ກໍ່ສ້າງ

ຫຼວງນ້ຳທາ ເລັ່ງແກ້ໄຂໄກ່ເກ່ຍສິ່ງກີດຂວາງ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ





ແຂວງຫຼວງນ້ຳທາ ໄດ້ຈັດກອງປະ ຊຸມປຶກສາຫາລືກ່ຽວກັບວຽກງານແກ້ໄຂໄກ່ເກ່ຍສິ່ງກິດຂວາງຂອງໂຄງການກໍ່ສ້າງເສັ້ນ ທາງ ລົດໄຟລາວ-ຈີນ ຂຶ້ນເມື່ອທ້າຍອາທິດຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງ  ໂດຍການ ເປັນປະທານຂອງ
ທ່ານ ເພັດຖາວອນ ພິລະວັນ ເຈົ້າແຂວງໆຫຼວງນ້ຳທາ, ທ່ານ  ບຸນຈັນ ສິນທະວົງ  ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ,ມີບັນດາຄະນະຮັບ ຜິດຊອບແກ້ໄຂໄກ່ເກ່ຍ ໂຄງການ ກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຂັ້ນສູນກາງ, ແຂວງ ແລະ ເມືອງເຂົ້າຮ່ວມ.

ທ່ານ ທອງແດງ ສິດທິສົນ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຫຼວງນ້ຳທາ ທັງເປັນຫົວໜ້າຄະນະ ໄກ່ເກ່ຍສິ່ງກີດຂວາງໂຄງ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານໄກ່ເກ່ຍ, ແກ້ໄຂຜົນກະທົບ ແລະ ສິ່ງກີດຂວາງອອກຈາກແລວທາງຂອບເຂດສະຖານີລົດໄຟ ແມ່ນໄດ້ຈັດ ຕັ້ງປະຕິບັດມາແຕ່ຕົ້ນເດືອນເມ
ສາ 2017  ທີ່ໄດ້ມີການໄກ່ເກ່ຍແກ້ໄຂຜົນກະທົບຕໍ່ປະຊາຊົນເປັນຕົ້ນແມ່ນໄດ້ແກ້ໄຂສ່ວນຢ່າງພາລາຂອງປະຊາຊົນ ບ້ານເຕີຍຈຳນວນ 2 ຄອບຄົວ,ໃນເນື້ອທີ 1 ເຮັກຕາກວ່າ, ປັດຈຸບັນສາມາດມອບດິນໃຫ້ຜູ້ຮັບເໜົາໄດ້ດຳນີນການກໍ່ສ້າງ
 ຂົວມາດຕະຖານເຂດບ້ານນາເຕີຍ ແຂວງຫຼວງນ້ຳທາ ແລະ ຍາວໄປຮອດເຂດບ້ານນາໂຮມ ເມືອງນາໜໝໍ້ ແຂວງອຸດົມໄຊ;


