ຂ່າວໄອທີ

ຊຳຊຸງ ກາແລັກຊີ ໂນ້ດ 8 ມາພ້ອມ S Pen ປາກກາອັດສະລິຍະ ແລະ ກ້ອງທີ່ເຕັມໄປດ້ວຍປະສິດທິພາບ



ໃນທີ່ສຸດ, ຊໍາຊຸງ ກາແລັກຊີ ໂນ້ດ8 (Samsung Galaxy Note8) ກໍ່ໄດ້ເປີດໂຕຢ່າງເປັນທາງການໃນບ້ານເຮົາ ເມື່ອວັນທີ  1 ກັນຍາ ຜ່ານມາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ. ພາຍໃຕ້ແນວຄິດ “Do Bigger Thing” ຫຼື “ເຮັດໃຫ້ໃຫຍ່ ກວ່າໃຈຄິດ” ເພື່ອຕອບໂຈດຜູ້ບໍລິໂພກທີ່ຕ້ອງການສ້າງສັນສິ່ງໃໝ່ ໃຫ້ກ້າວໄກກວ່າທີ່ໃຈຄິດ, ໂດຍ Galaxy Note8 ມາພ້ອມປາກກາອັດສະລິຍະ S Penທີ່ຈະຊ່ວຍຍົກລະດັບການສື່ສານໃນແບບຂອງໂຕທ່ານເອງ.

ມື້ນີ້ລາວອັບເດດ ຈະມາອັບເດດ ປະສິດທິພາບ ແລະ  ເຟີເຈີຕ່າງໆໃນຊໍາຊຸງ ກາແລັກຊີ ໂນ້ດ8  ວ່າມີຫຍັງໃຫມ່ ແລະໂດດເດັ່ນແດ່


+ ການສື່ສານໃນຮູບແບບໃໝ່ດ້ວຍ S Pen ປາກກາອັດສະລິຍະ

ນັບຕັ້ງແຕ່ການເປີດໂຕໂນ້ດເຄື່ອງທຳອິດ S Pen ຖືເປັນໜຶ່ງໃນຟີເຈີສຳຄັນທີ່ບົ່ງບອກເຖິງຄວາມເປັນດີເອັນເອຂອງ “Note” ສໍາລັບ Galaxy Note8 ໃໝ່ນີ້ S Pen ໄດ້ພັດທະນາສູ່ມິຕິໃໝ່ແຫ່ງການຂຽນ, ແຕ້ມ, ຕະຫຼອດຮອດການຕອບສະໜອງຕໍ່ການສື່ສານກັບໝູ່ໃນຮູບແບບໃໝ່ຜ່ານທາງສະມາດໂຟນ ດ້ວຍປາກກາຂອງ S Pen ທີ່ຖືກປັບປຸງໃຫ້ດີຂຶ້ນ ໂດຍພັດທະນາລະບົບຮັບຮູ້ແຮງກົດ (Pressure Sensitivity) ໃຫ້ມີຄວາມລະອຽດແມ່ນຢໍາຫຼາຍຍິ່ງຂຶ້ນ. ອີກທັງຍັງພ່ວງຟີເຈີທີ່ເປັນລູກຫຼິ້ນໃໝ່ອີກຫຼາກຫຼາຍທີ່ຈະຊ່ອຍໃຫ້ຜູ້ໃຊ້ງານສາມາດສະແດງໂຕຕົນໄດ້ຢ່າງມີເອກະລັກໃນແບບທີ່ສະມາດໂຟນອື່ນບໍ່ສາມາດເຮັດໄດ້ຢ່າງແນ່ນອນ.


