ເຂື່ອນໄຟຟ້າ

ເປີດນຳໃຊ້ ເຂື່ອນໄຟຟ້າ ເຊນ້ຳນ້ອຍ2 ແລະ ເຊກະຕຳ1



ໂຄງການກໍ່ສ້າງເຂື່ອນໄຟຟ້າເຊນ້ຳນ້ອຍ 2ແລະ ເຊກະຕຳ1 ທີ່ມີກຳລັງການຜະລິດ 80 ຈີກາວັດໂມງຕໍ່ປີ  ກໍ່ໄດ້ສຳເລັດ 100% ແລະ ໄດ້ຈັດພິທີສະເຫຼີມສະຫຼອງຜົນສຳເລັດ, ພ້ອມເປີດການຜະລິດໄຟຟ້າຂຶ້ນຢ່າງເປັນທາງ ເມື່ອວັນທີ 1 ກັນຍາ 2017  ທີ່ບ້ານນ້ຳຕວດ ເມືອງປາກຊ່ອງ ແຂວງຈຳປາສັກ  ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ.


ທ່ານ ໄຊສົງຄາມ ວໍລະຈິດ ປະທານ ບໍລິສັດ ເອັສວີ ກຼຸບ ໄດ້ລາຍງານວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້າເຊນ້ຳນ້ອຍ2 ແລະ ເຊກະຕຳ1 ແມ່ນໄດ້ຮັບອະນຸຍາດກໍ່ສ້າງໃນວັນທີ 12 ມິຖຸນາ 2012 ແລະ ໄດ້ເລີ່ມລົງມືປະຕິບັດຕົວຈິງໃນເດືອນພະຈິກ 2014 ເປັນການຮ່ວມທຶນຂອງບໍລິສັດ ເອັສວີ ກຼຸບ ກັບ ບໍລິສັດ ບີ.ຄຣີມ ພະລັງງານລາວ ຈຳກັດ.

 ໃນເບື້ອງຕົ້ນໄດ້ສ້າງເປັນ 2 ເຂື່ອນ ສາມາດຜະລິດກະແສໄຟຟ້າໄດ້ 40 ຈີກາວັດໂມງຕໍ່ປີ, ຕໍ່ມາພວກເຮົາກໍ່ໄດ້ມີການປັບປຸງໂຄງສ້າງຂອງເຂື່ອນໃໝ່ ໂດຍການຍ້າຍເຄື່ອງຈັກທັງສອງຈຸດມາຕິດຕັ້ງລວມກັນ ສາມາດເພີ່ມກຳລັງການຜະລິດເປັນ 80 ຈີກາວັດໂມງຕໍ່ປີ ຜ່ານການຜັນນ້ຳສົ່ງຜ່ານທໍ່ ດັນໄປຫາໂຮງຈັກ. ເຂື່ອນໄຟຟ້າເຊນ້ຳນ້ອຍ2 ແລະ ເຊກະຕຳ1 ນີ້ແມ່ນມີມູນຄ່າການກໍ່ສ້າງທັງໝົດ 50 ລ້ານໂດລາສະຫະລັດ, ສຳລັບກະແສໄຟທີ່ຜະລິດໄດ້ທັງໝົດແມ່ນສົ່ງຂາຍໃຫ້ກັບລັດວິສາຫະກິດໄຟຟ້າລາວ (ໄລຍະສຳປະທານ 50 ປີ).



ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກໄດ້ກ່າວວ່າ: ເຂື່ອນດັ່ງກ່າວນີ້ເປັນໜຶ່ງໃນ 30 ເຂື່ອນທີ່ມີແຜນສ້າງຢູ່ແຂວງຈຳປາສັກ ແລະ ເປັນໜຶ່ງໃນ 9 ເຂື່ອນທີ່ໄດ້ສ້າງສຳເລັດຢູ່ແຂວງພວກເຮົາ ເຊິ່ງກໍ່ຖືວ່າເປັນທ່າແຮງໜຶ່ງທີ່ບົ່ມຊ້ອນໃນການພັດທະນາເສດຖະກິດຂອງແຂວງ ແລະ ເຂື່ອນນີ້ນອກຈາກຈະໄດ້ພະລັງງານແລ້ວ ຍັງຈະໄດ້ສະຖານທີ່ທ່ອງທ່ຽວອີກດ້ວຍເພາະເຂດນີ້ເປັນເຂດທີ່ອ້ອມຮອບດ້ວຍພູ ແລະ ມີສວນກະສິກຳຂອງປະຊາຊົນ ຫາກມີການປັບປຸງຕື່ມກໍ່ຈະສາມາດດຶງດູດເອົານັກທ່ອງທ່ຽວມາທ່ຽວເຂດນີ້ຫຼາຍຂຶ້ນ.


 ອີກຢ່າງເຂດດັ່ງກ່າວນີ້ເປັນເຂດປິດ ເສັ້ນທາງສັນຈອນພົບຄວາມຫຍຸ້ງຍາກ, ແຫ່ງນ້ຳກໍ່ໄດ້ໄຫຼຖີ້ມໄປລ້າ;  ສະນັ້ນ ເມື່ອມີໂຄງການກໍ່ສ້າງເຂື່ອນແຫ່ງນີ້ເສັ້ນທາງກໍ່ໄດ້ມີການປັບປຸງໄປມາສະດວກຂຶ້ນ ແຕ່ຄຽງຄູ່ກັນນີ້ກໍ່ຢາກໃຫ້ບໍລິສັດໄດ້ປັບປຸງສະພາບແວດລ້ອມດ້ວຍການປູກຕົ້ນໄມ້ຢູ່ເຂດດັ່ງກ່າວຕື່ມ ເພື່ອໃຫ້ພື້ນທີ່ດັ່ງກ່າວກາຍເປັນພື້ນທີ່ສີຂຽວຫຼາຍກວ່າເກົ່າ.


ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ:  ໂຄງການເຂື່ອນໄຟຟ້າ ເຊນໍ້ານ້ອຍ 2 ແລະ ເຊກະຕໍາ 1 ແມ່ນໂຄງການໜຶ່ງທີ່ມີຄວາມສໍາຄັນ ເຊິ່ງໄດ້ກໍານົດໃນຂອບແຜນແມ່ບົດ ຂອງການພັດທະນາລະບົບການໄຟຟ້າຢູ່ປະເທດເຮົາ ແຕ່ນີ້ຮອດ 2020 ແລະ ໂຄງການນີ້ຈະສະໜອງພະລັງງານຮັບໃຊ້ໃຫ້ແຂວງຈໍາປາສັກ ແລະ ເຊກອງ ໂດຍສະເພາະແມ່ນຂອບເຂດບໍລິເວນເມືອງປາກຊ່ອງ ຊ່ວຍໃຫ້ມີແຫຼ່ງລາຍຮັບ, ສ້າງວຽກເຮັດງານທໍາ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ບໍລິເວນໂຄງການ ໃຫ້ດີຂຶ້ນໃນລະດັບໜຶ່ງ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.