ສຳເລັດການໄກ່ເກ່ຍຈຸດທີ່ຈະກໍ່ສ້າງສະຖານີບໍ່ເຕ່ນຫາກິໂລແມັດເຂດບ້ານບໍ່ເຕ່ນ ແລະ ມອບດິນໃຫ້ບໍລິສັດທາງລົດໄຟ ເລກ 2 ໄດ້ດຳເນີນ ການ ກໍ່ສ້າງ;  ສຳເລັດການໄກ່ເກ່ຍ ແລະ ມອບດິນໃຫ້ຜູ້ຮັບເໜົາຂອບເຂດທີ່ຈະກໍ່ສ້າງ ທາງຊອຍເຂົ້າ
ໄປເຈາະ ອຸໂມງເຂດບ້ານຕີນຕົກເບື້ອງທາງອອກ ເຊິ່ງມີຄວາມຍາວທັງໜົດ 1,300 ແມັດ. ນອກນັ້ນຍັງ ໄດ້ຮ່ວມ ກັບອຳນາດການປົກຄອງ ແລະ ເຖົ້າແກ່ແນວໂຮມບ້ານກຳນົດຂອບເຂດ ປ່າຊ້າແຫ່ງໃໝ່ຂອງ ບ້ານນາ ເຕີຍ.
ສຳເລັດການໄກ່ເກ່ຍ ແລະ ມອບດິນໃຫ້ຜູ້ ຮັບເໜົາກໍ່ສ້າງແຄ້ມ, ແກ້ໄຂເລື່ອງການນຳເຂົ້າວັດສະດຸ, ອຸປະກອນເພື່ອ ນຳເຂົ້າມາຮັບໃຊ້ໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຖືກຕ້ອງຕາມລະບຽບກົດໜາຍ.ສົມທົບກັບກອງບັນຊາການ ປກສໄດ້ແກ້ ໄຂເລື່ອງການ ເຂົ້າ-ອອກເມືອງຂອງກຳມະກອນກໍ່ສ້າງທາງລົດໄຟ ເພື່ອອຳນວຍຄວາມສະດວກໃຫ້ແກ່ເຂົາ
ເຈົ້າຕາມລະບຽບ ເຈົ້າໜ້າທີ່ຢ່າງເຂັ້ມງວດ.ທາງບໍລິສັດຍັງໄດ້ຈ່າຍເງິນທົດແທນໃຫ້ແກ່ປະຊາຊົນຄອບຄົວທີ່ຖືກຜົນກະທົບຈາກການກໍ່ ສ້າງເສັ້ນທາງລົດໄຟໃນຄ່າຜົນລະປຸກ, ສວນ ແລະ ນາໃຫ້ແກ່ປະຊາຊົນໄປແລ້ວໃນມູນຄ່າທັງໜົດ 15  ລ້ານ
ກວ່າກີບ.



ໃນຕໍ່ໜ້ານີ້ທາງ ຄະນະໄກ່ເກ່ຍແກ້ໄຂຜົນກະທົບ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານເປັນຕົ້ນແມ່ນກະກຽມໄກ່ເກ່ຍຂອບເຂດແລວທາງ ແລະ ສະຖານນີນາ ເຕີຍພາຍຫຼັງທີ່ບໍລິສັດກໍ່ສ້າງທາງລົດໄຟ ເລກ 5 ປັກຫຼັກໜາຍສັດເຈນແລ້ວຈະໄດ້ດຳເນີນການໄກ່ເກ່ຍຕາມຂັ້ນຕອນ, ສືບຕໍ່ກະກຽມລົງໄກ່ເກ່ຍ ແລະ ວັດແທກດິນປຸກສ້າງ, ເຮືອນ ແລະ ສິງປຸກສ້າງອື່ນໆ ຢູ່ເຂດບ້ານບໍ່ເຕ່ນ, ກະກຽມຍົກຍ້າຍ ປ່າຊ້າບ້ານນາເຕີຍ, ສົມທົບກັບສອງກອງ ບັນຊາການ ປກຊ- ປກສ ແລະ ບໍລິສັດຜູ້ຮັບເໝົາລົງກວດກາຈຸດທີ່ຕັ້ງແຄ້ມຮ່ວມ ກັນເພື່ອຈະໄດ້ກະກຽມໄກ່ເກ່ຍ ແລະ ມອບດິນໃຫ້ຜູ້ຮັບເໝົາໄດ້ລົງມືກໍ່ສ້າງ,ກະກຽມລົງໄກ່ເກ່ຍຈຸດທີ່ຈະຕິດຕັ້ງສະຖາ ນີໄຟຟ້າ ເພື່ອສະໜອງໄຟຟ້າໃຫ້ແກ່ສະຖານີໄຟຟ້ານາເຕີຍ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງກຽມ ພ້ອມໄກ່ເກ່ຍ ບັນຫາຕ່າງໆທີ່ເກີດຂຶ້ນຕາມຂອບເຂດການກໍ່ສ້າງທາງລົດໄຟ ໂດຍສະເພາະແມ່ນກະກຽມແກ້ໄຂຕາມການສະເໜີຂອງ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໃຫ້ທັນການ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.