຫດແຜນດິນໄຫວ 2 ຄັ້ງເກີດຂຶ້ນເກືອບຄ້າຍຄືກັນ.


ໃນຂະນະນັ້ນ, ຕາມສຳນັກຂ່າວສານ Kyodo ຂອງຍີ່ປຸ່ນ ແລ້ວ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ໃຫ້ຮູ້ວ່າ:  ລັດຖະບານປະເທດນີ້ໄດ້ຢັ້ງຢືນວ່າ ສປປ.ເກົາຫຼີ ໄດ້ດຳເນີນເຫດທົດລອງນິວເຄຼຍຄັ້ງທີ 6.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.