ການສື່ສານຜ່ານໂຕອັກສອນພຽງຢ່າງດຽວອາດບໍ່ສາມາດຕອບໂຈດຄົນຍຸກໃໝ່ອີກຕໍ່ໄປ ຟີເຈີ Live Message ໃນ Galaxy Note8 ຊ່ອຍໃຫ້ການສື່ສານມີບົດບາດໃນການບົ່ງບອກໂຕຕົນ ແລະ ເລົ່າເລື່ອງລາວຄວາມເປັນທ່ານໄດ້ຫຼາຍຂຶ້ນ ຟີເຈີດັ່ງກ່າວເປັນການແຊ Text ຕົວອັກສອນໃນແບບອະນິເມຊັນ ຫຼື ແຊຮູບແຕ້ມເທິງແພັດຟອມຕ່າງໆ ທີ່ສະໜັບສະໜູນໄຟລ໌ Animated GIF (AGIF) ນັບໄດ້ວ່າເປັນທາງເລືອກໃໝ່ທີ່ຈະສື່ສານດ້ວຍຄວາມສາມາດອັນສະຫຼາດລ້ຳຈາກ S Pen ເພື່ອເພີ່ມຄວາມມີຊີວິດຊີວາໃຫ້ການແຊັດ ແລະ ທັກທາຍກັບໝູ່ ໃຫ້ບໍ່ໜ້າເບື່ອອີກຕໍ່ໄປ. ນອກຈາກນີ້ ຍັງມີຟີເຈີ Always On Display ທີ່ຈະຊ່ອຍໃຫ້ຜູ້ໃຊ້ຮັບຮູ້ເຖິງການແຈ້ງເຕືອນຕ່າງໆຕະຫຼອດເວລາ ໂດຍບໍ່ຈຳເປັນຕ້ອງປົດລອັກສະມາທໂຟນ ແລະ ທີ່ຂາດບໍ່ໄດ້ແມ່ນຟີເຈີ Screen Off Memo ຊ່ອຍໃຫ້ຜູ້ໃຊ້ງານສາມາດຈົດບັນທຶກຂໍ້ຄວາມລົງເທິງໜ້າຈໍໄດ້ແບບທັນທີທີ່ດຶງ S Pen ອອກຈາກເຄື່ອງໄດ້ສູງສຸດ 100ໜ້າ ໂດຍບໍ່ຕ້ອງມີການ ປົດລອັກໜ້າຈໍເລີຍ ພ້ອມທັງສາມາດປັກຫມຸດໄວ້ເທິງໜ້າຈໍ Always On Display ແລະ ແກ້ໄຂຂໍ້ຄວາມໄດ້ໂດຍກົງ.

ສຳລັບຜູ້ທີ່ຮັກໃນການເດີນທາງໄປຕ່າງປະເທດ ຫຼື ເຂົ້າເວັບໄຊທີ່ເປັນພາສາຕ່າງຊາດ ປາກກາອັດສະລິຍະ S Pen ໃໝ່ຍັງຖືກປັບປຸງຟີເຈີການແປໃຫ້ສາມາດແປພາສາຕ່າງໆໄດ້ຢ່າງວ່ອງໄວ ແລະ ທີ່ສຳຄັນບໍ່ພຽງແຕ່ສາມາດແປເປັນຄຳໆ ແຕ່ຍັງແປໄດ້ເປັນປະໂຫຍກ ໃຫ້ອອກມາໄດ້ຫຼາຍເຖິງ 71 ພາສາ. ນອກຈາກນີ້ S Pen ສຸດອັດສະລິຍະໃນເວີຊັນໃໝ່ນີ້ຍັງສາມາດແປງຄ່າມາດຕາວັດຕ່າງໆ ລວມເຖິງແປງຄ່າເງິນຕ່າງປະເທດໄດ້ອີກດ້ວຍ.



+ປະຕິວັດວົງການດ້ວຍກ້ອງທີ່ດີທີ່ສຸດເທິງສະມາດໂຟນຂອງ Galaxy Note8

ສຳລັບຜູ້ຊົມໃຊ້ສ່ວນໃຫຍ່ ໜຶ່ງໃນປັດໄຈສຳຄັນທີ່ສຸດທີ່ພວກເຂົາໃຊ້ເລືອກຊື້ມືຖືເຄື່ອງໃໝ່ແມ່ນ “ກ້ອງ” ເຊິ່ງ Samsung Galaxy Note8ໄດ້ຂີດບັນທັດຖານດ້ານນະວັດຕະກຳໃໝ່ໃຫ້ກັບວົງການກ້ອງຖ່າຍຮູບເທິງສະມາດໂຟນ ດ້ວຍການນໍາສະເໜີກ້ອງທີ່ເຕັມໄປດ້ວຍປະສິດທິພາບທີ່ດີທີ່ສຸດເທິງສະມາດໂຟນຊຳຊຸງເທົ່າທີ່ເຄີຍມີມາ

