ຂ່າວ ທ່ອງທ່ຽວ

ອານຸພົນ ຄົນເດີນທາງ ຊ່າງຖ່າຍພາບອິດສະຫຼະ ຜູ້ຄວ້າມາຫຼາຍລາງວັນ



ສາມສີ່ປີມານີ້ ຫລາຍຄົນອາດຈະເຫັນຊາຍຫນຸ່ມຄົນນີ້ໃນສື່ສັງຄົມອອນລາຍ ກັບຄຸນລັກສະນະຜູ້
ມັກຂີ່ລົດຈັກ ເລາະຖ່າຍຮູບ ແລະ ນຳເຄື່ອງໄປແຈກໃຫ້ປະຊາຊົນຕາມເສັ້ນທາງທີ່ຜ່ານ. ນອກນັັ້ນຍັງ ອາສາສະໝັກຊ່ວຍປັບປຸງໂຮງຮຽນ ແລະ ນຳເຄື່ອງໄປບໍລິຈາກຢູ່ເຂດຫ່າງໄກນຳອີກ.


ອານຸພົນ ພົມຮັກສາ ເປັນຄົນນະຄອນຫຼວງວຽງຈັນ ໂດຍກຳເນີດ  ຢູ່ບ້ານຫນອງແຕ່ງ ເມືອງສີໂຄດ ຕະບອງ,  ຮຽນຈົບເຄມີທົ່ວໄປ ຈາກ ມຊ ແລະ ການທະນາຄານຈາກສະຖາບັນການທະນາຄານ.

ແຕ່ດ້ວຍຄວາມມັກການທ່ອງທ່ຽວ ແລະ ການຖ່າຍພາບ ເລີຍອອກຈາກວຽກໄປເຮັດສວນ ແລະ ເປັນຊ່າງພາບອິດສະຫລະໄປນຳ ເມື່ອມີເວລາກໍຂີ່ລົດຈັກເລາະຖ່າຍຮູບຕາມແຂວງຕ່າງໆ ເຊິ່ງຫລ້າສຸດໃນເດືອນມິຖຸນາປີນີ້ ກໍໄດ້ເດີນທາງຈາກນນະຄອນຫຼວງວຽງຈັນສູ່ນະຄອນຫຼວງຮາໂນຍ ປະເທດຫວຽດນາມ ກັບທີມງານອີກ4 ຄົນ ລວມໄລຍະທາງກວ່າ3000ກິໂລແມັດ.

ອານຸພົນ ໄດ້ເລີ່ມບຸກເບີກສະຖານທີ່ທ່ອງທ່ຽວພູຄູນ ສະຕໍເບີຣີ ໃນປີ 2015  ເຊິ່ງປັດຈຸບັນໄດ້ກາຍເປັນ
ສະຖານທີ່ທ່ອງທ່ຽວຍອດນິຍົມຈາກນັກທ່ອງທ່ຽວ ແລະ ກຸ່ມຊ່າງພາບໄປແລ້ວ.



ສ່ວນຜົນງານການປະກວດຮູບພາບໄລຍະຜ່ານມາ ກໍມີຫຼາຍລາງວັນກາລັງຕີຄວາມສາມາດ
ໂດຍຜົນງານທໍາອິດແມ່ນ
+ປີ 2014 ໄດ້ລາງວັນທົ່ວໄປ ຂອງທີ່ລະນຶກຈາກສະຖານທູດອາເມລິກາ
+ປີ2015 ໄດ້ລາງວັນ ທີ່2 ແລະ ລາງວັນຊົມເຊີຍອີກ 2 ລາງວັນຈາກໂຄງການປະກວດຮູບຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.


+ ທ້າຍປີ 2015 ໄດ້ລາງວັນທົ່ວໄປ ຈາກໂຄງການປະກວດຂອງ Plush petrotade

+ ປີ 2016 ໄດ້ລາງວັນທີ່1 ຂອງໂຄງການວາລະສານ Oh Magazineຮ່ວມກັບອົງການທ່ອງທ່ຽວແຫ່ງຊາດ laos simply beautiful
+ປີ 2017 ໄດ້ລາງວັນທີ່1 ໂຄງການ Stunning Vangvieng ຫົວຂໍ້ທຳມະຊາດ ແລະ ທັດສະນີຍະພາບ.


ຫລ້າສຸດເຈົ້າຕົວກຳລັງຈະສະຫລະໂສດໃນປີນີ້ ເຊິ່ງອານຸພົນ ກໍບອກກັບລາວອັບເດດວ່າ ເຖິງຈະມີ
ຄອບຄົວ ແຕ່ການໄປຂີ່ລົດເລາະຖ່າຍຮູບກໍຍັງບໍ່ປະ ແຕ່ອາດຈະຫຼຸດລົງຈາກຕອນຍັງເປັນໂສດ.

ເອົາເປັນວ່າແຟນຄລັບທີ່ຕິດຕາມອານຸພົນ ກໍບໍ່ຕ້ອງຫ່ວງ ເພິ່ນຍັງຈະມີຜົນງານການຖ່າຍຮູບອອກ
ມາສູ່ສາຍຕາສັງຄົມຢູ່ເດີ.

ລາວອັບເດດຂໍປະມວນຮູບຜົນງານຜ່ານມາຂອງອານຸພົນ ພົມຮັກສາ ຫລື ທີ່ຮູ້ໃນ ເຟສບຸກ  Anouphon Phomhacsar












-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.