ກຕຟງ

ບັນຫານິວເຄລຍບໍ່ແມ່ນເລື່ອງໄກອີກແລ້ວ, ຫຼ້າສຸດລັດອອກແຈ້ງການໃຫ້ຕິດຕາມບຸກຄົນກ່ຽວຂ້ອງ

ອີງໃສ່ສະພາບປະຈຸບັນໃນ ສປປ ເກົາຫຼີທີ່ກຳລັງເຄັ່ງຕຶງ ຊຶ່ງອາດຈະມີຫຼາຍກຸ່ມຄົນມີສ່ວນຮ່ວມສະນັ້ນ
"ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສຳນັກງານຂໍ້ມູນຕ້ານການຟອກເງິນ ທະນາຄານແຫ່ງ ສປປ.ລາວ": (ສຕຟງ)ຈິ່ງໄດ້ອອກແຈ້ງການເລກທີ 965/ສຕຟງ ລົງວັນທີ 1 ກັນຍາ 2017 ເຖິງທະນາຄານທຸລະກິດ ແລະ ຜູ້ຈັດການສາຂາທະນາຄານທຸລະກິດຕ່າງປະເທດໃນ ສປປ.ລາວ ເລື່ອງການຕິດຕາມກວດກາ ແລະ ເຝົ້າລະວັງລາຍຊື່ບຸກຄົນ ທີ່ມີສ່ວນກ່ຽວຂ້ອງໃນການແຜ່ຂະຫຍາຍອາວຸດນິວເຄຼຍ, ອາວຸດເຄມີ ແລະ ອາວຸດຊີວະພາບຂອງເກົາຫຼີເໜືອ ພ້ອມທັງມີການສົ່ງມອບອາວຸດ ທີ່ເປັນໄພຄຸກຄາມຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງລະຫວ່າງປະເທດ ພາຍໃຕ້ຍັດຕິ 2371 (2017) ກ່ຽວກັບການຂວໍ້າບາດເກົາຫຼີເໜືອ ຂອງສະຫະປະຊາຊາດ. ຖ້າຫາກກວດພົບໃຫ້ຮີບຮ້ອນລາຍງານຕໍ່ ສຕຟງ ທັນທີ ແລະຖ້າບໍ່ພົບກໍ່ໃຫ້ສືບຕໍ່ເຝົ້າລະວັງຕໍ່ໄປ.




ແຫຼ່ງຂ່າວຈາກ: Support Prime Minister Thongloun Sisoulith
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.