Samsung Galaxy Note8ປະກອບດ້ວຍກ້ອງຫຼັງຄວາມລະອຽດ 12MP ສອງໂຕ, ພ້ອມລະບົບປ້ອງກັນການສັ່ນສະເທືອນ OIS (Optical Image Stabilization) ທັງສອງເລນ ແລະ ປະກອບດ້ວຍກ້ອງເລນມູມກວ້າງ (Wide-Angle Lens) ແລະ ເລນເທເລໂຟໂຕ້ (Telephoto Lens) ບໍ່ວ່າທ່ານຈະເດີນທາງສຳຫຼວດບ່ອນລວມໂຕບ່ອນໃໝ່ໆໃນເມືອງ ຫຼື ແລ່ນອອກກຳລັງກາຍໃກ້ບ້ານ ລະບົບປ້ອງກັນການສະເທືອນ OIS ຈະຊ່ອຍໃຫ້ທ່ານຈັບພາບໄດ້ຢ່າງຄົມແຈ້ງຫຼາຍຂຶ້ນ.


ຕອບສະໜອງການຖ່າຍຮູບແບບມືອາຊີບຫຼາຍຂຶ້ນ ກັບຟີເຈີ Live Focus ທີ່ໃຫ້ທ່ານຄວບຄຸມໄລະຍະຄວາມເລິກຂອງພາບ (Depth of Field) ໂດຍສາມາດປັບການໃສ່ເອັຟເຟັກໂບເກ້ (Bokeh Effect) ທັງໃນໂໝດພີວິວ ແລະ ຫຼັງການຖ່າຍຮູບແລ້ວ ໃຫ້ສາກຫຼັງມີລະດັບຄວາມຊັດຫຼືເບີໄດ້ຕາມທີ່ຕ້ອງການ.

ໃນໂໝດ Dual Capture ກ້ອງຫຼັງທັງສອງເລນຈະເກັບພາບພ້ອມກັນ ແລະ ບັນທຶກໄວ້ທັງສອງຮູບພາບໃນການກົດຖ່າຍຮູບຄັ້ງດຽວ ໂດຍພາບໜຶ່ງຈະເປັນໄລຍະໃກ້ (Close Up Shot) ຈາກ telephoto lens ແລະ ອີກພາບໜຶ່ງຈະເປັນພາບມູມກວ້າງຈາກ wide-angle shot ເຊິ່ງສາມາດເກັບລາຍລະອຽດສາກຫຼັງຂອງພາບເພື່ອບອກເລົ່າເລື່ອງລາວໄດ້ຫຼາຍຂຶ້ນ.
Wide-angle lens ຍັງປະກອບດ້ວຍເຊັນເຊີ Dual Pixel ພ້ອມລະບົບໂອໂຕໂຟກັສແບບທັນທີ (Rapid Auto Focus) ເຮັດໃຫ້ສາມາດເກັບພາບທີ່ຄົມຊັດຫຼາຍຂຶ້ນເຖິງວ່າຈະຢູ່ໃນສະພາວະແສງໜ້ອຍ. Galaxy Note8 ຍັງມາພ້ອມກ້ອງໜ້າຄວາມລະອຽດ 8MP ທີ່ໂຟກັສໜ້າອັດຕະໂນມັດດ້ວຍຟັງຊັນ Smart Auto Focus Front – Facing ເພື່ອທຸກການຖ່າຍເຊວຟີ່ ແລະ ວີດີໂອແຊທທີ່ຄົມຊັດຍິ່ງຂຶ້ນ.


+ຈໍພາບໄຮ້ຂອບ ໃຫ້ຄວາມບັນເທີງເໜືອລະດັບ ພ້ອມຕອບສະໜອງການໃຊ້ວຽກໄດ້ຫຼາຍຂຶ້ນ

Samsung Galaxy Note8ມີຈໍສະແດງຜົນທີ່ໃຫຍ່ທີ່ສຸດທີ່ເຄີຍມີມາເທິງສະມາດໂຟນຊີລີໂນ້ດ ແຕ່ດ້ວຍການອອກແບບໂຕເຄື່ອງໃຫ້ພຽວຍາວດ້ວຍຂະໜາດ 6.3ນິ້ວ ສາມາດຈັບໄດ້ຖະໜັດດ້ວຍມືດຽວ ເຕັມອາລົມໄປກັບຄວາມຄົມຊັດລະດັບ Quad HD+ Super AMOLED ແບບໄຮ້ຂອບໃນສະໄຕ Infinity Display ສະແດງຜົນໄດ້ເຕັມຕາຫຼາຍຂຶ້ນ ແລະ ຊ່ວຍໃຫ້ບໍ່ຈໍາເປັນຕ້ອງເລື່ອນແຖບໜ້າຈໍຫຼາຍເທື່ອ ດ້ວຍໜ້າຈໍທີ່ເພີ່ມພື້ນທີ່ຫຼາຍຂຶ້ນສຳລັບການອ່ານ, ແຕ້ມ ແລະ ຂີດຂຽນ ເຮັດໃຫ້ Samsung Galaxy Note8ເປັນທີ່ສຸດແຫ່ງສະມາດໂຟນສຳລັບການໃຊ້ວຽກແບບຫຼາກຫຼາຍໃນຈໍດຽວກັບ Multi-Tasking ໄດ້ງ່າຍຂຶ້ນ.


