ກຳປູເຈຍ

ປະທານພັກຝ່າຍຄ້ານ CNRP ກຳປູເຈຍຖືກຈັບຕົວດ້ວຍຄຳກ່າວຫາທໍລະຍົດຕໍ່ຊາດ


ກຳລັງເຈົ້າໜ້າທີ່ຢູ່ກຳປູເຈຍ ໄດ້ຈັບຕົວທ່ານ Kem Sokha ປະທານພັກກູ້ໄພ
ແຫ່ງຊາດກຳປູເຈຍ (CNRP) ເຊິ່ງເປັນພັກຝ່າຍຄ້ານ, ດ້ວຍຄຳກ່າວຫາ ມີການກະທຳທໍລະຍົກຕໍ່ຊາດ ແລະ ການກະທຳເປັນນັກສືບ ເມື່ອ ວັນທີ 03 ກັນຍ 2017ຜ່ານມາ.

ສື່ເອເລັກໂຕນິກ Fresh News ຂອງກຳປູເຈຍ ໄດ້ຄັດສະເໜີແຈ້ງການຂອງລັດຖະບານແຫ່ງລາ
ຊະອານາຈັກປະເທດກຳປູເຈຍໃຫ້ຮູ້ວ່າ: ການຈັບຕົວຖືກດຳເນີນໃນເວລາ 0 ໂມງ 35 ນາທີ, ວັນທີ 03 ກັນຍາ. ກຳລັງເຈົ້າຫນ້າທີ່ຢູ່ກຳປູເຈຍ ໄດ້ຈັບຕົວທ່ານ Kem Sokha ຍ້ອນມີພິຍານຫຼັກຖານຢ່າງ
ຈະແຈ້ງວ່າ ເທັບວີດີໂອ ເຊິ່ງເວັບໄຊ CBN (Cambodian Broadcasting Network)  ມີສຳນັກງານ
ຕັ້ງຢູ່ອົດສະຕາລີ ແລະ ມີພິຍານຫຼັກຖານອື່ນໆອີກ ໄດ້ຊີ້ໃຫ້ເຫັນວ່າ ທ່ານ Kem Sokha ແລະ ພວກ ສົມຮູ້ຮ່ວມຄິດໄດ້ຮ່ວມມືກັບຕ່າງປະເທດ ສົ່ງຜົນສະທ້ອນເຖິງປະເທດຊາດ.

ລັດຖະບານ ກຳປູເຈຍ ໄດ້ກ່າວປະນາມການກະທຳດັ່ງກ່າວແມ່ນທໍລະຍົກຕໍ່ຊາດ ແລະ ການເຄື່ອນ
ໄຫວສືບຂ່າວໄດ້ກຳນົດໃນກົດໝາຍວ່າດ້ວຍອາຍາ. ລັດຖະບານໄດ້ແຈ້ງໃຫ້ຊາບວ່າ ສານຈະ
ແກ້ໄຂເຫດການດັ່ງກ່າວຖືກຕາມຂໍ້ກຳນົດຂອງກົດໝາຍ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.