ເຖິງວ່າຜູ້ໃຊ້ Galaxy Noteຈະເຄີຍໃຊ້Multi-Tasking ໃນຊີລີແລກໆ ແຕ່ Samsung Galaxy Note8ຍັງມາພ້ອມຟີເຈີໃໝ່ “App Pair” ທີ່ຈະຊ່ອຍຈັບຄູ່ແອັບພິເຄຊັນໃຫ້ພ້ອມເອີ້ນໃຊ້ງານໄດ້ທັນທີຈາກເທິງຂອບໜ້າຈໍ (Edge Panel) ເຮັດໃຫ້ສາມາດເລືອກເປີດແອັບພິເຄຊັນທີ່ໃຊ້ຄວບຄູ່ກັນເລື້ອຍໆພ້ອມກັນໄດ້ຢ່າງສະດວກສະບາຍ ບໍ່ວ່າຈະຕ້ອງການເບິ່ງວີດີໂອພ້ອມກັບສົ່ງຂໍ້ຄວາມຫາໝູ່ ຫຼື ຈະເຊັກຂໍ້ຄວາມໃນ Social ພ້ອມກັບຄົ້ນຫາຂໍ້ມູນໃນເວັບໄຊພ້ອມກັນ ກໍ່ສາມາດເຮັດໄດ້ຢ່າງທີ່ຕ້ອງການ.


+ຟີເຈີ ແລະ ບໍລິການສຳລັບເຄື່ອງໃນຕະກູນ Galaxy

Galaxy Note8ສ້າງມາເທິງພື້ນຖານຂອງສະມາດໂຟນໃນຕະກຸນ Galaxy ທີ່ມີຟີເຈີ ແລະ ຄວາມສາມາດອັນໂດດເດັ່ນ ຍົກລະດັບມາດຕະຖານ ແລະ ມອບປະສົບການໃໝ່ອັນເໜືອຊັ້ນໃນການໃຊ້ສະມາດໂຟນແກ່ຜູ້ບໍລິໂພກ:
ຄຸນນະສົມບັດການກັນນ້ຳກັນຝຸ່ນ: 4ປີກ່ອນ ຊໍາຊຸງເປີດໂຕມືຖື Galaxy ເຄື່ອງທຳອິດທີ່ສາມາດກັນນ້ຳໄດ້ ແລະ ມື້ນີ້ ທ່ານສາມາດເອົາ Galaxy Note8ໄປນຳໄດ້ເກືອບທຸກບ່ອນທີ່ຕ້ອງການ ດ້ວຍຄຸນນະສົມບັດກັນນ້ຳກັນຝຸ່ນ (IP68) ທັງໂຕເຄືື່ອງ ແລະ S Pen ໂດຍສາມາດໃຊ້ S Pen ຂຽນເທິງໜ້າຈໍໄດ້ໃນຂະນະທີ່ໜ້າຈໍປຽກ

ສາກແບັດຕາລີໄດ້ໄວແບບໄຮ້ສາຍ (Fast Wireless Charging):2ປີກ່ອນ ຊໍາຊຸງໄດ້ນໍາສະເໜີມືຖື Galaxy ເຄື່ອງທຳອິດທີ່ຮອງຮັບການສາກແບບໄຮ້ສາຍ. ປັດຈຸບັນ Galaxy Note8ສາມາດຮອງຮັບເຕັກໂນໂລຢີສາກແບັດໄດ້ໄວແບບໄຮ້ສາຍເອື້ອປະໂຫຍດໃຫ້ສາມາດສາກໄດ້ໄວ ແລະ ສະດວກສະບາຍ ໂດຍບໍ່ຕ້ອງກັງວົນກັບພອັດຫຼືສາຍສາກຕ່າງໆ.
ມາດຕະການຄວາມປອດໄພ:Galaxy Note8ມີລະບົບຄວາມປອດໄພຢ່າງຮັດກຸມ ໂດຍລວມເຕັກໂນໂລຢີ biometric ອັນລ້ຳໜ້າ ໄດ້ແກ່ ລະບົບສະແກນສາຍຕາ (Iris Scan) ແລະ ລະບົບສະແກນລາຍນິ້ວມື (Finger Scan) ລວມເຖິງຊຳຊຸງນອັກ (Samsung Knox) ແພັທຟອມຮັກສາຄວາມປອດໄພເກຣດສູງສຸດ ທຽບເທົ່າທີ່ໃຊ້ໃນກອງທັບ ຊ່ອຍໃຫ້ການເກັບຮັກສາຂໍ້ມູນສ່ວນໂຕ ແລະ ຂໍ້ມູນສຳຄັນໄດ້ຮັບການແຍກເກັບໄດ້ຢ່າງປອດໄພ.


ປະສິດທິພາບທີ່ເຕັມປ່ຽມດ້ວຍພະລັງ: ໜ່ວຍຄວາມຈຳ RAMຂະໜາດ 6GBພ້ອມລະບົບໂປເຊສເຊີປະມວນຜົນ 10nmຮອງຮັບ MicroSDໄດ້ສູງເຖິງ 256GBໃຫ້ຄວາມສາມາດທີ່ເໜືອກວ່າໃນການໃຊ້ງານອິນເຕີເນັດ, stream, ຫຼິ້ນເກມ ແລະ ໃຊ້ວຽກແບບຫຼາຍໜ້າຈໍພ້ອມກັນ.

ປະສິດທິພາບ, ປະສິດທິຜົນ ແລະ ຄວາມປອດໄພສຳລັບທຸລະກິດ
Galaxy Note8ຍົກລະດັບນະວັດຕະກຳທາງທຸລະກິດໄປອີກຂັ້ນ ດ້ວຍຟີເຈີລ້ຳສະໄໝທີ່ຊ່ອຍພັດທະນາປະສິດທິພາບ, ປະສິດທິຜົນ ແລະ ຄວາມປອດໄພ ກວມເອົາຫຼາກຫຼາຍອຸດສະຫະກຳ ຊ່ອຍໃຫ້ວຽກຕ່າງໆບັນລຸເປົ້າໝາຍໄດ້ງ່າຍຂຶ້ນ
S Penປາກກາອັດສະລິຍະທີ່ເພີ່ມຄວາມສາມາດດ້ານທຸລະກິດ: S Pen ເປັນຕົວຊ່ອຍໃນການເຮັດວຽກຂອງທ່ານ ໃນແບບທີ່ສະມາດໂຟນອື່ນເຮັດບໍ່ໄດ້. ຕົວຢ່າງ: ການຈົດໂນ້ດໃນຕອນທີ່ໜ້າຈໍກໍາລັງລອັກຢູ່ ດ້ວຍ Screen Off Memoຫຼື ເພີ່ມໂນ້ດອະທິບາຍໃນເອກະສານ ຫຼື ຮູບຕ່າງໆໄດ້ຢ່າງວ່ອງໄວ.


ການປົດລອັກແບບບໍ່ຕ້ອງສຳຜັດ (Non-Contact Authentication): Galaxy Note8ມີລະບົບຄວາມປອດໄພອັນຮັດກຸມ ເຊັ່ນ: ດ້ວຍການສະແກນມ່ານຕາ (Iris Scan) ສຳລັບມືອາຊີບໃນສາຂາວິຊາຕ່າງໆ ເຊັ່ນ: ບຸກຄະລາກອນໃນອຸດສະຫະກຳດ້ານສຸຂະພາບ, ອຸດສະຫະກຳກໍ່ສ້າງ ຫຼື ໜ່ວຍງານດ້ານຄວາມປອດໄພ ເຊິ່ງອາດຈະຢູ່ໃນກໍລະນີທີ່ຕ້ອງການ ການປົດ ລອັກສະມາດໂຟນໂດຍບໍ່ຈຳເປັນຕ້ອງເລື່ອນໜ້າຈໍ ຫຼື ໃຊ້ການສະແກນລາຍນິ້ວມືແບບເດີມໆ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.